Breaking News

(ນຶກວ່າໃຜ?) ທີ່ແທ້ແມ່ນ… ຕ່າຍ ອໍລະໄທ ນັກຮ້ອງດັງ ໃສ່ຊຸດໄໝລາວເຮັດບຸນໃສ່ບາດທີ່ຫຼວງພະບາງ!

ແບ່ງປັນ

(ກິນເຂົ້າ ຫຼື ຍັງ ກຳລັງເຮັດຫຍັງຢູ່ນໍ…) ຄຸ້ນໜ້າຄຸ້ນຕາກັນສຸດໆ ເຊື່ອວ່າແຟນໆຫຼາຍໆທ່ານຄົງຈະພໍຮູ້ຈັກກັບ  ຕ່າຍ ອໍລະໄທ ນັກຮ້ອງເພງລູກທົ່ງຊື່ດັງຈາກຝັ່ງປະເທດເພື່ອນບ້ານ ເຈົ້າຂອງຜົນງານເພງດັງຫຼາຍບົດເພງ, ເມື່ອບໍ່ດົນມານີ້ທາງເພສເຟສບຸກຫຼັກຂອງເພິ່ນກໍ່ໄດ້ປ່ອຍຮູບພາບຂອງ ຕ່າຍ ອໍລະໄທ ກຳລັງເຮັດບຸນໃສ່ບາດ… ແຕ່ໆ…ຮູ້ບໍ່ວ່າສະຖານທີ່ໆ ຕ່າຍ ອໍລະໄທ ໄດ້ມາໃສ່ບາດໃນເທື່ອນີ້ແມ່ນ ແຂວງ ຫຼວງພະບາງ ປະເທດລາວ ແລະ ຍັງບໍ່ພາດທີ່ຈະນຸ່ງຊຸດໄໝລາວ ບ່ຽງແພ ຕາມເອກະລັກປະເພນີລາວ ເຊິ່ງມາໃນຊຸດສີ ຂາວ-ມ່ວງ ເບິ່ງແລ້ວງົດງາມ ອ່ອນຊ້ອຍແທ້ໆ.

ກ່ອນໜ້າທີ່ ຕ່າຍ ອໍລະໄທ ຈະເດີນທາງໄປທີ່ ແຂວງ ຫຼວງພະບາງ ເມືອງມໍລະດົກໂລກນັ້ນ ນາງກໍ່ໄດ້ແວ່ທີ່ອີກໜຶ່ງສະຖານທີ່ທ່ອງທ່ຽວທີ່ງົດງາມນັ້ນກໍ່ຄື ວັງວຽງ ແລະ ຍັງໂພສຄລິບເຊັກອິນຫຼາຍຕໍ່ຫຼາຍຄລິບ ເຮັດໃຫ້ມີແຟນໆທັງ 2 ຝັ່ງ ລາວ ແລະ ໄທ ເຂົ້າໄປກົດໄລ້ ກົດແຊຣ ແລະ ສະແດງຄວາມຄິດເຫັນກັນຢ່າງຫຼວງຫຼາຍ.

(ຢ່າງໃດກໍ່ຂໍຕ້ອນຮັບ ເອື້ອຍ ຕ່າຍ ອໍລະໄທ ເຂົ້າສູ່ປະເທດລາວ)

ຮູບພາບຈາກ: Tai Orathai

ແບ່ງປັນ