Breaking News

“ການຄ້າມະນຸດ” ເປັນອາຊະຍາກໍາທີ່ຮ້າຍແຮງ ມີໂທດປະຫານຊີວິດ!!!

ແບ່ງປັນ

“ການຄ້າມະນຸດ” ທີ່ເປັນອາຊະຍາກໍາທີ່ຮ້າຍແຮງ ມີລັກສະນະຂ້າມຊາດ ແລະມີການຈັດຕັ້ງ ການກະທໍາດັ່ງກ່າວເປັນການລະເມີດສິດທິພື້ນຖານ ແລະກຽດສັກສີຂອງຄວາມເປັນມະນຸດ

ສະບາຍດີແຟນໆ ຂວັນໃຈ ທຸກໆຄົນໃນມື້ນີ້ຈະແນະນຳກ່ຽວກັບກົດໝາຍຄວນຮູ້ໃກ້ຕົວ ທີ່ຈະຊ່ວຍໃຫ້ທຸກໆຄົນແກ້ໄຂບັນຫາໄດ້ຢ່າງມີສະຕິ ເມື່ອຕ້ອງປະເຊີນຂໍ້ຂັດແຍ່ງໃນຊີວິດປະຈຳວັນ ເວົ້າເຖິງເລື່ອງ “ການຄ້າມະນຸດ” ທີ່ເປັນອາຊະຍາກໍາທີ່ຮ້າຍແຮງ ມີລັກສະນະຂ້າມຊາດ ແລະມີການຈັດຕັ້ງ ການກະທຳດັ່ງກ່າວເປັນການລະເມີດສິດທິພື້ນຖານ ແລະກຽດສັກສີຂອງຄວາມເປັນມະນຸດ ເນື່ອງຈາກ ມະນຸດໄດ້ຫຼຸດຄຸນຄ່າ ຖືກປະຕິບັດຄືດັ່ງ ວັດຖຸສິ່ງຂອງ ຫຼືສິນຄ້າ ຕົກເປັນເປົ້າໝາຍຂອງການຂູດຮີດ ເປັນຕົ້ນແມ່ນ ດ້ານແຮງງານ, ທາງເພດ (ໂດຍສະເພາະແມ່ຍິງ) ແລະອື່ນໆ

ກ່ອນອື່ນເຮົາມາທຳຄວາມເຂົ້າໃຈກັບ ນິຍາມ ຂອງການຄ້າມະນຸດ ອີງຕາມກົດໝາຍວ່າດ້ວຍ ການຕ້ານການຄ້າມະນຸດ (2015) ມາດຕາ 2 “ການຄ້າມະນຸດ ແມ່ນ ການຊອກຫາ, ລັກພາຕົວ, ການເຄື່ອນຍ້າຍ, ການຂົນສົ່ງ ຫຼືນຳສົ່ງ, ຮັບເອົາຄົນຢູ່ພາຍໃນ ຫຼື ຕ່າງປະເທດ, ການໃຫ້ບ່ອນພັກເຊົາ ຫຼື ລີ້ຊ່ອນດ້ວຍການຂົນຂວາຍ, ແນະນຳ, ຕົວະຍົວະຫຼອກລວງ, ຊື້ຈ້າງ, ຈອບອອຍ, ຍຸຍົງ, ສວຍໃຊ້ອຳນາດ, ບັງຄັບ, ນາບຂູ່, ຜູກມັດດ້ວຍໜີ້ສິນ, ການເອົາເດັກມາລ້ຽງ ຫຼື ເອົາເດັກເປັນລູກລ້ຽງແອບແຝງ, ໝັ້ນໝາຍແອບແຝງ, ແຕ່ງດອງແອບແຝງ, ການໃຫ້ຖືພາ, ຂໍທານ ແລະ ການຖ່າຍຮູບພາບ, ສະແດງ, ເຜີຍແຜ່ສິ່ງລາມົກ ຫຼື ດ້ວຍຮູບການອື່ນ ເພື່ອຂູດຮີດແຮງງານ, ຂູດຮີດທາງເພດ, ເປັນຂ້າທາດ, ຄ້າໂສເພນີ, ບັງຄັບໃຫ້ເປັນໂສເພນີ, ເອົາອະໄວຍະວະຕ່າງໆຂອງຮ່າງກາຍໄປຂາຍ ແລະ ສິ່ງອື່ນ ທີ່ຂັດກັບກົດໝາຍ ແລະວັດທະນະທຳອັນດີງາມຂອງຊາດ ຫຼື ຈຸດປະສົງອື່ນ ເພື່ອຫາຜົນປະໂຫຍດ

ສະນັ້ນ, ການກະທຳໃດໜຶ່ງທີ່ກ່ຽວຂ້ອງ ຫຼືຊຸກຍູ້ ໃຫ້ເກີດການຄ້າມະນຸດ ກໍຜິດກົດໝາຍ ໃນນີ້ບໍ່ໄດ້ໝາຍເຖິງພຽງແຕ່ການກະທຳທີ່ເປັນຂະບວນການເທົ່ານັ້ນ ແຕ່ການແນະນຳ ຕິດຕໍ່ ຊອກຫາ ໃນລະດັບບຸກຄົນ ໂດຍຮູບການຫຼອກລວງໃດໜຶ່ງທີ່ໄດ້ກ່າວໄວ້ໃນນິຍາມຂ້າງເທິງ ທີ່ເຮັດໃຫ້ແມ່ຍິງຫຼົງເຊື່ອ ຈົນໄດ້ຮັບຄວາມເສຍຫາຍໂດຍກົງ ທາງດ້ານສຸຂະພາບ, ຊີວິດ, ຈິດໃຈ, ກຽດສັກສີ, ເສລີພາບ ຫຼື ຊັບສິນຈາກທຸກຮູບແບບການຄ້າມະນຸດ ແມ່ນມີໂທດຕາມກົດໝາຍແຫ່ງ ສປປ ລາວ ເຊິ່ງໄດ້ລະບຸໂທດໄວ້ເຖິງຂັ້ນປະຫານຊີວິດ ດັ່ງນີ້:

ອີງຕາມກົດໝາຍວ່າດ້ວຍ ການຕ້ານການຄ້າມະນຸດ (2015) ມາຕາ 89: ມາດຕະການທາງອາຍາ

ບຸກຄົນຜູ້ໃດຫາກໄດ້ກະທຳຜິດໃນສະຖານຄ້າມະນຸດ ຈະຖືກລົງໂທດຕັດອິດສະລະພາບແຕ່ 5 – 15 ປີ ແລະຈະຖືກປັບໃໝ ແຕ່ 10.000.000 ກີບ ຫາ 100.000.000 ກີບ ແລະຈະຖືກຮິບຊັບຕາມທີ່ໄດ້ກຳນົດໄວ້ໃນກົດໝາຍອາຍາ

ໃນກໍລະນີທີ່ການກະທຳຜິດຫາກເປັນອາຈິນ, ມີການຈັດຕັ້ງເປັນກຸ່ມ, ຜູ້ຖືກເຄາະຮ້າຍເປັນເດັກ, ຜູ້ຖືກເຄາະຮ້າຍມີຈຳນວນແຕ່ 2 ຄົນຂຶ້ນໄປ, ເປັນຍາດໃກ້ຊິດຂອງຜູ້ກະທຳຜິດ, ຜູ້ຖືກເຄາະຮ້າຍໄດ້ຮັບບາດເຈັບສາຫັດ, ເສຍອົງຄະ, ພິການ ຫຼື ເສຍຈິດ ຈະຖືກລົງໂທດຕັດອິດສະລະພາບແຕ່ 15 ປີ ຫາ 20 ປີ ແລະຈະຖືກປັບໃໝແຕ່ 100.000.000 ກີບ ຫາ 500.000.000 ກີບ ແລະຈະຖືກຮິບຊັບຕາມທີ່ໄດ້ກຳນົດໄວ້ໃນກົດໝາຍອາຍາ

ໃນກໍລະນີທີ່ການກະທຳຜິດຫາກໄດ້ເຮັດໃຫ້ຜູ້ຖືກເຄາະຮ້າຍ ພິການຕະຫຼອດຊີວິດ, ຕິດເຊື້ອເຮສໄອວີ ຈະຖືກລົງໂທດຕັດອິດສະລະພາບຕະຫຼອດຊີວິດ ແລະ ຈະຖືກປັບໃໝແຕ່ 500.000.000 ກີບ ຫາ 1.000.000.000 ກີບ ແລະຈະຖືກຮິບຊັບ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍອາຍາ ຫຼືປະຫານຊີວິດ

ການກະກຽມໃຫ້ແກ່ການກະທຳຜິດ, ຄວາມພະຍາຍາມກໍ່ການກະທຳຜິດ ກໍຈະຖືກລົງໂທດ

ສະນັ້ນ ການຄ້າມະນຸດ ຈຶ່ງບໍ່ແມ່ນເລື່ອງສ່ວນຕົວຂອງບຸກຄົນໃດໜຶ່ງ ແຕ່ເປັນປະເດັນລະດັບຊາດ ລະດັບພາກພື້ນ ທີ່ຫຼາຍໆປະເທດພະຍາຍາມແກ້ໄຂຮ່ວມກັນ ເພາະມີເຄືອຂ່າຍສົ່ງຄົນໄປຂາຍຂ້າມແດນເລື້ອຍໆ ພວກເຮົາທີີ່ເປັນແມ່ຍິງເອງກໍຄວນມີສະຕິ ຫາກພົບເຫັນການຄ້າມະນຸດ ຫຼືຜູ້ທີ່ກ່ຽວຂ້ອງກັບຂະບວນການ ກໍສາມາດແຈ້ງຕໍ່ເຈົ້າໜ້າທີ່ບ້ານເມືອງໄດ້ ເພື່ອເຮັດແນວໃດໃຫ້ ການຄ້າມະນຸດ ໝົດໄປຈາກສັງຄົມ

ຂໍ້ມູນ: ວາລະສານ ຂວັນໃຈ

ຮູບພາບປະກອບຈາກ: google

ແບ່ງປັນ