Breaking News

“Top10 Mini mart” ຮ້ານຄ້ານ້ອງໃໝ່ຂົນໂປຣໂມຊັ້ນພິເສດມາເອົາໃຈລູກຄ້າ ພິເສດທາງຮ້ານໃຈໃຫ່ຍແຈກ ສາຍຄໍຄຳ ແລະ ອື່ນໆ…

ແບ່ງປັນ

“Top10 Mini mart” ຮ້ານຄ້ານ້ອງໃໝ່ຂົນໂປຣໂມຊັ້ນພິເສດມາເອົາໃຈລູກຄ້າ ພິເສດທາງຮ້ານໃຈໃຫ່ຍແຈກ ສາຍຄໍຄຳ ແລະ ອື່ນໆ…

ຈັດພິທີເປີດໂຕໄປເປັນທີ່ຮຽບຮ້ອຍແລ້ວສຳລັບຮ້ານ “Top10 Mini mart” ເຊິ່ງພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 21 ເມສາ 2018 ທີ່ຜ່ານມາ ທີ່ຮ້ານ Top10 Mini mart ບ້ານດອນກອຍ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ, ທ່ານນາງບຸດສະກອນ ອັງກາບເພັດ ປະທານຮ້ານ Top10 Mini mart ໄດ້ກ່າວວ່າປັດຈຸບັນຮູບແບບການຈັບຈ່າຍສິນຄ້າໃຊ້ສອຍຂອງຄົນລາວແມ່ນແຕກຕ່າງຈາກໃນເມື່ອກ່ອນ ໂດຍສະເພາະໃນຕົວເມືອງຜູ້ຄົນຕ້ອງການຄວາມສະດວກສະບາຍ ແລະວ່ອງໄວ
ແມ້ແຕ່ການເລືອກຊື້ເລືອກຫາສິນຄ້າເພື່ອການບໍລິໂພກ ແລະ ອຸປະໂພກ ເຊິ່ງພວກເຮົາມີຄວາມເຂົ້າອົກເຂົ້າໃຈເປັນຢ່າງດີ.

ສະນັ້ນ, ຈຶ່ງໄດ້ມີການເປີດຮ້ານຄ້າສະດວກຊື້ Top10 Mini Mart ຂຶ້ນມາເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງລູກຄ້າ ທາງຮ້ານຂອງພວກເຮົາໄດ້ຮວບຮວມສິນຄ້າທີ່ຫຼາກຫຼາຍ ແລະ ມີຄຸນນະພາບໄດ້ມາດຕະຖານໂດຍສະເພາະກໍແມ່ນຜະລິດຕະພັນໃຊ້ໃນຄົວເຮືອນ ແລະສິນຄ້າທີ່ຊົມໃຊ້ໃນຊີວິດປະຈຳວັນ ພິເສດໄປກວ່ານັ້ນ ທາງຮ້ານກໍຍັງໄດ້ຈັດຈຳໜ່າຍຜັກ-ໝາກໄມ້ປອດສານພິດ ແລະຊີ້ນສັດ-ອາຫານທະເລນຳເຂົ້າສົດໃໝ່ ເພື່ອເປັນທາງເລືອກໃຫ້ກັບລູກຄ້າຜູ້ທີ່ຮັກສຸຂະພາບ ແລະ ຕ້ອງການປຸງແຕ່ງອາຫານຮັບປະທານເອງສາມາດເວົ້າໄດ້ວ່າລູກຄ້າທີ່ເຂົ້າມາໃນຮ້ານຂອງພວກເຮົາແມ່ນຈະໄດ້ຮັບສິນຄ້າທີ່ຫຼາກຫຼາຍ ແລະຄົບຖ້ວນ ໃນລາຄາທີ່ໄດ້ມາດຕະຖານ ແລະ ການບໍລິການທີ່ເປັນມິດ ພາຍໃຕ້ສະໂລແກນຂອງຮ້ານທີ່ວ່າທັອບເທັນມິນິມາກ ສິນຄ້າຄົບ ຈົບທຸກຢ່າງ.


ພິເສດໄປກວ່ານັ້ນທາງຮ້ານຍັງມີໂປຣໂມຊັ້ນພິເສດສະເຫຼີມສະຫຼອງການເປີດຮ້ານໃໝ່ ລູກຄ້າທີ່ຊື້ສິນຄ້າພາຍໃນຮ້ານຄົບ 100.000 ກີບສາມາດລຸ້ນຮັບລາງວັນ ສາຍຄໍຄຳ 2 ສະຫຼຶງ, ໂທລະພາບສີ, ພັດລົມແລະຂອງລາງວັນອື່ນໆອີກຢ່າງຫຼວງຫຼາຍໝົດເຂດວັນທີ 21 ພຶດສະພາ2018 ນີ້.

“Top10 Mini mart” ຕັ້ງຢູ່ບ້ານດອນກອຍ, ເມືອງສີສັດຕະນາກ ໃກ້ກັບສີ່ແຍກທາງຕັດໃໝ່ດອນກອຍ. ເປີດບໍລິການທຸກມື້ ຕັ້ງແຕ່ 7:00-23:00. ເບີໂທລະສັບ: 020 56631 076.

ແບ່ງປັນ