Breaking News

ກິນອາຫານເຊົ້າຫຼັງຈາກຕື່ນນອນ 1 ຊົ່ວໂມງ ບໍ່ໜ້າເຊຶ່ອວ່າຈະເກີດສິ່ງນີ້ຂຶ້ນກັບເຮົາ…!!!

ແບ່ງປັນ

ການກິນອາຫານເຊົ້າພາຍໃນເວລາບໍ່ເກີນ 1 ຊົ່ວໂມງຫຼັງຈາກຕື່ນນອນ ດີຫຼາຍຊ່ວຍຫຼຸດຄວາມຕຸ້ຍ…

ຖ້າໃຜທີ່ບໍ່ເຄີຍອົດອາຫານເຊົ້າເລີຍກໍຖືວ່າເປັນເລຶ່ອງທີ່ດີຫຼາຍເລີຍ ແຕ່ຖ້າໃຜທີ່ມັກກິນອາຫານເຊົ້າຫຼັງຕຶື່ນນອນປະມານ 1 ຊົ່ວໂມງບອກເລີຍວ່າທ່ານຈະໄດ້ຮັບສອງສິ່ງນີ້ເປັນລາງວັນກັບສຸຂະພາບ ແລະ ຮ່າງກາຍຂອງທ່ານໂດຍບໍ່ຕ້ອງເຮັດຫຍັງເລີຍ!!!

eating

  • ຊ່ວຍຫຼຸດນ້ຳໜັກໄດ້ດີ

ການກິນອາຫານເຊົ້າໃນຊົ່ວໂມງທຳອິດຂອງການຕື່ນນອນຈະຊ່ວຍຄວບຄຸມລະດັບນ້ຳຕານໃນເລືອດໃຫ້ເປັນປົກກະຕິ ໃນເວລາດຽວກັນນ້ຳຕານໃນເລືອດຈະຊ່ວຍປຸກລະບົບເຜົາຜານໃຫ້ຕື່ນມາເຮັດວຽກດ້ວຍຄວາມດຸໝັ່ນແຂງແຮງໄປໄດ້ໝົດມື້

ແຕ່ຖ້າທ່ານອົດອາຫານເຊົ້າ ລະດັບນ້ຳຕານໃນເລືອດທີ່ຢູ່ໃນລະດັບຕ່ຳຕັ້ງແຕ່ຕອນຕື່ນນອນຈະເຮັດໃຫ້ທ່ານຫວັ່ນໄຫວໄປກັບອາການແຄລໍລີ່ສູງ ແລະ ນ້ຳຫວານໄດ້ງ່າຍຂຶ້ນ ດັ່ງນັ້ນໃຜທີ່ຢາກຫຼຸດນ້ຳໜັກຄວນກິນອາຫານເຊົ້າຫຼັງຈາກຕື່ນນອນປະມານ 1 ຊົ່ວໂມງເດີ້.

  • ກະຕຸ້ນຈິດໃຈໃຫ້ແຈ່ມໃສ-ມີຄວາມຈື່ຈຳດີ

ການວິໄຈຂອງ  National Weight Control Registry ພົບວ່າ 78% ຂອງຄົນທີ່ຫຼຸດນ້ຳໜັກໄດ້ມັກຈະເປັນຄົນທີ່ກິນອາຫານເຊົ້າຫຼັງຕື່ນນອນບໍ່ເກີນ 1 ຊົ່ວໂມງ ເຊິ່ງນອກຈາກຈະເປັນຜົນປະໂຫຍດເລຶ່ອງຫຼຸດຄວາມຕຸ້ຍແລ້ວຜົນການວິໄຈພົບອີກວ່າ ຄົນທີ່ກິນອາຫານເຊົ້າຫຼັງຕື່ນນອນ 1 ຊົ່ວໂມງມີທ່າອ່ຽງອາລົມແຈ່ມໃສ ຈິດໃຈເບີກບານ ລວມທັງມີທັກສະການຮຽນຮູ້ ແລະ ຈື່ຈຳໄດ້ດີຂຶ້ນກວ່າປົກກະຕິນຳອີກ ແລະ ຊ່ວຍໃຫ້ການຫຼຸດນ້ຳໜັກຮອດເປົ້າໝາຍໄວຂຶ້ນ.

ແບ່ງປັນ