Breaking News

(ບໍ່ຫຍຸ້ງຍາກອີກແລ້ວ) ແຈ້ງການ! ຍົກເລີກຂຽນແບບຟອມ ແຈ້ງເຂົ້າ-ອອກເມືອງ ຂອງພົນລະເມືອງລາວ ແລະ ຄົນຕ່າງດ້າວ

ແບ່ງປັນ

ແຈ້ງການຍົກເລີກ ຂຽນແບບຟອມແຈ້ງເຂົ້າ-ອອກເມືອງ ຂອງພົນລະເມືອງລາວ ແລະ ຄົນຕ່າງດ້າວ ທີ່ອາໃສຢູ່ໃນ ສປປ ລາວ (ດ່ານສາກົນສະໜາມບິນ 4 ແຫ່ງ) 

ນັກເດີນທາງມີເຮ…ຕໍ່ຈາກນີ້ຈະບໍ່ມີຄວາມຫຍຸ້ງຍາກ ຈະເດີນທາງໄປໃສມາໃສກໍຈະສະດວກສະບາຍຂຶ້ນແລ້ວເດີ້ ເພາະບໍ່ໄດ້ຂຽນຟອມເຂົ້າ-ອອກເມືອງໃຫ້ຫຍຸ້ງຍາກຄືເກົ່າແລ້ວ. ທາງກົມໃຫຍ່ສັນນິບານ ກະຊວງປ້ອງກັນສະຫງົບ ໄດ້ອອກແຈ້ງການໃນວັນທີ 26 ເມສາ 2018 ທີ່ຜ່ານມາວ່າ ໄດ້ຍົກເລີກການຂຽນແບບຟອມແຈ້ງເຂົ້າ-ອອກເມືອງ ຂອງພົນລະເມືອງລາວ ແລະ ຄົນຕ່າງດ້າວທີ່ອາໄສ ຢູ່ ສປປ ລາວ. ຢູ່ສະເພາະ 4 ດ່ານຂອງສະໜາມບິນ ຄື: ສະໜາມສາກົນວັດໄຕ, ສະໜາມບິນສາກົນຫຼວງພະບາງ, ສະໜາມບິນສາກົນສະຫວັນນະເຂດ ແລະ ສະໜາມບິນສາກົນປາກເຊ. ສ່ວນດ່ານສາກົນອື່ນໆແມ່ນຕ້ອງໄດ້ຂຽນແບບຟອມຄືເກົ່າ.

ສຳລັບ, ຄົນຕ່າງປະເທດ ແລະ ບໍ່ມີສັນຊາດ ແມ່ນຍັງໄດ້ຂຽນຟອມເຂົ້າ-ອອກເມືອງຕາມລະບຽບການຄືເກົ່າ, ຈົນກວ່າຈະມີແຈ້ງການເພີ່ມຕື່ມ.

ແບ່ງປັນ