Breaking News

ດວງປະຈຳວັນ ສຸກ, ວັນທີ 11 ພຶດສະພາ 2018

ແບ່ງປັນ

ວັນອາທິດ
ການເງິນ: ຍັງຢູ່ໃນເກນທີ່ຊົງຕົວ ແລະ ຕ້ອງພ້ອມລະມັດລະວັງໃນການໃຊ້ຈ່າຍ ວາງແຜນການໃຊ້ເງິນໃຫ້ດີຈະເຮັດໃຫ້ສາມາດເກັບເງິນໄດ້
ວຽກງານ: ລະມັດລະວັງຢ່າງເລັ່ງດ່ວນຫຼາຍເກີນໄປ ຈົນເຮັດໃຫ້ເກີດຄວາມຜິດພາດ ແລະ ເມື່ອຕ້ອງແກ້ໄຂຍິ່ງຈະໃຊ້ເວລາຫຼາຍກວ່າເກົ່າ
ຄວາມຮັກ: ສາມາດພັດທະນາຄວາມສໍາພັນໃຫ້ຢູ່ເກນທີ່ດີກວ່າເກົ່າໃນໄລຍະນີ້ ຫຼື ຜູ້ທີ່ແຕ່ງງານແລ້ວຈະມີຂ່າວດໃນເລື່ອງການມີລູກ

ວັນຈັນ
ການເງິນ: ມີໂຊກຈະໄດ້ເງິນເຂົ້າມາເລື້ອຍໆ ໄລຍະນີ້ດວງຊະຕາດ້ານການເງິນດີຂຶ້ນກວ່າແຕ່ກ່ອນຢ່າງເຫັນໄດ້ຈະແຈ້ງ
ວຽກງານ: ເລັ່ງດ່ວນໃນເລື່ອງຂອງວຽກ ແຕ່ກໍຈະເກີດຄວາມສໍາເລັດທີ່ດີດ້ວຍຄວາມດຸໝັ່ນ ແລະ ຄວາມສາມາດໃນການເຮັດທຸລະກິດວຽກງານໃຫ້ມີຄວາມກ້າວໜ້າ ມີຫຸ້ນສ່ວນທີ່ດີຄອຍສົ່ງເສີມກັນ
ຄວາມຮັກ: ໄລຍະນີ້ມີຄວາມຫວັງໃນການທີ່ຈະພັດທະນາຄວາມສໍາພັນດ້ານຄວາມຮັກ ເປັນການໃຊ້ເວລາເພື່ອພິສູດ ແລະເບິ່ງໃຈກັນໄປນັ້ນເອງ
ວັນອັງຄານ
ການເງິນ: ໄລຍະນີ້ຊອກເຂົ້າມາໄດ້ຢ່າງຕໍ່່ເນື່ອງ ແລະ ອາດຈະມີຜູ້ໃຫຍ່ໃຫ້ການອຸປະຖໍາທາງດ້ານການເງິນກໍເປັນໄປໄດ້
ວຽກງານ: ເມື່ອຍໃນເລື່ອງຂອງວຽກໃນໄລຍະນີ້ ແຕ່ກໍ່ຄຸ້ມຄ່າໃນຄວາມພະຍາຍາມ ການລົງນາມເອກະສານສັນຍາຕ່າງໆໃນໄລຍະນີ້ ຄວນກວດກາໃຫ້ດີກ່ອນ
ຄວາມຮັກ: ຄົນທີ່ມີຄົນຮັກແລ້ວພາບລວມຍັງຄົງຢູ່ໃນສະຖານະການທີ່ດີ ສ່ວນຜູ້ທີ່ຍັງບໍ່ມີໃຜມີໂອກາດພົບຄົນເກັ່ງ ມີຄວາມສາມາດ ມີສະເໜ່
ວັນພຸດ
ການເງິນ: ສະຖານະການດ້ານການເງິນຍັງຄົງຕົວ ບໍ່ມີເຫດການໃຫ້ກັງວົນໃດໆ ໄລຍະນີ້ວາງແຜນໃຫ້ຮອບຄອບ ຈະເຮັດໃຫ້ມີເງິນເກັບນໍາ
ວຽກງານ: ຈະເຮັດສິ່ງໃດໃນໄລຍະນີ້ຈະໂຊກດີ ເພາະຜູ້ໃຫຍ່ໃຫ້ການຊ່ວຍເຫຼືອທາງດ້ານວຽກດີຂຶ້ນ ຫຼື ມີໂອກາດໄດ້ຮັບຕໍາແໜ່ງໃໝ່
ຄວາມຮັກ: ຕ້ອງໃຊ້ຄວາມໃຈເຢັນ ແລະ ປະຄັບປະຄອງຄວາມສໍາພັນ ຄວາມສໍາພັນຈຶ່ງຈະດໍາເນີນຕໍ່ໄປໄດ້
• ວັນພະຫັດ

ການເງິນ: ໂຊກດີມີໂຊກຈະໄດ້ເງິນເຂົ້າມາເພີ່ມຕຶ່ມເພີ່ມຂຶ້ນໃນໄລຍະນີ ຫຼື ຈະໄດ້ເງິນເຂົ້າມາງ່າຍໆກໍ່ເປັນໄດ້
ວຽກງານ: ໄລຍະນີ້ມີຄວາມເລັ່ງດ່ວນໃນເລື່ອງຂອງວຽກທີ່ຈະສ້າງຄວາມສໍາເລັດໃຫ້ຕົນເອງໄດ້ ແຕ່ກໍ່ຕ້ອງໃຈເຢັນວາງແຜນການເຮັດວຽກໃຫ້ຮອບຄອບ ແລະ ຮັດກຸມທີ່ສຸດ
ຄວາມຮັກ: ຍັງກັງວົນໃຈດ້ານຄວາມສໍາພັນດ້ານຄວາມຮັກໃນໄລຍະນີ້ ເຖິງຈະມີຂໍ້ມູນກ່ຽວກັບຄົນຮັກແຕ່ກໍຍັງຕັດສິນໃຈບໍ່ໄດ້

ວັນສຸກ
ການເງິນ: ມີຄວາມກົດດັນຕ່າງໆທາງດ້ານການເງິນໃນໄລຍະນີ້ ຍັງບໍ່ລົງຕົວຫຼາຍໃນເລື່ອງການເງິນ ຈຶ່ງຄວນປະຢັດ ໂດຍສະເພາະໃນສິ່ງທີ່ບໍ່ຈໍາເປັນຕ່າງໆ
ວຽກງານ: ມີການລົງທຶນດ້ວຍເງິນເປັນຈໍານວນຫຼາຍໃນເລື່ອງການເຮັດທຸລະກິດ ແຕ່ກໍ່ຄວນມີຄວາມຮອບຄອບ ມີການວາງແຜນກ່ອນທີ່ຈະລົງທຶນໃດໆອອກໄປນັ້ນເອງ
ຄວາມຮັກ: ມີໂອກາດພົບຄູ່ພົບຄົນທີ່ຖືກໃຈ ໃນເລື່ອງວຽກຈະເຮັດໃຫ້ໄດ້ພົບກັນ ຫຼື ຕ້ອງເຮັດວຽກຮ່ວມກັນນັ້ນເອງ
ວັນເສົາ
ການເງິນ: ໂຊກດີມີໂຊກຈະໄດ້ສິ່ງຂອງ ຫຼື ເຄື່ອງສວຍງາມບາງຢ່າງເຂົ້າມາໃນໄລຍະນີ້ ແຕ່ຈະພົບເລື່ອງກັງວົນໃຈທາງດ້ານການເງິນກ່ອນ ແລ້ວຈະມີໂຊກດີຕາມມາ
ວຽກງານ: ມີໂອກາດເດີນທາງເພື່ອຕິດຕໍ່ວຽກຫຼາຍຂຶ້ນໃນໄລຍະນີ້ ແຕ່ກໍ່ສົ່ງຜົນດີທີ່ເຮັດໃຫ້ເກີດຄວາມສໍາເລັດດີຂຶ້ນ ຫຼື ວຽກຈະເລີນກ້າວໜ້າຂຶ້ນນັ້ນເອ
ຄວາມຮັກ: ຈະມີຄົນທີ່ມີຕໍາແໜ່ງສູງກວ່າ ຫຼື ເປັນຄົນມີສະເໜ ເຂົ້າມາເຮັດໃຫ້ເກີດຄວາມສຸກ ແລະ ມີສິ່ງດີໆເກີດຂຶ້ນໃນຊີວິດ ເພາະເຂົາຈະເຂົ້າມາຊ່ວຍອຸປະຖໍານັ້ນເອງ

ແບ່ງປັນ