Breaking News

ຂ້ອຍງາມ ສະຫຼາດ ອອກຈະເພີເຟັກແຕ່… Why! Why! Why! ເປັນຫຍັງຜູ້ຊາຍຈຶ່ງບໍ່ມັກຈີບຄົນງາມ? (ມີຄຳຕອບ)

ແບ່ງປັນ

7 ເຫດຜົນ! ທີ່ຜູ້ຊາຍບໍ່ມັກຈີບຄົນງາມມາເປັນແຟນ!

Why! Why! Why! ເປັນຫຍັງຜູ້ຊາຍຈຶ່ງບໍ່ມັກຈີບຄົນງາມ? ນັ້ນແຫຼະ! ເປັນຫຍັງ! ເຫັນແມ່ຍິງງາມໆຢູ່ໃກ້ໆແຕ່ບໍ່ເຂົ້າໄປຈີບກັນເລີຍ ມີແຕ່ເບິ່ງນໍາຈົນສຸດສາຍຕາເອົາຊື່ໆ! ບໍ່ຮູ້ວ່າເປັນຫຍັງ ບາງເທື່ອອາດຈະບໍ່ກ້າ ແຕ່ບໍ່ວ່າດ້ວຍເຫດຜົນໃດກໍແລ້ວແຕ່ ຈາກທີ່ສັງເກດມານີ້ແມ່ຍິງທີ່ງາມໆສ່ວນຫຼາຍມັກຈະໂສດ ບໍ່ຄ່ອຍມີແຟນເລີຍ ເພາະບໍ່ຄ່ອຍມີຜູ້ຊາຍເຂົ້າມາຈີບ ເຮົາໄປຄົ້ນຫາດີບໍ່ວ່າຍ້ອນຫຍັງ? ຜູ້ຊາຍບໍ່ມັກຄົນງາມບໍ່ ຫຼືແນວໃດ ໄປເບິ່ງເລີຍ

  1. ຢ້ານບໍ່ຖືກໃຈ: ມັກຈະຖືກເຂົ້າໃຈຜິດຢູ່ສະເໝີວ່າ ແມ່ຍິງງາມມັກຈະຫຼາຍເລື່ອງ ເອົາໃຈຍາກ ນັ້ນກໍບໍ່ເອົານີ້ກໍບໍ່ຖືກ ກິນເຂົ້າຂ້າງທາງບໍ່ໄດ້ຕ້ອງກິນອາຫານຫຼູໆລະດັບ 5 ດາວ ອາຫານຕ້ອງຄຼີນ ຕ້ອງມີຜັກ 3 ສີ ໃນຈານ ທຸກວັນສໍາຄັນຕ້ອງມີຂອງຂວັນ ຂອງຂວັນກໍຕ້ອງລະດັບໄຮ!!! ແມ່ເຈົ້າເອີ້ຍ ມັນກໍມີຢູ່ດອກຄົນງາມແບບນັ້ນ ແຕ່ກໍບໍ່ຫຼາຍດອກ ແຕ່ຍ້ອນຜູ້ຊາຍຢ້ານຄວາມຫຼາຍເລື່ອງຂອງແມ່ຍິງທີ່ງາມ ເລີຍບໍ່ກ້າເຂົ້າໄປຈີບນັ້ນເອງ

2.ຢ້ານວ່ານາງມີຄ່າໃຊ້ຈ່າຍຫຼາຍ: ເພາະຄວາມງາມຕ້ອງໃຊ້ເງິນ! ຄົນງາມຈໍາເປັນຕ້ອງໃຊ້ເງິນເບິ່ງແຍງສ່ວນຕ່າງໆຂອງຮ່າງກາຍເພື່ອໃຫ້ງາມຢູ່ຕະຫຼອດເວລາ ບໍ່ວ່າຈະເປັນເຮັດໜ້າ, ນວດໜ້າ, ສະປາຕົວ ຄີມບໍາລຸງຕ້ອງມາຈາກທະເລນໍ້າເລິກ ພອກໜ້າຕ້ອງມາຈາກດິນພູເຂົາໄຟຢ່າງດີ ເພາະຖ້າບໍ່ເບິ່ງແຍງກະຊິບໍ່ງາມລະເນາະ! ນີ້ກໍເປັນສາເຫດທີ່ຜູ້ຊາຍບໍ່ມີເງິນພໍຈຶ່ງບໍ່ກ້າຈີບຄົນງາມ

3. ຢ້ານຖືກຖິ້ມ: ໃນສາຍຕາຜູ້ຊາຍ ຄົນງາມຕ້ອງມີຄົນເຂົ້າມາຈີບຫຼາຍຢ່າງແນ່ນອນ ຕົວເລືອກຂອງເຂົາມີຫຼາຍ ແນ່ນອນຄົນງາມມັກເລືອກໄດ້ ມີທັງຜູ້ຊາຍທີ່ພ້ອມຈະເບິ່ງແຍງດູແລທຸກຢ່າງ ເຂົາບໍ່ສົນໃຈຜູ້ຊາຍທີ່ບໍ່ສາມາດເບິ່ງແຍງເຂົາໄດ້ດອກ ແລະ ແນ່ນອນແມ່ຍິງງາມກໍມັກຈະເລືອກຄົນທີ່ດີທີ່ສຸດຢູ່ແລ້ວ ຜູ້ຊາຍຫຼາຍຄົນຈຶ່ງບໍ່ກ້າຈີບຄົນງາມເພາະຢ້ານຖືກຖິ້ມແຕ່ຍັງບໍ່ເລີ່ມຕົ້ນນັ້ນເອງ.

4. ຄູ່ແຂ່ງຫຼາຍ: ຕໍ່ຈາກຂໍ້ທີ່ແລ້ວ ຕົວເລືອກຄົນງາມມັກຈະຫຼາຍ ຄູ່ແຂ່ງກໍຫຼາຍ ມີທັງຜູ້ຊາຍທີ່ພຽບພ້ອມໄປໝົດທຸກຢ່າງທີ່ເຂົ້າມາຈີບນາງຢ່າງຫຼວງຫຼາຍ ເຂົາກໍເລີຍຄິດໄປວ່າແມ່ຍິງທີ່ງາມໆຄົງຈະບໍ່ມາສົນໃຈຄົນທໍາມະດາຄືເຂົາດອກ ຍິ່ງງາມລະດັບນາງຟ້າແບບນັ້ນບໍ່ຕ້ອງເວົ້າຮອດດອກ ພຽງແຕ່ຄິດກໍຍັງເປັນໄປບໍ່ໄດ້ແລ້ວ ຄູ່ແຂ່ງມາເປັນກອງທັບ ຄົງຍາກທີ່ເຂົາຈະເບິ່ງຄົນຄືເຮົາ ນີ້ກໍເປັນເຫດຜົນທີ່ຜູ້ຊາຍໄດ້ແຕ່ເບິ່ງຊື່ໆແຕ່ບໍ່ກ້າຈີບ

5.ຄົນງາມມັກຍິ່ງ: ເປັນຫຍັງຄືຍິ່ງແທະ!!! ຄົນງາມສ່ວນຫຼາຍຈະມັກໄດ້ຍິນຄໍານີ້ເປັນປະຈໍາ ເພາະຄົນງາມຈະເປັນປະເພດທີ່ມັກຢູ່ເສີຍນັ່ງຊື່ໆບໍ່ຄ່ອຍສົນໃຈໃຜ ແຕ່ໃນໃຈເລິກໆແລ້ວເຂົາກໍບໍ່ໄດ້ຍິ່ງດອກ ແຕ່ຍ້ອນຜູ້ຊາຍມັກຄິດໄປເອງຫຼາຍກວ່າ ແຕ່ມັນກໍກາຍເປັນເຫດຜົນທີ່ເຮັດໃຫ້ຜູ້ຊາຍບໍ່ກ້າເຂົ້າໄປຈີບເພາະຢ້ານໃນຄວາມຍິ່ງຂອງນາງນັ້ນເອງ.

6. ຕ້ອງພົບກັບແຮງກົດດັນສູງ: ຖ້າເຈົ້າຄິດຈະຈີບຄົນງາມ ເຈົ້າຕ້ອງພົບກັບແຮງກົດດັນຫຼາຍຢ່າງທັງຈາກໝູ່ຂອງເຂົາ, ພໍ່ແມ່ເຂົາ ເພາະຄົນທີ່ໜ້າຕາດີມັກຖືກຈັບຕາເບິ່ງຢູ່ແລ້ວ ບໍ່ວ່ານາງຈະຫັນໜ້າໄປທາງໃດ ຈະເຮັດຫຍັງ ກໍມີແຕ່ຄົນເບິ່ງ ແລະ ເວົ້ານີ້ນັ້ນຢູ່ຕະຫຼອດ ຖ້າຜູ້ຊາຍທີ່ຄິດວ່າຕົນເອງທົນຕໍ່ແຮງກົດດັນບໍ່ໄດ້ ກໍເລີຍເລືອກທີ່ຈະບໍ່ຈີບຄົນງາມເລີຍ

7. ຕ້ອງມີແຟນແລ້ວແນ່ນອນ: ງາມຂະໜາດນີ້ບໍ່ໜ້າລອດມາຮອດເຮົາດອກ ເປັນທໍາມະດາທີ່ຄົນໜ້າຕາດີຈະມັກຖືກເບິ່ງວ່າມີແຟນແລ້ວ ກໍງາມຂະໜາດນີ້ ບໍ່ມີແຟນເປັນໄປບໍ່ໄດ້ຢູ່ແລ້ວ ຜູ້ຊາຍຮ້ອຍທັງຮ້ອຍ ເມື່ອພົບແມ່ຍິງທີ່ໜ້າຕາດີຄິດຢ່າງດຽວຄືມີແຟນແລ້ວແນ່ນອນ!!! ທໍາມະດາກໍຕ້ອງທໍາໃຈໄວ້ແດ່ ແຕ່ເມື່ອສາວງາມຫຼາຍຄົນຍັງບໍ່ມີແຟນກໍຍ້ອນຜູ້ຊາຍມັກຄິດແບບນີ້ ຈົນບໍ່ກ້າເຂົ້າມາຈີບຫັ້ນເດ້ລະ! ຄົນງາມອາລົມເສຍ!!!

ທີ່ມາ: ວາລະສານ ຂວັນໃຈ

ແບ່ງປັນ