Breaking News

ເຜັດໆໆໆ!  ຊິນດີ້ ສິຣິນຍາ ໂຕແມ່ວົງການນາງແບບປະເທດເພື່ອນບ້ານ ຮ່ວມເປັນໂຄສໃນ Lao Super Model 2018

ແບ່ງປັນ

ຄຶກຄັກ ຄຶກຄຶ້ນ ເປັນກະແສມາແຮງອີຫລີເດີ້ໆໆໆ ສຳລັບການປະກວດ Laos Super Model 2018 ທີ່ປີນີ້ເປັນປີພິເສດທີ່ມີ ຊິນດີ້ ສິຣິນຍາ ບິຊອຟ ນາງແບບ-ນັກສະແດງໂຕແມ່ອີກໜຶ່ງຄົນຂອງວົງການບັນເທີງປະເທດເພື່ອນບ້ານ ມາເປັນ ໂຄສ ພິເສດຮັບເຊີນ ຮ່ວມກັບ ໂຄສ ຈາກລາວເຮົາອີກ 3 ທ່ານນັ້ນກໍຄື ວິລຸນາ ເພັດມະນີ (ຕ໋ອດ ລິນ່າ), ໂຄສ ສຸລິສັກ ວົງດວງດີ (ໂຕ້) ແລະ ໂຄສ ພະຈັນຄຳ ວົງໄຊ (ປ້ອງ), ເຊິ່ງໃນວັນທີ 12 ແລະ 13 ພຶດສະພາ ທີ່ຜ່ານມາກໍ່ມີການເປີດຕົວໂຄງການ ແລະ ຄັດເລືອກກັນໄປແບບອະລັງການ…

ສຳລັບ ຊິນດີ້ ສິຣິນຍາ ເປັນໂຕແມ່ແຖວໜ້າຂອງວົງການບັນເທີງ ມີຜົນງານມາແລ້ວຫຼາກຫຼາຍຢ່າງທັງເດີນແບບ ສະແດງລະຄອນ ພິທີກອນ, ແຈ້ງເກີດໃນວົງການບັງເທີງດ້ວຍການປະກວດນາງງາມ ໄດ້ຮັບຕຳແໜ່ງ Miss Thailand World ປີ 1996 ນັ້ນເອງ.

ຂໍຂອບໃຈຮູບພາບຈາກ: Laos Super Model , Xaysana Studio , Alex Aliya Soundala

ແບ່ງປັນ