Breaking News

ໃຜເຄີຍປະສົບກັບບັນຫາຄວາມລົ້ມເຫຼວໃນຊີວິດແດ່ ທັງການຮຽນ ການງານ… ລອງມາອ່ານ!!!

ແບ່ງປັນ

12 ສິ່ງທີ່ບໍ່ຄວນເຮັດ! ເພາະອາດຈະເຮັດໃຫ້ຊີວິດຂອງ “ເຈົ້າລົ້ມເຫຼວ” ຊໍ້າແລ້ວຊໍ້າອີກ

ສະບາຍດີສາວໆຂວັນໃຈ ໃຜເຄີຍປະສົບກັບບັນຫາຄວາມລົ້ມເຫຼວໃນຊີວິດແດ່ ທັງການຮຽນ ການງານ ມື້ນີ້ ຂວັນໃຈ ມີເຄັດ (ບໍ່) ລັບດີໆໃນການພັດທະນາຕົວເອງມາຕ້ອນກັນ!!!

ຫຼາຍໆຄົນມີຄວາມຜິດພາດ ລົ້ມເຫຼວເກີດຂຶ້ນມາໃນຊີວິດ ແລ້ວຍ້ອນຫຍັງ? ບາງຄົນຊອກເຫດຜົນໄດ້ ແຕ່ຍັງບໍ່ສາມາດແກ້ໄຂບັນຫາທີ່ເກີດຂຶ້ນໄດ້ຈັກເທື່ອ ມື້ນີ້ ເຮົາລອງມາເບິ່ງເລີຍວ່າເຮົາມີນິໄສແບບນີ້ບໍ່ ແລະ ຕ້ອງເຊົາພຶດຕິກໍານີ້ດ້ວຍວິທີໃດ? ຖ້າພ້ອມແລ້ວເຮົາໄປເບິ່ງກັນເລີຍ…

  1. ໃຫ້ຄົນອື່ນມານິຍາມ “ຄວາມສໍາເລັດ” ແທນຕົວເອງ

ຖາມຕົວເອງວ່າຊີວິດເຮົາຕ້ອງການນິຍາມ “ຄວາມສໍາເລັດ” ໃນແບບໃດ ຊຶ່ງແນ່ນອນວ່າແຕ່ລະຄົນນິຍາມຄວາມສໍາເລັດບໍ່ຄືກັນ ເພາະຄວາມຕ້ອງການທີ່ແຕກຕ່າງກັນ ດັ່ງນັ້ນ ຈົ່ງນິຍາມຄວາມສໍາເລັດຂອງເຮົາດີກວ່າ

  1. ເຊື່ອໃນສິ່ງທີ່ຄົນບອກຕໍ່ ໂດຍບໍ່ລອງຊອກຄໍາຕອບດ້ວຍຕົວເອງ

ເມື່ອສົງໄສໃນເລື່ອງໃດຄວນຕັ້ງຄໍາຖາມ ແລະ ພິສູດດ້ວຍຕົວເອງກ່ອນ ກ່ອນທີ່ຈະເຊື່ອໃນສິ່ງທີ່ຄົນອື່ນເລົ່າຕໍ່ກັນມາເພາະເມື່ອໄດ້ລົງມືເຮັດ ແລະ ພິສູດດ້ວນຕົນເອງອາດຈະເຮັດໃຫ້ເກີດຄໍາຕອບທີ່ແຕກຕ່າງຈາກຄໍາບອກເລົ່າກໍ່ເປັນໄດ້

  1. ໃຫ້ຄົນອື່ນມາຕັດສິນໃຈໃນເລື່ອງທີ່ ສໍາຄັນຂອງຊີີວິດ

ໃນເລື່ອງຂອງການຕັດສິນໃຈ ອາດຈະມີບາງເທື່ອທີ່ຕ້ອງມີຄົນອື່ນມາຊ່ວຍຕັດສິນໃຈ ແຕ່! ຢ່າລືມວ່າໃນການຕັດສິນໃຈເລື່ອງສໍາຄັນຂອງຊີວິດເຮົາ ເຮົາຄືຄົນທີ່ສາມາດຕັດສິນໃຈໄດ້ພຽງຄົນດຽວເທົ່ານັ້ນບໍ່ວ່າຈະເປັນ ການເລືອກສາຍຮຽນ, ການຊື້ລົດຂອງເຮົາເອງ ແມ່ນຢູ່ວ່າຕ້ອງອາໄສຄວາມຄິດເຫັນຂອງຄົນອ້ອມຂ້າງແນ່ ແຕ່ຢ່າລືມວ່ານີ້ຄືຊີວິດ ແລະ ອານາຄົດຂອງເຮົາ…

  1. ຍຶດຕິດກັບເລື່ອງລາວຄວາມຜິດພາດໃນອາດີດ

ບໍ່ມີໃຜໃນໂລກນີ້ທີ່ບໍ່ເຄີຍຜິດພາດ ຫາກເຈົ້າເອົາມາຄິດຫຼາຍ ແຕ່ບໍ່ຄິດທີ່ຈະປັບປຸງປ່ຽນແປງຫຍັງເລີຍ ເຈົ້າອາດຈະເຮັດຜິດພາດອີກຄັ້ງກໍ່ໄດ້ ສະນັ້ນ Let it go ປ່ອຍໃຫ້ມັນເປັນອາດີດ ຈົ່ງເຂັ້ມແຂງ ແລະ ເຮັດອານາຄົດທີ່ຈະເກີດຂຶ້ນໃຫ້ເຂັ້ມແຂງກໍ່ພໍ!

  1. ກັງວົນໃນເລື່ອງຂອງອານາຄົດທີ່ຍັງບໍ່ເກີດຂຶ້ນ ຫຼື ຄາດການບໍ່ໄດ້

ຢຸດກັງວົນ ແລະ ຄິດຫຼາຍກັບເລື່ອງອານາຄົດທີ່ຍັງບໍ່ເກີດຂຶ້ນ ເພາະອາດຈະເຮັດໃຫ້ເຮົາເສຍສະມາທິໃນສິ່ງຕ່າງໆທີ່ກໍາລັງເຮັດ ດັ່ງນັ້ນ ປ່ອຍໃຫ້ມັນເປັນໄປເລື້ອຍໆ ແລະ ວາງແຜນຕັ້ງຮັບສິ່ງທີ່ຈະເກີດຂຶ້ນໃນແຕ່ລະມື້

  1. ເກັບເອົາຄໍາເວົ້າດ້ານລົບຂອງຄົນອື່ນມາຄຽດແຄ້ນ

ຈົ່ງມອງຂ້າມ ແລະ ເລີກສົນໃຈຄໍາເວົ້າຂອງຄົນອື່ນທີ່ເຮັດໃຫ້ເຮົາເສຍກໍາລັງໃຈ ຫຼື ຮູ້ສຶກບໍ່ດີ ເພາະຄໍາເວົ້າເຫຼົ່ານັ້ນຍິ່ງເຮັດໃຫ້ເຮົາຕຶງຄຽດ ແລະ ອາດຈະເກີດຄວາມລົ້ມເຫຼວອີກຄັ້ງກໍ່ໄດ້

  1. ຄິດວ່າຄວາມສໍາເລັດເປັນເລື່ອງງ່າຍໆທີ່ໃຜກໍ່ເຮັດໄດ້

ເຊົາຄິດໄປເລີຍ ສໍາລັບໃຜທີ່ຄິດວ່າ ຄວາມສໍາເລັດເປັນສິ່ງງ່າຍໆທີ່ໃຜໆກໍ່ເຮັດໄດ້ ຄວາມຈິງແລ້ວເຮົາບໍ່ສາມາດບອກໄດ້ເລີຍວ່າ ມັນຢູ່ໃສ, ເມື່ອໃດ, ແນວໃດ ແຕ່ຈົ່ງເດີນໜ້າຕໍ່ໄປເລື້ອຍໆຕາມແຜນທີ່ເຮົາວາງໄວ້ ເພື່ອໃຫ້ບັນລຸເປົ້າໝາຍທີ່ຕັ້ງເອົາໄວ້ ແລ້ວຈັກມຶ້ືໜຶ່ງເຮົາຈະພົບກັບຄວາມສໍາເລັດໃນແບບທີ່ເຮົາຄາດຫວັງ

  1. ຖ້າເວລາແມ່ນຈຶ່ງເລີ່ມເຮັດສິ່ງໃດສິ່ງໜຶ່ງ

ຖ້າມົວແຕ່ຖ້າເວລາ ຫຼື ໂຊກຊະຕາໂດຍບໍ່ລົງມືເຮັດຈັກເທື່ອ ອາດຈະບໍ່ຕ່າງຫຍັງຈາກການທີ່ເຮົາຖ້າຫິມະມາຕົກຢູ່ລາວ ສະນັ້ນແລ້ວເມື່ອຄິດໄດ້ ກໍ່ຈົ່ງລົງມືເຮັດໃນທັນທີ ຢ່າຖ້າໃຫ້ເວລາຜ່ານໄປໂດຍບໍ່ມີຄວາມໝາຍຫຍັງ

  1. ລືມຄົນທີ່ສໍາຄັນໃນຊີວິດ

ຖ້າເຈົ້າເອົາແຕ່ສົນໃຈສິ່ງທີ່ກໍາລັງເຮັດທາງໜ້າຫຼາຍເກີນໄປ ແຕ່ທາງຫຼັງພັດບໍ່ມີໃຜຢູ່ ເຖິງວ່າເຈົ້າຈະໂດ່ງດັງພຽງໃດ? ນັ້ນໝາຍຄວາມວ່າຊີວິດເຈົ້າດີແລ້ວບໍ່? ຢ່າລືມ ບໍ່ວ່າເຈົ້າກໍາລັງເຮັດຫຍັງມີຄົນຖ້າຢູ່ທາງຫຼັງສະເໝີ ແລະ ຈົ່ງຕອບແທ່ນເພິ່ນກ່ອນຈະສາຍເກີນໄປ

  1. ຜັດວັນຜັດເດືອນໄປເລື້ອຍໆ

ມື້ນີ້ຄ້ານ ມື້ອື່ນຈຶ່ງເລີ່ມຊ່ະ ເຊົາໄປເລີຍ! ເມື່ອມີສິ່ງທີ່ຕ້ອງເຮັດຈົ່ງເລີ່ມເຮັດໃນມື້ນີ້ ເພາະບໍ່ສາມາດຮັບຮູ້ໄດ້ເລີຍວ່າມື້ອື່ນຈະເກີດຫຍັງຂຶ້ນແດ່ ຫຼື ມື້ອື່ນອາດຈະມີສິ່ງທີ່ຕ້ອງເຮັດຫຼາຍຂຶ້ນ.

  1. ຊຸກຍູ້ພາລະຮັບຜິດຊອບໃຫ້ຄົນອື່ນ

ເມື່ອເກີດບັນຫາໃດໆຂຶ້ນ ຫາກເຮົາມີສ່ວນຕ້ອງຮັບຜິດຊອບຈົ່ງເຂົ້າໄປມີສ່ວນຮ່ວມໃນການຮັບຜິດຊອບນໍາ ຢ່າປ່ອຍໃຫ້ຄົນອື່ນເຮັດ ຫຼື ຊຸກຍູ້ການຮັບຜິດຊອບໄປໃຫ້ຄົນອື່ນທັງໝົດ ການຮ່ວມກັນແກ້ໄຂບັນຫາດ້ວຍຄວາມສາມັກຄີຍ່ອມດີກວ່າເຮັດຄົນດຽວ

  1. ໃສ່ໃຈຄົນທີ່ບໍ່ພໍໃຈໃນການກະທໍາຂອງເຮົາຫຼາຍເກີນໄປ

ມີຄົນຮັກກໍ່ຍ່ອມມີຄົນບໍ່ຮັກເປັນທໍາມະດາ ສະນັ້ນ ຈົ່ງຢ່າໄປໃສ່ໃຈຄົນທີ່ບໍພຶງພໍໃຈໃນການກະທໍາຂອງເຮົາຫຼາຍເກີນໄປ ແລະ ຈົ່ງໃສ່ໃຈຄົນທີ່ຮັກເຮົາຫຼາຍຂຶ້ນນໍາ.

ແບ່ງປັນ