Breaking News

ດວງປະຈຳວັນ ພະຫັດ, ວັນທີ 17 ພຶດສະພາ 2018

ແບ່ງປັນ
• ວັນອາທິດ
ການເງິນ: ວາງແຜນການໃຊ້ຈ່າຍຢ່າງຮອບຄອບດີພໍສົມຄວນ ໄລຍະນີ້ຈະຍັງໃຊ້ເງິນເທື່ອລະຫຼາຍໆ ຍັງຄົງເຮັດບໍ່ໄດ້ດັ່ງໃຈປານໃ
ວຽກງານ: ໄລຍະນີ້ຕ້ອງຫວັງເພິ່ງພາຕົນເອງຫຼາຍໆ ຢ່າຫວັງເພິ່ງຄົນອື່ນງ່າຍໆ ແລະບໍ່ຄວນທີ່ຈະໄວ້ໃຈໃຜຫຼາຍ
ຄວາມຮັກ: ລະວັງເລື່ອງຄວາມກັງວົນໃຈດ້ານຄວາມຮັກ ທີ່ສົ່ງຜົນເຮັດໃຫ້ຄວາມສໍາພັນທີ່ດີນັ້ນຖອຍລົງ ຫຼີກລ່ຽງການຂັດແຍ່ງຈະດີທີ່ສຸດ
ວັນຈັນ
ການເງິນ: ຕ້ອງເມື່ອຍຫຼາຍຈັກໜ້ອຍ ຈະສາມາດຊອກເງິນ ຫຼືມີໂຊກເຂົ້າມາເພີ່ມຕຶ່ມຫຼາຍຂຶ້ນ ສາມາດຊອກເງິນໄດ້ຢ່າງເປັນກອບເປັນກໍາ ມີເງິນເຫຼືອເກັບຫຼາຍຂຶ້ນ
ວຽກງານ: ມີຄວາມມຸ່ງໝັ້ນທີ່ຈະເເຮັດໃຫ້ເີດຄວາມກ້າວໜ້າຢ່າງທີ່ຕັ້ງໃຈໄວ້ ຫາກກໍາລັງຖ້າຕໍາແໜ່ງຢູ່ມີໂອກາດໄດ້ຮັບຂ່າວດີ
ຄວາມຮັກ: ໂດດເດັ່ນຫາກຈະພົບໃຜໃນໄລຍະນີ້ຈະເປັນທີ່ອ່ອນໄຫວທາງດ້ານອາລົມ ມີລັກສະນະຜິວຂາວ
• ວັນອັງຄານ
ການເງິນ: ຈະພົບຄວາມກັງວົນໃຈກ່ອນແລ້ວຈຶ່ງຈະມີໂຊກເຂົ້າມາ ຈະໄດ້ເງິນເຂົ້າມາເພີ່ມຕຶ່ມເພີ່ມຂຶ້ນໄດ້ຢ່າງເປັນໂຊກໃຫ້ກັບຕົນເອງ
ວຽກງານ: ການຕິດຕໍ່ວຽກ ການເຈລະຈາເຕັມໄປດ້ວຍຄວາມສະຫຼາດເວົ້າ ມີຄວາມກ້າວໜ້າເພາະຕົນເອງມີຄວາມກະຕືລືລົ້ນສະເໝີ
ຄວາມຮັກ: ມີໂອກາດພົບຄົນທີ່ມີສະເໜ ເກັ່ງ ແລະມີຄວາມສາມາດ ມີໂອກາດພົບຄູ່ ພົບຄົນທີ່ຖືກໃຈໃນໄລຍະນີ້
• ວັນພຸດ
ການເງິນ: ວາງແຜນເລື່ອງລາຍຈ່າຍດີຢູ່ແລ້ວ ແຕ່ສຸດທ້າຍກໍຈະມີເຫດທີ່ຕ້ອງຈ່າຍເງິນອອກໄປທຸກເທື່ອ
ວຽກງານ: ຈະເຮັດທຸລະກິດໃດໆໃນໄລຍະນີ້ຈະເກີດໂຊກດີຂຶ້ນໄດ້ຕະຫຼອດ ຈະພົບຄວາມສໍາເລັດທີ່ໜ້າພໍໃຈ
ຄວາມຮັກ: ຍັງບໍ່ມີຄວາມສຸກປານໃດບໍ່ເວລາໃນການທີ່ຈະທຸ່ມເທໃຫ້ກັບຄວາມຮັກຍັງບໍ່ມີຫຼາຍ
• ວັນພະຫັດ
ການເງິນ: ໂຊກດີ ມີໂຊກຈະໄດ້ຮັບເງິນເພີ່ມຕຶ່ມເພີ່ມຂຶ້ນຢ່າງເປັນໂຊກສະເໝີ ຈາກນີ້ຕໍ່ໄປດວງຊະຕາຈະດີຂຶ້ນຫຼາຍ
ວຽກງານ: ການຕິດຕໍ່ຍັງມີຫຼາຍ ໄລຍະນີ້ວຽກຍັງຫຼາຍເປັນພິເສດ ຈະພົບຄວາມກ້າວໜ້າທີ່ດີຈາກຄວາມດຸໝັ່ນຂອງຕົນ
ຄວາມຮັກ: ຈະໄດ່້ຮັບຂ່າວສານທີ່ເຮັດໃຫ້ເກີດຄວາມກັງວົນໃຈໃນເລື່ອງຂອງຄວາມຮັກ ລະວັງເລື່ອງຄວາມສໍາພັນຈະເຮັດໃຫ້ເກີດຄວາມກັງວົນໃຈ
• ວັນສຸກ
ການເງິນ: ໄລຍະນີ້ກໍາລັງຊອກວິທີທີ່ຈະຫາລາຍໄດ້ໃຫ້ເຂົ້າມາຫຼາຍເປັນພິເສດ ກໍາລັງຄິດແຜນຊອກເງິນໃຫ້ຊອກເຂົ້າມາໄດ້ຫຼາຍຢ່າງມີປະສິດທິພາບ
ວຽກງານ: ໄລຍະນີ້ຕ້ອງປັບປ່ຽນໃນເລື່ອງຂອງກົນລະຍຸດໃນການເຮັດທຸລະກິດ ໃນລັກສະນະທີ່ລົງທຶນໜ້ອຍ ແຕ່ໄດ້ກໍາໄລຫຼາຍຈຶ່ງຈະເໝາະກັບຕົວເອງ
ຄວາມຮັກ: ໂດດເດັ່ນຈະໄດ້ພົບຄົນທີ່ອາຍຸຕ່າງກັນໃນໄລຍະນີ້ ຄົນມີຄູ່ຄວນຈະປະຄັບປະຄອງຄວາມສໍາພັນທີ່ມີຕໍ່ກັນຈະດີທີ່ສຸດ
• ວັນເສົາ
ການເງິນ: ໂຊກດີ ມີໂຊກຈະໄດ້ຮັບເງິນເຂົ້າມາຢ່າງຕໍ່ເນື່ອງໃນໄລຍະນີ້ ແລະຈະໃຊ້ໃນການເຂົ້າສັງຄົມ ຫຼືງານສັງຄົມກໍເປັນໄດ້
ວຽກງານ: ເພິ່ງພາຕົນເອງໃຫ້ຫຼາຍໆໄລຍະນີ້ ເພາະຈະບໍ່ໄດ້ຮັບການສົ່ງເສີມຈາກຜູ້ໃຫຍ່ຫຼາຍປານໃດ ໃຊ້ຄວາມພະຍາຍາມໃຫ້ຫຼາຍໆຈຶ່ງຈະດີ
ຄວາມຮັກ: ຈະມີຖອກາດພົບຄົນທີ່ເກັ່ງ ມີສະເໜ ແລະໃຈຮ້ອນ ຈະເປັນການເບິ່ງໆກັນໄປກ່ອນຫຼາຍກວ່າທີ່ຈະຕັດສິນໃຈ
ແບ່ງປັນ