Breaking News

ລອງປັບປ່ຽນຄວາມຄິດ ແລ້ວຊີວິດຈະປ່ຽນໄປ!!!

ແບ່ງປັນ

ມາເບິ່ງ! 12 ຂໍ້ຄິດທີ່ເຮັດໃຫ້ “ຊີວິດມີຄວາມສຸກ” ເຖິງຈະເຄີຍຜ່ານເລື່ອງຮ້າຍໆມາ

ສາວໆ! ເຊື່ອວ່າຊີວິດຂອງຄົນເຮົາທຸກຄົນຕ້ອງຜ່ານເລື່ອງຮ້າຍໆມາທັງນັ້ນ ແຕ່ຖ້າລອງປັບປ່ຽນຄວາມຄິດຈັກໜ້ອຍ ຊີວິດກໍ່ປ່ຽນໄດ້ຄືກັນເດີ່! ຊຶ່ງມື້ນີ້ ຂວັນໃຈ ຂໍສະເໜີຂໍ້ຄິດ ທີ່ຈະເຮັດໃຫ້ສາວໆມີຄວາມສຸກໃນຊີວິດຫຼາຍຂຶ້ນ! ເອົາເປັນວ່າເຮົາໄປເບິ່ງພ້ອມກັນເລີຍ

  1. ຫັດປ່ອຍວາງ ຊ່າງມັນ

ຢ່າເຮັດຄືຕົວເອງແບກໂລກທັງໜ່ວຍເລີຍ ທຸກບັນຫາມີທາງແກ້ກະແມ່ນ ແຕ່ກໍ່ບໍ່ແມ່ນວ່າເຮົາຈະຕ້ອງເປັນຄົນທີ່ຄອຍແກ້ບັນຫາຢູ່ຝ່າຍດຽວ ເລື່ອງໃດທີ່ມັນເກີນຄວາມສາມາດ ແລະ ຄວາມຈໍາເປັນຂອງເຮົາ ກໍ່ປ່ອຍໆມັນໄປແດ່ ເຮົາເກີດມາເພື່ອໃຊ້ຊີວິດໃຫ້ມີຄວາມສຸກ ບໍ່ແມ່ນແບກຮັກຄວາມທຸກ! ຖ້າສາວໆປ່ອຍວາງໄດ້ຈະຄົ້ນພົບຄວາມສຸກທີ່ແທ້ຈິງແມ່ນຫຍັງ

  1. ໄລຍະທາງພິສູດມ້າ ການເວລາພິສູດຄົນ

ບໍ່ມີຄວາມຈໍາເປັນທີ່ເຮົາຕ້ອງພະຍາຍາມກະຕືລືລົ້ນ Present ຕົວເອງ! ກະສໍ່າເວົ້າໃຜກະເວົ້າໄດ້ຫັ່ນລະ ຖ້າຍັງບໍ່ຢາກໃຫ້ມິດໃໝ່ເບື່ອ ໄດ້ໂປດສໍາລວມ ແລະ ປ່ອຍໃຫ້ມັນເປັນຕາມທີ່ຈະຄວນເປັນ ໃຫ້ການກະທໍາ ແລະ ເວລາເປັນເຄື່ອງພິສູດຈະດີກວ່າ…

  1. ໃຫ້ເວລາກັບຕົວເອງສັກນິດ ຈິດແຈ່ມໃສ

ເປົ້າໝາຍມີໄວ້ພຸ່ງຊົນ ແຕ່ຖ້າສາວໆບໍ່ຢຸດພັກໃຫ້ເວລາຕົວເອງແດ່ ກໍ່ອາດຈະເຮັດໃຫ້ເກີດຄວາມຕຶງຄຽດ ແລະ ຄວາມກົດດັນທີ່ຫຼາຍເກີນຄວາມຈໍາເປັນ ຊຶ່ງສົ່ງຜົນເສຍຕໍ່ສຸຂະພາບຈິດທີ່ສຸດ! ນອກຈາກຈະບໍ່ເຮັດໃຫ້ຫຍັງດີຂຶ້ນ ຍັງເປັນການທໍາຮ້າຍຕົວເອງນໍາ ດັ່ງນັ້ນ ຄວນວາງແຜນ ແລະ ມຸ່ງໝັ້ນໃຫ້ພໍກັບຄວາມສາມາດຂອງຕົວເອງດີກວ່າ

  1. ຍ້ອງຕົວເອງເຂົ້າໄວ້ ຫົວໃຈຊຸ່ມຊື່ນ

ເປັນການໃຫ້ກໍາລັງໃຈຕົວເອງເລັກໆນ້ອຍໆ ເມື່ອເຮັດຫຍັງສໍາເລັດ! ຈະບອກວ່າການຍ້ອງຕົວເອງເປັນຕົວທີ່ຊ່ວຍເອີ້ນຄວາມໝັ້ນໃຈ ແລະ ສ້າງຄວາມພູມໃຈໃຫ້ຕົວເອງເປັນທີ່ສຸດ ເປັນວິທີທີ່ສາວໝັ້ນເຂົາເຮັດກັນ…

  1. ສ້າງຄວາມໝັ້ນໃຈ ໄປໄກທຸກດ້ານ

ສືບເນື່ອງມາຈາກຂໍ້ເທິງ ຖ້າເຮົາເຮັດຫຍັງດ້ວຍຄວາມໝັ້ນໃຈ ມັນຈະສົ່ງຜົນໃຫ້ວຽກອອກມາດີສະເໝີ ແຕ່ຂໍຢໍ້າວ່າຕ້ອງໝັ້ນໃຈໃຫ້ຖືກທາງນໍາ! ສຶກສາຫາຂໍ້ມູນໃຫ້ຫຼາກຫຼາຍຄົບຖ້ວນ ແລະ ຕ້ອງມີແຜນສໍາຮອງສະເໝີ ຮັບຮອງວ່າຈະມີແຕ່ຄົນໄວ້ໃຈ ແລະ ຢາກຮ່ວມງານກັບເຈົ້າແນ່ນອນ!!!

  1. ເຊື່ອຄວາມຄິດຕົວເອງ

ການເຊື່ອໃນຄວາມຄິດຂອງຕົວເອງ ຈະເຮັດໃຫ້ເຮົາໄປໄກ ແລະ ປະສົບຄວາມສໍາເລັດຫຼາຍກວ່າການທີ່ຕ້ອງໄປຕາມສຽງທາຂ້າງທີ່ເຂົ້າມາ! ເພາະໂລກນີ້ບໍ່ມີໃຜຮູ້ຈັກເຮົາເທົ່າຕົວເອງອີກແລ້ວ! ຖ້າເຮົາເລືອກເຮັດຕາມຄວາມຄິດຂອງຄົນອື່ນແລ້ວມັນຝືນໃຈ ຈະມາເສຍດາຍເວລາຕອນທີ່ຕົວເອງໝົດສັກກາຍະພາບໄປແລ້ວບໍ່ໄດ້ເດີ່? ດັ່ງນັ້ນ ຈົ່ງຝັນໃຫ້ໄກ ແລະ ໄປໃຫ້ເຖິງໂລດ.

  1. ເວົ້າຈາດີມີໄຊໄປກວ່າເຄິ່ງ

ເປັນໄປບໍ່ໄດ້ທີ່ຈະຂາດຂໍ້ນີ້ໄປ ເນື່ອງຈາກໃນຍຸກປັດຈຸບັນ ການຕິດຕໍ່ ການພົວພັນຕ່າງໆແມ່ນລ້ວນແຕ່ຕ້ອງຜ່ານການໂອ້ລົມ ນໍາສະເໜີທັງໝົດ! ດັ່ງນັ້ນ ສາວໆຄົນໃດທີ່ມີທັກສະດ້ານການເວົ້າ ຖືວ່າມີໄຊຊະຊະໄປກວ່າເຄິ່ງຫຼາຍ ແຕ່ການເວົ້າບໍ່ແມ່ນວ່າຕ້ອງເວົ້າໃຫ້ມ່ວນປານຮ້ອງເພງດອກ ແຕ່ຕ້ອງມີສິລະປະໃນການເວົ້າ ສາມາເວົ້າໃຫ້ຄົນເຊື່ອ ແລະ ເຫັນດີນໍາໄດ້ ຖ້າສາວໆຄົນໃດຂາດຂໍ້ນີ້ ຄວນເຝິກໄວ້ເລີຍ…

  1. ເຮັດວຽກຢ່າງສະຫຼາດ ຫຼຸດໂອກາດຜິດພາດສູງ

ສາວໆຫຼາຍຄົນທີ່ເຮັດວຽກຢ່າງໜັກ ແລະ ຫັກໂຫມເກີນຄວາມຈໍາເປັນ ຕ້ອງເຮັດໃຫ້ຫຼາຍເຂົ້າໄວ້ ເພື່ອທີ່ຈະໄຕ່ເຕົ້າໄປສູ່ຄວາມສໍາເລັດ ແຕ່ຮູ້ບໍ່ວ່າວິທີນີ້ເປັນວິທີທໍາຮ້າຍຕົວເອງ ແລະ ອາດຈະເກີດໂອກາດທີ່ຜິດພາດສູງຫຼາຍ ດັ່ງນັ້ນ ສະຕິມາຈ່າສາວໆ ມານັ່ງຄິດ ແລະ ວາງແຜນຕາມຂັ້ນຕອນຈະດີກວ່າ ເພາະການເຮັດວຽກຢ່າງເປັນຂະບວນການ ແລະ ມີສະຕິຈະຊ່ວຍໃຫ້ວຽກມີປະສິດທິພາບ ແລະ ມີໂອກາດປະສົບຄວາມສໍາເລັດຫຼາຍກວ່າ

  1. Graphic ຊີວິດມີຂຶ້ນມີລົງ ຈົ່ງຕັ້ງສະຕິ

ບໍ່ມີໃຜສາມາຢືນຢູ່ຈຸດໆດຽວໄປຕະຫຼອດຊີວິດ Graphic ຊີວິດເມື່ອມີຂຶ້ນ ກໍ່ຕ້ອງມີລົງເປັນເລື່ອງປົກກະຕິ ດັ່ງນັ້ນ ຈົ່ງຕັ້ງສະຕິ ແລະ ມີແຜນສໍາຮອງໃຫ້ຊີວິດຢູ່ສະເໝີ! ລວມທັງຢ່າໄປຕັດສິນຄຸນນະພາບຊີວິດຂອງເຂົາ ແຕ່ຈົ່ງນໍາເລື່ອງຂອງເຂົາມາເປັນກໍລະນີຕົວຢ່າງຂອງເຮົາ ໃຫ້ມີການວາງແຜນຊີວິດຫຼາຍຂຶ້ນ!

  1. ລອງນອກກອບສັກນິດ ຊີວິດປ່ຽນ

ບໍ່ໄດ້ຈະບອກວ່າການຢູ່ໃນກອບເປັນເລື່ອງທີ່ບໍ່ດີ ແຕ່ຖ້າເຮົາຢາກພັດທະນາຕົວເອງ ພັດທະນາຄວາມຄິດ ກໍ່ຄວນທີ່ຈະອອກນອກກອບເບິ່ງແນ່ ແລ້ວຈະຄົ້ນພົບວ່າເທິງໂລກນີ້ຍັງມີຫຼາຍສິ່ງໃຫ້ເຮົາໄປຄົ້ນຫາ ແລະ ລົງມືເຮັດມັນ! ບາງເທື່ອການເຮັດຕາມຄົນອື່ນຫຼາຍເກີນໄປ ຈະເຮັໃຫ້ເຮົາສູນເສຍຄວາມເປັນຕົວຂອງຕົວເອງຢ່າງບໍ່ຮູ້ຕົວ

  1. ຈົ່ງຢູ່ໃນທີ່ ທີ່ສາມາດເປັນຕົວຂອງຕົວເອງໄດ້

ຖ້າຢູ່ບ່ອນໃດແລ້ວຮູ້ສຶກບໍ່ເປັນຕົວເອງ ກໍ່ຈົ່ງຍ່າງອອກມາຊະ ເພາະມັນບໍ່ມີປະໂຫຍດທີ່ຈະປັບປ່ຽນຕົວເອງ ຈົນກາຍເປັນຄົນອື່ນ! ຄົນເຮົາເກີດມາເພື່ອໃຊ້ຊີວິດໃຫ້ມີຄວາມສຸກ ດັ່ງນັ້ນ ຢ່າຢ້ານທີ່ຈະຍ່າງອອກມາ ແຕ່ຈົ່ງພູມໃຈທີ່ເຮົາໄດ້ເລືອກໃຊ້ຊີວິດ ແລະ ເລືອກສະຖານທີ່ຂອງເຮົາ ເພື່ອຕົວເຮົາເອງ!

  1. ມີໝູ່ດີ ຄອບຄົວເລີດ ປະເສີດທີ່ສຸດແລ້ວ

ຄົນເຮົາເຖິງຈະ Strong ພຽງໃດ ແຕ່ສຸດທ້າຍກໍ່ຍ່ອມຕ້ອງການທີ່ພັກໃຈທັງນັ້ນ! ເພາະໂລກພາຍນອກນັ້ນມັນໂຫດຮ້າຍ ແລະ ມາຍາ ການມີໝູ່ດີໆຄອຍປອບ ຄອບຄົວໜ້າຮັກທີ່ແນະນໍາຢູ່ສະເໝີນີ້ແຫຼະ ຈະເປັນຕົວຊາດພະລັງທີ່ດີຫຼາຍ ຖ້າໄດ້ແຫຼ່ງພະລັງງານດີໆແບບນີ້ ບັນຫາຈະມາຮູບແບບໃດກໍ່ພ້ອມ Fight !!!

ແບ່ງປັນ