Breaking News

ຕ່າຍ ອໍລະໄທ ນັກຮ້ອງດັງທ່ອງທ່ຽວລາວ ຂຶ້ນເໜືອ-ລົງໃຕ້ ຫຼ້າສຸດເຊັກອິນຢູ່ທີ່…?

ແບ່ງປັນ

ຕ່າຍ ອໍລະໄທ ນັກຮ້ອງເພງລູກທົ່ງຊື່ດັງຈາກຝັ່ງປະເທດເພື່ອນບ້ານ , ຫຼ້າສຸດທາງເພສເຟສບຸກຫຼັກຂອງເພິ່ນກໍ່ໄດ້ເປີດເຜີຍວ່າ ໃນເວລານີ້ ຕ່າຍ ອໍລະໄທ ກຳລັງທ່ອງທ່ຽວໃນລາວຫຼາຍແຂວງເຊັ່ນ ນະຄອນຫຼວງວຽງຈັນ, ຫຼວງພະບາງ, ວຽງຈັນ ແລະ ຫຼ້າສຸດລົງໃຕ້ໄປເຊັກອິນທີ່ ແຂວງ ຈຳປາສັກ.

ໂດຍໃນແຕ່ລະສະຖານທີ່ໆ ຕ່າຍ ອໍລະໄທ ໄດ້ໄປນາງຍັງໄດ້ເກັບຮູບພາບບັນຍາກາດ ທຳມະຊາດ ອາຫານການກິນ ແລະ ຍັງຮ່ວມເຮັດບຸນໃສ່ບາດ ແຖມນຸ່ງເຄື່ອງໄໝລາວງາມໆຂອງລາວເຮົາອີກດ້ວຍ, ລອງໄປເບິ່ງຮູບພາບຂອງ ເອື້ອຍ ຕ່າຍ ອໍລະໄທ ໃນປະເທດລາວເຮົາເບິ່ງເດີ້ ບອກເລີຍນາງທົວລາວແຕ່ເໜືອ-ຮອດໃຕ້ກັນເລີຍ!!!

ຕ່າຍ ອໍລະໄທ ໃນຫຼວງພະບາງ

ຕ່າຍ ອໍລະໄທ ໃນວັງວຽງ, ແຂວງ ວຽງຈັນ

ຕ່າຍ ອໍລະໄທ ໃນນະຄອນຫຼວງວຽງຈັນ

ຕ່າຍ ອໍລະໄທ ໃນ ແຂວງ ຈຳປາສັກ

(ຢ່າງໃດກໍ່ຂໍຕ້ອນຮັບ ເອື້ອຍ ຕ່າຍ ອໍລະໄທ ເຂົ້າສູ່ປະເທດລາວ)

ຮູບພາບຈາກ: Tai Orathai

ແບ່ງປັນ