Breaking News

ງານເປີດຕົວ “Nobody Jeans”

ແບ່ງປັນ

ງານເປີດຕົວ “Nobody Jeans”

ໃນຕອນບ່າຍຂອງວັນທີ 18 ທັນວາ 2016 ໄດ້ມີງານເປີດຕົວສິນຄ້າເສື້ອຜ້າແຟຊັນ “Nobody Jeans” ຢູ່ທີ່ສູນການຄ້າວຽງຈັນເຊັນເຕີໂດຍການເປັນກຽດເຂົ້າຮ່ວມເປັນປະທານເປີດງານຂອງທ່ານ ນາງ ບຸນຈີຣາ ຣັກຂະນາວົງ ຕົວແທນຈໍາໜ່າຍເຄື່ອງນຸ່ງຢີນ ຈາກປະເທດໄທ, ທ່ານ ນາງ ລິດາພອນ ຂຸນຕະພົນ ຜູ້ນໍາເຂົ້າຂອງສິນຄ້າຢີນໃນ ສປປ ລາວ ແລະ  ທ່ານ ສົມບັດ ສິຣິພອນວິທະຍາ ຜູ້ອໍານວຍການໃຫຍ່ສູນການຄ້າວຽງຈັນເຊັນເຕີ ນອກຈາກນັ້ນຍັງມີ ແຂກຈາກຫຼາຍພາກສ່ວນ ພ້ອມດ້ວຍສື່ມວນຊົນເຂົ້າຮ່ວມໃນງານ.

“Nobody Jeans” ສ້າງຕັ້ງຂຶ້ນເມື່ອປີ 1995 ທີ່ກຸງເທບ (ປະເທດໄທ) ແລະ ໄດ້ນໍາເຂົ້າມາລາວເປັນຄັ້ງທຳອິດ ເຊິ່ງຜະລິດຕະພັນສິນຄ້າຢີນ ແລະ ເຄື່ອງນຸ່ງຕ່າງໆນັ້ນເປັນສິນຄ້າທີ່ມີຄຸນນະພາບສູງ ມີປະສົບການຫຼາຍກ່ວາ 20 ປີ ພາຍໃຕ້ຄວາມຄິດສ້າງສັນທີ່ເປັນຜູ້ນໍາດ້ານແຟຊັນຢີນ “Nobody Jeans”. “Nobody Jeans” ເປັນແຟຊັນສໍາລັບທ່ານຍິງ ແລະ ທ່ານຊາຍທີ່ໃສ່ສະບາຍ, ໃສ່ແລ້ວຮູ້ສຶກວ່າບໍ່ຫຼ້າສະໄໝ. ເຊິ່ງສາວໆທີ່ສົນໃຈເຄື່ອງນຸ່ງແຟຊັນຢີນງາມໆ ແລະ ມີຄຸນນະພາບສາມາດໄປເບິ່ງໄດ້ຢູ່ທີ່ ສູນການຄ້າວຽງຈັນເຊັນເຕີ ຊັ້ນ 3.

ນອກຈາກນັ້ນພາຍໃນງານຍັງມີການເຕັ້ນໂຊສະຕາຍ “Nobody Jeans”, ການເດີນແບບ ການຖາມ-ຕອບເພື່ອຮັບຂອງລາງວັນເປັນກະເປົາເປ້ຈາກ “Nobody Jeans”ນໍາອີກ.

kuanjai-faceb_-5-copy-copy-copy-copy-copy-copy-copy1

kuanjai-faceb_-5-copy-copy-copy-copy-copy-copy-copy2

kuanjai-faceb_-5-copy-copy-copy-copy-copy-copy-copy3

kuanjai-faceb_-5-copy-copy-copy-copy-copy-copy-copy4

kuanjai-faceb_-5-copy-copy-copy-copy-copy-copy-copy5

ແບ່ງປັນ