Breaking News

ລະວັງ! ສາວໆທີ່ມັກເຮັດເລັບເຈວຄວນອ່ານ ກ່ອນຈະສາຍເກີິນແກ້!!!

ແບ່ງປັນ

ດຽວນີ້ການເຮັດເລັບເຈວກຳລັງເປັນທີ່ນິຍົມກັນຂອງບັນດາສາວໆ ນອກຈາກເຮົາຈະໄດ້ເລັບທີ່ງົດງາມແລ້ວ ມັນຍັງຕິດທົນ ທາກໍ່ແຫ້ງໄວ ບໍ່ຫຼຸດອອກງ່າຍ ຟັງເບິ່ງຂໍ້ມີແຕ່ຂໍ້ດີໆເນາະວ່າບໍ່ສາວໆ ແຕ່ຢ່າຟ້າວດີໃຈໄປເພາະຂໍ້ເສຍກໍ່ມີເດີ້ ເພາະມັນຈະເຮັດໃຫ້ເລັບຂອງເຮົາບາງ ແລະ ສາວໆເອງບາງເທື່ອກໍ່ບໍ່ຮູ້ແມ່ນບໍ່ວ່າຈະຮູ້ໄດ້ແນວໃດວ່າເລັບເຮົາບາງ ຫຼື ເບິ່ງແນວໃດວ່າເລັບເຮົາເສຍ ແລະ ຄວນລະວັງຫຍັງແດ່ເມື່ອເຮັດເລັບເຈວ ລອງມາເບິ່ງຄຳຕອບກັນເລີຍ!!!

1. ເລັບຈີກຂາດງ່າຍ

ສັນຍານເຕືອນຂໍ້ທຳອິດທີ່ສາວໆ fc ເລັບເຈວທັງຫຼາຍຕ້ອງສັງເກດຄື ເລັບຂອງເຮົາຫັກ ຫຼື ຈີກຂາດງ່າຍຫຼືບໍ່ ຫາກພົບພໍ້ວ່າເລັບຈີກງ່າຍ ຫຼື ລ້າງເລັບອອກມາແລ້ວເລັບແຕກ ຄວນຢຸດພັກການເຮັດເລັບເຈວໄປກ່ອນປະມານ 3-4 ເດືອນ

2. ເລັບຫັກງໍ

ຂໍ້ສັງເກດອີກຢ່າງໜຶ່ງເລີຍກໍ່ຄືໃຫ້ສາວໆລອງຈິກປາຍເລັບຂອງຕົວເອງລອງເບິ່ງ ຖ້າຫາກວ່າມັນຢຸບ ຫຼື ຫັກໄດ້ງ່າຍໆນັ່ນກໍ່ໝາຍຄວາມວ່າ ໜ້າເລັບຂອງສາວໆກຳລັງຕ້ອງການໆພັກຜ່ອນຢ່າງດ່ວນນນນ

3. ຫຼຽມໜ້າເລັບຫາຍໄປ

ເຄີຍສັງເກດເລັບຂອງຕົວເອງຫຼືບໍ່ວ່າມັນຈະມີເສັ້ນຄ້າຍໆ ຫຼ່ຽມຢູ່ ຫາກເສັ້ນນັ້ນເລີ່ມຫາຍໄປ ຫຼື ເບິ່ງບໍ່ຄ່ອຍເຫັນແລ້ວ ແປວ່າໜ້າເລັບຂອງສາວໆເລີ່ມບາງລົງ ຕ້ອງເວັ້ນການເຮັດເລັບເຈວໄປຈັກໄລຍະແລ້ວລະ

ຖ້າສາວໆລອງລ້າງເລັບອອກມາ ແລ້ວພົບວ່າມີສັນຍານເຕືອນຂໍ້ໃດ ຂໍ້ໜຶ່ງ ຫຼື ຄົບທັງ 3 ຂໍ້ ຕາມທີ່ກ່າວມາ ຄົງຕ້ອງຢຸດພັກການເຮັດເລັບເຈວໄປກ່ອນ ເວັ້ນໄລຍະຫ່າງໄປຈັກ 3-4 ເດືອນ ເພື່ອໃຫ້ເລັບທີ່ເສຍນັ້ນຄ່ອຍໆ ຍາວອອກໄປເລື້ອຍໆ ແລະ ຄວນບຳລຸງເລັບຂອງເຮົາໄປນຳເດີ້ສາວໆ.

ຂໍ້ມູນຈາກ https://women.mthai.com/beauty/beautytipandtrick/345923.html

ແບ່ງປັນ