Breaking News

ມາສ່ອງ! ເທນເນີ້ສາວໜ້າຫວານ ຫຸ່ນສຸດເຊັກຊີ່ (ອິດສາຫຸ່ນ)

ແບ່ງປັນ

ໂອ້ວ້າວວວວ! ຢາກຈະບອກວ່າມື້ນີ້ ຊະນີIndy ຈະພາມາລັດເລາະແຖວໆຟິດເນັດ ພໍດີໄປເຈິສາວຄົນໜຶ່ງສະດຸດຫູສະດຸດຕາ ໜ້າຕາຫວານໆ ແຕ່ຫຸ່ນນາງນັ້ນຟິດແອນເຟີມ ກ້າມແໜ້ນໆ ເປັນມັດໆ ເຊັກຊີ່ຮ້າຍຍຍ (ເຫັນຫຸ່ນແລ້ວອິດສາຄ່ອຍໆ 555)… ເລີຍໄດ້ໄປສ່ອງໂປຟາຍຂອງນາງມາຝາກແຟນໆນຳເດີ້!!!

ສາວໜ້າຫວານຄົນນີ້ນາງມີຊື່ວ່າ ທິບພະພອນ ເພັງສະຫວັນ (ເຟື້ອງ) ອາຍຸ 30 ປີ ປະຈຸບັນນາງເປັນຄູເຝິກສອນອອກກຳລັງກາຍ (Trainer) ຢູ່ທີ່ Up2U Fitness ແລະ ນາງມີດີຼກຼີເປັນເຖິງອາດີດນັກກິລາບານບ້ວງທີມຊາດລາວ (Basketball) ແລະ ນາງຍັງເຄີຍເຂົ້າຮ່ວມປະກວດກິລາເພາະກາຍປະເພດ ໂມເດວ ທີ່ປະເທດໄທ ໃນງານ “Thailand International Expo 2017″ແລະ ໄດ້ລາງວັນອັນດັບທີ 7 ພຸ້ນໄດ໋ (ກໍ່ບໍ່ໜ້າແປກທີ່ໄດ້ ເພາະນາງກໍ່ເລີດດດ) ຕໍ່ຈາກນັ້ນນາງກໍ່ໄດ້ເຂົ້າແຂ່ງຂັນໃນງານ “Fitness Angel Modle” ທີ່ປະເທດໄທ ແລະ ຍັງຮ່ວມແຂ່ງຂັນໃນເວທີ “Mr. Laos 2018”  ອີກດ້ວຍ.

ພໍແຕ່ເຫັນຫຸ່ນນາງແລ້ວ ຮູ້ສຶກຢາກອອກກຳລັງກາຍ ມາຖ່າຍຮູບໂຊກ້າມແໜ້ນໆເລີຍແມ່ນບໍ່, ເອົ້າ!!! ຢ່າງໄດ໋ກໍ່ຢ່າທໍ້ຖອຍໃຈເດີ້ໝູ່ເພື່ອນ ເພາະການອອກກຳລັງກາຍນອກຈາກເຮັດໃຫ້ສຸຂະພາບດີແລ້ວ ຍັງຊ່ວຍເລື່ອງບຸກຂະລິກໃຫ້ເຮົາດູດີ ມີສະເໜ່ ໃຜເຫັນກໍ່ຢາກແນມອີກໄດ໋ (ສູ້ໆໆໆ).

ຮູບພາບ: Thipphaphone Bbfeuang Phengsavanh

ຂໍມູນ: ວາລະສານ ຂວັນໃຈ

ແບ່ງປັນ