Breaking News

ຢາກຫຸ່ນດີ ແຕ່ເວລາໜ້ອຍ ເຮັດແນວໃດດີນໍ້? ສູດເດັດຫຼຸດນໍ້າໜັກພາຍໃນ 5 ນາທີ!!!

ແບ່ງປັນ

 ສູດຫຼຸດນໍ້າໜັກ ພາຍໃນ 5 ນາທີ

ຢາກຫຸ່ນດີ ແຕ່ເວລາໜ້ອຍ ເຮັດແນວໃດດີນໍ້? ບໍ່ຕ້ອງກັງວົນເດີ້ ຂວັນໃຈ ໄດ້ນໍາເອົາເຄັດລັບການຫຼຸດນໍ້າໜັກງ່າຍໆໃຜໆກໍ່ເຮັດໄດ້ມາແນະນໍາ ເຊິ່ງໃຊ້ເວລາໃນການອອກກໍາລັງກາຍພຽງແຕ່ 5 ນາທີຕໍ່ມື້ເທົ່ານັ້ນ ສາວໆກໍສາມາດມີຫຸ່ນທີ່ດີທີ່ງາມໄດ້ ແລະຈະມີທ່າໃດແດ່ນັ້ນເຮົາໄປເບິ່ງກັນເລີຍ…

  1. ໜ້າທ້ອງແບນລຽບດ້ວຍການຢືດຮ່າງກາຍ ກໍານົດລົມຫາຍໃຈໄວ້ຢູ່ທ້ອງ
  • ຍົກມືຂຶ້ນສູງເໝືອຫົວ ໃຫ້ແຂນແນບໄວ້ຂ້າງຫູທັງສອງຂ້າງ
  • ອ້າຂາອອກໃຫ້ເປັນມຸມ 45 ອົງສາ ງໍຫົວເຂົ່າ ໃຫ້ຮູ້ສຶກວ່າຢືນສະບາຍໆຄ້າງໄວ້ 30 ວິນາທີ
  • ຫາຍໃຈເຂົ້າທາງດັງ ແລະ ຫາຍໃຈອອກທາງປາກ 30 ວິນາທີຄືກັນ
  • ຍົກມືຂຶ້ນສູງເໜືອຫົວ ໃຫ້ແຂນແນບໄວ້ຂ້າງຫູທັງສອງຂ້າງຄືເກົ່າ
  • ງ່ຽງລໍາຕົວໄປດ້ານຫຼັງ ເພື່ອກໍານົດລົມຫາຍໃຈທີ່ໜ້າທ້ອງໄດ້ຢ່າງສົມບູນ
  • ຍົກມືຂຶ້ນສູງ ຈາກນັ້ນຜ່ອນຄາຍດ້ວຍການຄ່ອຍໆໂນ້ມຕົວກົ້ມລົງໄປດ້ານໜ້າ
  • ຕາມດ້ວຍບິດຕົວໄປດ້ານຊ້າຍ ແລະ ຂວາເພື່ອໃຫ້ຮູ້ສຶກຜ່ອນຄາຍ
  1. ຫຼຸດກົ້ນ ແລະ ສະໂພກດ້ວຍການອອກກໍາລັງກາຍທ່ານີ້
  • ນັ່ງຕັ້ງເຂົ່າ ຈາກນັ້ນນໍາຂາຂ້າງຊ້າຍວາງພາດໄວ້ເທິ່ງຫົວເຂົ່າດ້ານຂວາ ໂດຍໃຊ້ແຂນທັງສອງຂ້າງຢັນພື້ນເອົາໄວ້
  • ການຍົກຕີນຂຶ້ນພາດຫົວເຂົ່າ ຈະຊ່ວຍເປີດສະໂພກ, ກົ້ນ ແລະ ແອວໃຫ້ມີຂະໜາດນ້ອຍລົງ
  • ເຮັດຂ້າງລະ 10 ວິນາທີ
  1. ຢືນດ້ວຍປາຍຕີນ
  • ຢືນຊື່ ຍື່ນມືອອກໄປດ້ານໜ້າໃຫ້ຂະໜານກັບພື້ນ ແລະ ດູດລົມຫາຍໃຈເຂົ້າໃຫ້ເຕັມປອດ
  • ໃນຂະນະທີ່ຫາຍໃຈອອກໃຫ້ນັ່ງລົງຊ້າໆ ໃຫ້ຂາໂຕ້ຂະໜານກັບພື້ນ ແຕ່ສົ້ນຕີນຍັງຕິດຢູ່ກັບພື້ນ ນອກຈາກນີ້ຍັງຕ້ອງລະວັງ ບໍ່ໃຫ້ຫົວເຂົ່າຍື່ນອອກໄປດ້ານໜ້າເກີນນິ້ວຕີນ
  • ຄ່ອຍໆ ຢ່ອງປາຍຕີນຂຶ້ນ ສາວໆຈະຮູ້ສຶກເກັງກ້າມຊີ້ນໜ້າທ້ອງ ແລ້ວຄ່ອຍໆຫາຍໃຈຊ້າໆ 5 ຄັ້ງ ຈາກນັ້ນຄ່ອຍໆ ເອົາສົ້ນຕີນລົງ
  1. ເວລາຖູແຂ້ວກໍຫຼຸດຂາ, ໜ້າທ້ອງ ແລະ ກົ້ນໄດ້ອີກ
  • ຢືນຕົນຕົວຊື່ ອ້າຕີນອອກໃຫ້ເປັນມູມ 90 ອົງສາ ປ່ອຍໃຫ້ບ່າໄຫຼ່ ແລະ ແຂນໃຫ້ເປັນໄປຕາມທໍາມະຊາດ ເຮົາກຽມຢືດກະດູກສັນຫຼັງ ເພື່ອຫຼຸດໜ້າທ້ອງ, ຕົ້ນຂາ ແລະກົ້ນ
  • ຄ່ອຍໆຢ່ອງປາຍຕີນ ໂດຍທີ່ຕໍາແໜ່ງຂອງຕີນກໍຍັງຫ່າງກັນເປັນມຸມ 90 ອົງສາຄືເກົ່າ
  • ຢ່ອງປາຍຕີນຂຶ້ນລົງແນວນີ້ເປັນເວລາ 1 ນາທີ
ແບ່ງປັນ