Breaking News

ເຂົ້າກັນບໍ່ໄດ້ ເຫດຜົນ ຫຼື ຂໍ້ອ້າງ?

ແບ່ງປັນ

ໃໝ່ໆກໍຮັກກັນດີ ໄປໆມາໆຜ່ານໄປຫຼາຍປີພັດວ່າ ເຂົ້າກັນບໍ່ໄດ້…ໂອ້ຍຫຼາຍໆຄົນກໍ່ອາດຈະເຈິກັບບັນຫາແບບນີ້ແມ່ນບໍ່? ບາງຄູ່ເມື່ອຮູ້ວ່າເຂົ້າກັນບໍ່ໄດ້ແຕ່ກໍພະຍາຍາມຈູນເຂົ້າຫາກັນແລ້ວ ແຕ່ສຸດທ້າຍກໍເຖິງຂັ້ນຕ້ອງເລິກລາກັນໄປຕາມລະບຽບ.

ໃນເມື່ອຄົນຢາກໄປກໍ່ບໍ່ມີຫຍັງສິໄປຫ້າມໄດ້ ເຮົາກໍຕ້ອງເຂັ້ມແຂງ ເປັນທີ່ເພິ່ງໃຫ້ຕົນເອງໃຫ້ໄດ້ ຮັກສາໂຕເອງໃຫ້ດີ ຮູ້ຈັກຄຸນຄ່າຂອງໂຕເຮົາເອງ ຄິດສາວ່າຄົນຜູ້ນັ້ນ ບໍ່ແມ່ນຄົນທີ່ຈະມາເປັນຄູ່ຊີວິດທີ່ດີຂອງເຮົາ ຖ້າຄົນທີ່ຮັກ ແລະ ຈິງໃຈເຂົາຈະບໍ່ຍອມເອີ່ຍຄຳວ່າ “ເຂົ້າກັນບໍ່ໄດ້” ມາຫາວິທີເລິກກັບເຮົາ ແລະ ນັ້ນມັນເປັນວິທີຂອງຄົນທີໝົດຮັກຕໍ່ເຮົາແລ້ວ ເຮົາກໍບໍ່ຈຳເປັນຈະຕ້ອງໄປດຶງເຂົາໄວ້ ປ່ອຍເຂົາໄປ ແລະ ພະຍາຍາມຄິດບວກສະເໝີວ່າ ມັນກໍ່ເປັນໂອກາດດີທີ່ເມື່ອເຮົາເລີກກັບຄົນນີ້ໄປແລ້ວ ໃນອະນາຄົດເຮົາອາດຈະເຈິຄົນທີ່ດີ ແລະ ພ້ອມທີ່ຈະຮ່ວມທຸກ ຮ່ວມສຸກໄປກັບໄປກັບເຮົາ.

ຄວາມຮັກ ຄືການຮຽນຮູ້ເຊິ່ງກັນ ແລະ ກັນ ຄວນໃຫ້ກຽດກັນທັງສອງຝ່າຍ ແລະ ຕ້ອງຮູ້ຈັກໃຫ້ກຽດເຄົາລົບພໍ່ແມ່ ແລະ ຄົນໃນຄອບຄົວຂອງເຮົານຳ ຮູ້ຈັກປະຄັບປະຄອງ ຮູ້ຈັກໂອ້ລົມກັນ ຕັກເຕືອນກັນໃນຍາມທີ່ອີກຝ່າຍເຮັດສິ່ງທີ່ບໍ່ຖືກຕ້ອງ ເປັນທີ່ປຶກສາທີ່ດີ ແບບນີ້ເຖິງຈະເປັນຄວາມຮັກທີ່ສາມາດໄປກັນລອດ ແລະ ເຂົ້າກັນໄດ້.

ຕ້ອງຮູ້ຈັກຄຳວ່າ ພໍ ເພາະເມື່ອເຮົາຮູ້ຈັກຄຳນີ້ແລ້ວຊີວິດຂອງເຮົາກໍຈະດີຂຶ້ນ ໃຜທີ່ບໍ່ຮັກເຮົາກໍຄວນປ່ອຍເຂົາໄປ ເພາະເຖິງຈະອ້ອນວອນໃຫ້ເຂົາຢູ່ກໍບໍ່ມີທາງທີ່ຈະໄດ້ໃຈເຂົາ ໃຫ້ຄິດວ່າໃນເມື່ອເຮົາຄິດດີເຮົາກໍຕ້ອງເຈິຄົນທີ່ດີທີ່ສຸດເຂົ້າມາໃນຊີວິດເຮົາແນ່ນອນ.

ບົດຄວາມ: ຊະນີIndy

ແບ່ງປັນ