Breaking News

ຄວາມເຊື່ອຜິດໆເວລາມີປະຈຳເດືອນທີ່ສາວໆຄວນຮູ້!!!

ແບ່ງປັນ

ເຊື່ອວ່າສາວໆຫຼາຍຄົນຄົງໄດ້ຍິນຄວາມເຊື່ອມາແບບຜິດໆກ່ຽວກັບການມີ ປະຈຳເດືອນ ກັນມາແດ່ແລ້ວວ່າ ເວລາມີປະຈຳເດືອນຫ້າມກິນນໍ້າເຢັນ ຫ້າມກິນນໍ້າໝາກພ້າວ ຫ້າມລົງຫຼິ້ນນໍ້າ ລວມໄປຮອດການຫ້າມມີເພດສຳພັນ ແລະ ໃນມື້ນີ້ເຮົາຈະພາສາວໆໄປໄຂຂໍ້ຂ້ອງໃຈຂອງຄວາມເຊື່ອເຫຼົ່ານີ້ກັນວ່າມັນເປັນເລື່ອງເທັດຈິງພຽງໃດ?

1. ຫ້າມອາບນໍ້າເຢັນ

ເວລາທີ່ມີປະຈຳເດືອນ ຮໍໂມນໃນຮ່າງກາຍແມ່ຍິງເຮົາຈະມີການແປປວນ ພູມຄຸ້ມກັນຫຼຸດລົງ ເມື່ອສາວໆອາບນໍ້າເຢັນຂະເຮັດໃຫ້ຮ່າງກາຍຕ້ອງໄດ້ປັບອຸນຫະພູມ ຈົນອາດເຮັດໃຫ້ເກີດອາການເຈັບປ່ວຍໄດ້ ແຕ່ຄວາມເປັນຈິງແລ້ວສາວໆທີ່ເປັນປະຈຳເດືອນກໍ່ສາມາດອາບນໍ້າເຢັນໄດ້ ໃນລະດັບອຸນຫະພູມທີ່ປົກກະຕິ.

2. ຫ້າມກິນຂອງເຢັນ ຫຼື ນໍ້າແຂງ

ຫຼາຍຄົນຄົງໄດ້ຍິນມາວ່າເວລາມີປະຈຳເດືອນຫ້າມກິນຂອງເຢັນ ເພາະດຽວເລືອດຈະແຂັງຕົວ ເຮັດໃຫ້ປະຈຳເດືອນຕົກຄ້າງ ອອກມາບໍ່ໝົດ ຊຶ່ງໃນຄວາມເປັນຈິງກໍ່ສາມາດກິນໄດ້ ແຕ່ຕ້ອງກິນຢູ່ໃນປະລິມານທີ່ເໝາະສົມ ບໍ່ຄວນກິນຫຼາຍຈົນເກີນໄປ.

3. ຫ້າມອອກກຳລັງກາຍໃນເວລາທີ່ມີປະຈຳເດືອນ

ຂໍບອກເລີຍວ່າເປັນຄວາມເຊື່ອທີ່ຜິດເອົາຫຼາຍໆ ເພາະໃນເວລາທີ່ເຮົາອອກກຳລັງກາຍຈະເຮັດໃຫ້ຮ່າງກາຍເຮົາຫຼັ່ງສານເອັນໂດຟິນອອກມາ ຊຶ່ງສານນີ້ເຮັດໃຫ້ມີຄວາມສຸກ ຊ່ວຍຜ່ອນຄາຍຄວາມຄຽດ ແລະ ບັນເທົາອາການເຈັບປວດໄດ້ອີກດ້ວຍ.

4. ຫ້າມມີເພດສຳພັນ

ໃນຄວາມເປັນຈິງແລ້ວຂໍຫ້າມນີ້ຄົງບໍ່ແມ່ນຂໍ້ຫ້າມແຕ່ຢ່າງໃດ ພຽງແຕ່ຢາກໃຫ້ລະມັດລະວັງໃນເລື່ອງຂອງການຮັກສາຄວາມສະອາດໃຫ້ຫຼາຍກວ່າປົກກະຕິບໍ່ວ່າຈະເປັນແມ່ຍິງ ຫຼຶ ຜູ້ຊາຍ ເພາະມີໂອກາດສ່ຽງທີ່ຈະຕິດເຊື້ອ

5. ຫ້າມລົງຫຼິ້ນນໍ້າ

ສາວໆທີ່ກຳລັງມີປະຈຳເດືອນແລ້ວຢາກໄເຮັດກິດຈະກຳທາງນໍ້າກໍ່ຄົງຕ້ອງເຊັງກັນໄປຕາມລະບຽບ ເພາະຄວາມເຊື່ອນີ້ ແຕ່ທີ່ຈິງແລ້ວຢສກໃຫ້ລະມັດລະວັງ ແລະ ເບິ່ງແຍງໃນເລື່ອງຂອງຄວາມສະອາດໃຫ້ຫຼາຍກວ່າປົກກະຕິ ເພາະໃນນໍ້າອາດມີສິ່ງສົກກະປົກປົ່ນເປື້ອນຢູ່ ເມື່ອເຮົາລົງຫຼິ້ນນໍ້າ ຈຶ່ງມີໂອກາດທີ່ເຊື້ອໂລກເຫຼົ່ານັ້ນຈະລົງໄປໃນຊ່ອງຄອດ ແລະ ເກີດການອັກເສບໄດ້ງ່າຍ ດັ່ງນັ້ນຖ້າສາວໆຢາກຈະຫຼິ້ນນໍ້າ ຫຼື ລອຍນໍ້າ ໃຫ້ເລືອກສະລອຍນໍ້າທີ່ສະອາດ ເລືອກຊ່ວງເວລາທີ່ບໍ່ມີຄົນມາຫຼິ້ນນໍ້າຮ່ວມຫຼາຍ ແລະ ຄວນໃຊ້ຜ້າອານາໄມແບບສອດຈະດີທີ່ສຸດ.

ທີ່ມາ : https://women.mthai.com/beauty/health/307911.html,

www.thaihealth.or.th , 

ແບ່ງປັນ