Breaking News

ດວງປະຈໍາວັນ ພຸດ, ວັນທີ 23 ພຶດສະພາ 2018

ແບ່ງປັນ

• ວັນອາທິດ.
ການເງິນ: ບໍ່ໂດດເດັ່ນປານໃດ ແຕ່ກໍພໍມີລາຍໄດ້ເຂົ້າມາເລັກນ້ອຍ
ວຽກງານ: ມັກຜິດໃຈກັບໝູ່ຮ່ວມວຽກຢູ່ເລື້ອຍໆ ຈຶ່ງເຮັດໃຫ້ວຽກບໍ່ຄືບໜ້າ
ຄວາມຮັກ: ຄົນໂສດ ມີຄົນມາລົມ ແຕ່ບໍ່ຄ່ອຍຖືກໃຈ ສ່ວນຄົນມີຄູ່ ມີຄວາມສຸກ ເພາະແຟນເອົາໃຈໃສ່ ມີການປັບຕົວເຂົ້າຫາກັນ

• ວັນຈັນ.

ການເງິນ: ມີໂຊກເຊັ່ນ: ໄດ້ຂອງຂວັນ, ໄດ້ສິ່ງຂອງທີ່ມີຄ່າ, ເງິນເດືອນຂຶ້ນ
ວຽກງານ: ມີການປ່ຽນແປງໄປໃນທາງທີ່ດີຂຶ້ນ ເພາະມີໂອກາດໃນການເຮັດວຽກທີ່ຈະໄດ້ສະແດງຝີມືຢ່າງເຕັມທີ່
ຄວາມຮັກ: ຄົນໂສດ ລະວັງໄປຫຼົງມັກຄົນມີເຈົ້າຂອງໂດຍບໍ່ຮູ້ຕົວ ສ່ວນຄົນມີຄູ່ ແມ່ນວ່າຈະມີແຟນແລ້ວແຕ່ກໍຍັງໄປແອບມັກຄົນອື່ນຢູ່ ຈົນເຮັດໃຫ້ຜິດຖຽງກັບແຟນ

• ວັນອັງຄານ.

ການເງິນ: ຈະມີໂຊກເຂົ້າມາ ຫຼື ໄດ້ສິ່ງຂອງທີ່ມີຄ່າ
ວຽກງານ: ວຽກຂ້ອນຂ້າງໜັກ ມີເກນໃຈຮ້າຍກັບຄົນອ້ອມຂ້າງທີ່ ເຂົ້າມາວຸ້ນວາຍເລື່ອງວຽກຂອງທ່ານ
ຄວາມຮັກ: ຄົນໂສດ ຄວາມຮັກບໍ່ຄ່ອຍໂດດເດັ່ນປານໃດ ມັກໃຜກໍ່ໄດ້ແຕ່ມັກເຂົາຢູ່ຝ່າຍດຽວ ສ່ວນຄົນມີຄູ່ ລະວັງຜິດຖຽງກັນຍ້ອນເລື່ອງຫຶງຫວງ
• ວັນພຸດ.
ການເງິນ: ມີໂອກາດໄດ້ສິ່ງຂອງມີຄ່າ ຫຼື ຂອງຂວັນຈາກຄົນຮັກ
ວຽກງານ: ເຮັດວຽກເມື່ອຍ ເພາະມີແຕ່ຄົນເອົາວຽກມາໃຫ້
ຄວາມຮັກ: ຄົນໂສດ ມີເກນພົບຮັກກັບຄົນໃນເຄື່ອງແບບ ຫຼື ຄົນຕ່າງປະເທດ ສ່ວນຄົນມີຄູ່ ມີໂອກາດປັນໃຈໃຫ້ຄົນໃໝ່ ຈົນບໍ່ແນ່ໃຈວ່າຈະຢູ່ ຫຼື ຈະໄປດີ
ວັນພະຫັດ.
ການເງິນ: ມີບັນຫາເລັກນ້ອຍ ແຕ່ໄດ້ຄົນອ້ອມຂ້າງຊ່ວຍເຫຼືອຈຶ່ງເຮັດໃຫ້ການເງິນດີຂຶ້ນ
ວຽກງານ: ລະວັງຜິດໃຈກັບຄົນອ້ອມຂ້າງຍ້ອນເລື່ອງທີ່ບໍ່ເປັນເລື່ອງ ຄໍາເວົ້າຂອງທ່ານຈະນໍາເລື່ອງເດືອດຮ້ອນໃຈມາໃຫ້ຕາມຫຼັງ
ຄວາມຮັກ: ຄົນໂສດ ມີໂອກາດໄດ້ພົບຄົນຖືກໃຈໃນງານສັງຄົມ ສ່ວນຄົນມີຄູ່ ເລີ່ມເບິ່ງແຟນໃນດ້ານດີກວ່າເກົ່າ ຈຶ່ງເຮັດໃຫ້ຄວາມຮັກສົດໃສຫຼາຍຂຶ້ນ
• ວັນສຸກ.
ການເງິນ: ມີດວງວາງແຜນທ້ອນເງິນເພື່ອໃຊ້ຈ່າຍບາງຢ່າງ
ວຽກງານ: ບໍ່ຄ່ອຍເປັນໄປຕາມທີ່ຫວັງໄວ້ ເພາະບໍ່ມີໂອກາດໄດ້ສະແດງຝີມືເລີຍ
ຄວາມຮັກ: ຄົນໂສດ ມັກໃຜກໍມີແຕ່ຄົນຕົວະໃຊ້ ຫວັງຜົນປະໂຫຍດຫຼາຍກວ່າຄວາມຮັກ ສ່ວນຄົນມີຄູ່ ເຮັດດີປານໃດແຟນກໍບໍ່ເຫັນຄ່າ ຈົນທ່ານຮູ້ສຶກນ້ອຍໃຈ
• ວັນເສົາ.
ການເງິນ: ເລື້ອຍໆ ບໍ່ໂດດເດັ່ນປານໃດ ແຕ່ກໍ່ພໍມີລາຍໄດ້ເຂົ້າມາເລັກນ້ອຍ
ວຽກງານ: ເຈັບຫົວກັບຄົນອ້ອມຂ້າງ ເພາະອີກຝ່າຍມີແຕ່ຈະຈັບຜິດທ່ານຢູ່
ຄວາມຮັກ: ຄົນໂສດ ຈະໄດ້ເລີ່ມຕົ້ນຄວາມສໍາພັນກັບຄົນໃໝ່ ສ່ວນຄົນມີຄູ່ ຕ່າງຄົນຕ່າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຈົນຕ່າງຝ່າຍຕ່າງກໍຮູ້ວ່າແຟນເປັນທີ່ເພິ່ງພາໄດ້ ເລີ່ມໝັ້ນໃຈໃນຕົວເຂົາຫຼາຍຂຶ້ນ

ແບ່ງປັນ