Breaking News

ສູດຜິວພັນຂາວທັນໃຈພາຍໃນ 2 ອາທິດ!!!

ແບ່ງປັນ

ສາວໆຫຼາຍຄົນຫວັງຢາກຈະມີຜິວຂາວງາມ ຈຶ່ງຊອກຫາຫຼາຍວິທີ ຫຼື ຍອມເສຍເງິນເພຶ່ອຄວາມຂາວທີ່ມາພ້ອມກັບອັນຕະລາຍຕ່າງໆ ຈົນລືມໄປວ່າທຳມະຊາດບຳບັດ ເປັນວິທີທີ່ດີ ແລະ ປອດໄພທີ່ສຸດ.

ຜິວດໍານັ້ນເກີດຈາກຫຼາຍປັດໃຈເຊັ່ນ: ແສງແດດ ມົນລະພາວະຕ່າງໆ ການເຈັບເປັນ ລວມໄປເຖິງການເຄັ່ງຄຽດສາວໆຫຼາຍຄົນເລືອກທີ່ຈະໃຊ້ວິທີແບບເລັ່ງດ່ວນເພຶ່ອເຮັດໃຫ້ຜິວຂາວງາມໂດຍອາດຈະເລຶອກໃຊ້ວສານເຄມີ ຫຼື ວິທີການອຶ່ນໆທີ່ມີລາຄາຄ່ອນຂ້າງສູງ ແລະ ສູງຫຼາຍຈົນອາດຈະເຮັດໃຫ້ເກີດການສິ້ນເປຶອງ ຫຼື ບາງເທຶ່ອກໍເປັນອັນຕະລາຍຕໍ່ຜິວໜັງຂອງສາວໆໄດ້, ມື້ນີ້ເຮົາຈະມາແນະນນຳເຄັດລັບທີ່ຈະເຮັດໃຫ້ຜິວພັນຂອງສາວໆ ງາມຂຶ້ນໄດ້ດ້ວຍວິທີທໍາມະຊາດພາຍໃນ 2 ອາທິດ ເຮົາລອງໄປເບິ່ງພ້ອມກັນເລີຍວ່າມີຫຍັງແດ່…

  1. ລ້າງໜ້າດ້ວຍນໍ້າເຜິ້ງ

ຄຸນປະໂຫຍດຂອງນໍ້າເຜິ້ງຄື ຊ່ວຍເພີ່ມຄວາມຊຸ່ມຊື່ນໃຫ້ກັບຜິວໜັງ ເໝາະສຳລັບຄົນທີ່ຜິວໜັງບາງແພ້ງ່າຍພຽງແຕ່ທ່ານທານໍ້າເຜິ້ງໃສ່ຜິວໜ້າກ່ອນອາບນໍ້າແລ້ວປະໄວ້ສອງເຖິງສາມນາທີ ຈາກນັ້ນຈຶ່ງລ້າງອອກດ້ວຍນໍ້າທີ່ສະອາດທ່ານຈະສໍາພັດໄດ້ວ່າຜິວຂອງທ່ານຂາວ ແລະ ອ່ອນຂຶ້ນ.

u9086

  1. ອົບອາຍນໍ້າດ້ວຍເປຶອກໝາກນາວ

ພຽງແຕ່ຕົ້ມເປຶອກໝາກນາວກັບນໍ້າ ແລະ ຖອກໃສ່ຊາມຈາກນັ້ນເອົາໜ້າໄປຮັບເອົາອາຍນໍ້າທີ່ອອກມາພຽງສອງນາທີ ແລະ ເຊັດໜ້າໃຫ້ແຫ້ງ ວິທີນີ້ຈະຊ່ວຍເປີດຮູຂຸມຂົນ ແລະ ກຳຈັດສິ່ງທີ່ເປຶ້ອນໄດ້ເປັນຢ່າງດີ ແລະ ຍັງອຸດົມໄປດ້ວຍວິຕາມິນຊີທີ່ຊ່ວຍໃຫ້ຜິວໜັງສະຫວ່າງໃສຂຶ້ນ.

face-steaming

  1. ຂັດຜິວດ້ວຍນໍ້າໝາກພ້າວ

ພຽງແຕ່ຜະສົມແປ້ງເຂົ້າຈ້າວ 2 ບ່ວງແກງ ກັບນໍ້າມັນໝາກພ້າວ ແລະ ນວດໃຫ້ເຂົ້າກັນ ຈາກນັ້ນເອົາມານວດໃສ່ໃບໜ້າວິທີນີ້ຈະຊ່ວຍປັບສີຜິວໃຫ້ຂາວຂຶ້ນ.

u9084

  1. ພອກໜ້າດ້ວຍໂຍເກິດ

ໂຍເກິດນອກຈາກຈະເອົາມາກິນໄດ້ແລ້ວຍັງສາມາດນຳມາໃຊ້ໃນເລື່ອງຂອງຄວາມງາມໄດ້ອີກ ເພາະໂຍເກິດນັ້ນອຸດົມໄປດ້ວຍກົດແລັກຕິກທີ່ດີຕໍ່ຜິວໜັງພຽງແຕ່ທ່ານນຳໂຍເກິດທຳມະຊາດມາຜະສົມນໍ້າເຜິ້ງ 1 ບ່ວງແກງຈາກນັ້ນກໍເອົາມາພອກໜ້າປະໄວ້ສອງເຖີງສາມນາທີແລ້ວລ້າງອອກດ້ວຍນ້ຳອຸ່ນແລ້ວຜິວໜັງຂອງທ່ານຈະອ່ອນຂາວຢ່າງແນ່ນອນ.

%e0%b9%82%e0%b8%a2%e0%b9%80%e0%b8%81%e0%b8%b4%e0%b8%a3%e0%b9%8c%e0%b8%95

  1. ບໍາລຸງດ້ວຍຫວ້ານຫາງແຂ້

ຫວ້ານຫາງແຂ້ເປັນພືດທີ່ດີຕໍ່ສຸຂະພາບ ແລະ ຜິວໜັງທີ່ຊ່ວຍຕື່ມຄວາມຊຸ່ມຊື່ນ ຮັກສາຮອຍບາດ ແລະ ປ້ອງກັນຜິວໜັງຈາກແສງແດດໄດ້ດີພຽງແຕ່ນຳເອົາຫວ້ານຫາງແຂ້ມາປອກເປຶອກອອກລ້າງນ້ຳໃຫ້ສະອາດ ແລະ ເອົາສ່ວນທີ່ຢູ່ທາງໃນມາພອກໜ້າປະໄວ້ປະມານເຄິ່ງຊົ່ວໂມງຈາກນັ້ນລ້າງອອກດ້ວຍນ້ຳສະອາດຜິວໜັງຈະຊຸ່ມຊື່ນຂຶ້ນ.

u9085

  1. ພອກດ້ວຍສູດເປຶອກໝາກກ້ຽງ ແລະ ນົມ

ເອົາເປຶອກໝາກກ້ຽງ ມາປັ່ນໃຫ້ມຸ່ນປະສົມກັບນ້ຳນົມທີ່ແຊ່ເຢັນ ຈາກນັ້ນນຳມາພອກໃສ່ໃບໜ້າ ແລະ ລຳຄໍປະໄວ້ບຶດໜຶ່ງແລ້ວລ້າງອອກດ້ວຍນ້ຳສະອາດ ເຮັດເປັນປະຈຳອາທິດລະສອງເທື່ອ ຈະຊ່ວຍໃຫ້ຜິວໜ້າຂອງທ່ານຂາວງາມຢ່າງເປັນທຳມະຊາດ.

  1. ຂາວງາມດ້ວຍສູດຈາກໝາກຫຸ່ງ

ເອົາໝາກຫຸ່ງມາປັ່ນໃຫ້ມຸ່ນ ຕຶ່ມນ້ຳໝາກນາວໃສ່ໜ້ອຍໜຶ່ງທາໃສ່ຜິວໜັງປະໄວ້ປະມານຊາວເຖິງສາມສິບນາທີຈາກນັ້ນລ້າງອອກດ້ວຍນ້ຳອຸ່ນ ໝາກຫຸ່ງມີຄຸນສົມທີ່ເຮັດໃຫ້ຜິວໜັງຂາວງາມຢ່າງເປັນທຳມະຊາດ.

u9087

  1. ພອກໜ້າດ້ວຍໝາກເລັ່ນ

ໝາກເລັ່ນອຸດົມໄປດ້ວຍກົດຈາກທຳມະຊາດທີ່ບໍ່ເປັນອັນຕະລາຍ ມີປະໂຫຍດຕໍ່ຮ່າງກາຍ ແລະ ຜິວພັນ ຈະກິນກໍດີ ຈະພອກກໍງາມ ເໝາະສຳລັບຄົນທີ່ຜິວມັນ ແລະ ເປັນສິວ ເຮັດໃຫ້ຜິວໜ້າສະຫວ່າງໃສ ພຽງແຕ່ເອົາໝາກເລັ່ນມາທາເທິງໃບໜ້າຈົນແຫ້ງ ແລະ ພອກທັບອີກເຮັດແບບນັ້ນປະມານ 10 ນາທີ ຈາກນັ້ນລ້າງອອກດ້ວຍນ້ຳອຸ່ນເຮັດແບບນີ້ປະຈຳຈະເຮັດໃຫ້ຜິວຂາວບໍ່ມີຈຸດດ່າງດຳ.

shutterstock_13994767

ສາວໆລອງເອົາໄປເຮັດເບິ່ງເພຶ່ອຈະໄດ້ຜິວຂາວງາມ ແລະ ປອດໄພບໍ່ຕ້ອງຫ່ວງເລຶ່ອງຜິວດຳອີກຕໍ່ໄປ ແລະ ທີ່ສຳຄັນເບິ່ງແຍງພາຍນອກກັນໄປແລ້ວກໍຢ່າລືມບຳລຸງຈາກພາຍໃນກັນນຳເດີ້ ດື່ມນ້ຳຫຼາຍໆ ກິນອາຫານທີ່ມີປະໂຫຍດ ເຮັດໃຫ້ຈິດໃຈເບີກບານ ພຽງແຕ່ເທົ່ານີ້ເພື່ອນໆກໍຈະມີຜິວພັນທີ່ງາມຢູ່ຄູ່ກັບທ່ານໄປອີກດົນເລີຍລະ.

ແບ່ງປັນ