Breaking News

ນຸ້ຍ ສຸພາພອນ ມາລຸກນີ້ກິນຂາດ…ໃຈລະລາຍແລ້ວວວ

ແບ່ງປັນ

ໃຜທີ່ເປັນແຟນຄລັບຂອງ ນຸ້ຍ ສຸພາພອນ ສົມວິຈິດ ມິສຢູນິເວຣີດລາວ 2017 ກໍ່ຄົງຈະໄດ້ຕິດຕາມນາງກັນແບບເລື້ອຍໆ ຫຼັງຈາກທີ່ສາວຄົນນີ້ໄດ້ໄປປະກວດໃນເວທີ ນາງງາມຈັກກະວານ ປະຈຳປີ 2017 ຢູ່ທີ່ USA ຈົນສ້າງຊື່ສຽງໃຫ້ຄົນທົ່ວໂລກໄດ້ຮູ້ຈັກ ປະເທດລາວ ເພາະໃນປີທີ່ນາງປະກວດເປັນປີທຳອິດທີ່ມີຕົວແທນສາວງາມຈາກລາວເຮົາໄປປະກວດໃນເວທີດັ່ງກ່າວ, ປັດຈຸບັນນາງກໍ່ບໍ່ໄດ້ຫາຍໜ້າໄປໃສ ຍັງເດີນໜ້າໂຊໂຕຕາມອີເວັ້ນຕ່າງໆ ແລະ ຖ່າຍແບບ ເດີນແບບມີຜົນງານໃຫ້ແຟນໆໄດ້ຕິດຕາມກັນແບບເລື້ອຍໆ

ນີ້ຖືເປັນລຸກໃໝ່ຂອງ ນຸ້ຍ ສຸພາພອນ ຂໍບອກເລີຍເດີ້ວ່າບໍ່ວ່ານາງຈະແຕ່ງລຸກໃດ ແບບໃດນາງກໍ່ກິນຂາດ ໂດຍສະເພາະລຸກນີ້ທີ່ເບິ່ງແລ້ວໜ້າຮັກສົດໃສ ເປັນແບບທີ່ແຟນໆຫຼາຍຄົນຍັງບໍ່ເຄີຍເຫັນນາງໃນລຸກນີ້ມາກ່ອນ…ໂອ້ຍ!!! ໃຈລະລາຍແລ້ວວວ!!!

ຮູບພາບ: Nui Souphaphone

ແບ່ງປັນ