Breaking News

ເປັນກຳລັງໃຈໃຫ້ແມ່ຮ້າງທຸກໆຄົນ ບໍ່ມີໃຜຫຼຸດຄຸນຄ່າຂອງເຈົ້າໄດ້!!!

ແບ່ງປັນ

ເຈົ້າເຫັນຫຍັງແດ່ຈາກການອະພິເສກສົມຣົດຂອງ ເຈົ້າຊາຍ ແຮ່ລີ່ ແລະ ເມແກຣນ?

ເມແກຣນ
– ເມແກຣນ ອາຍຸ 37 ປີ ນາງມີອາຍຸຫຼາຍກວ່າເຈົ້າຊາຍ

– ເມແກຣນ ເຄີຍຜ່ານການຢ່າຮ້າງມາກ່ອນ

– ເມແກຣນ ບໍ່ໄດ້ມີເຊື້ອສາຍຣາດຊະວົງ ຫຼື ເປັນຄົນຊັ້ນສູງແຕ່ຢ່າງໃດ

– ເມແກຣນ ບໍ່ແມ່ນແມ່ຍິງທີ່ບໍລິສຸດ

– ເຄີຍເປັນນັກສະແດງ ແລະ ຈູບກັບຜູ້ຊາຍມາແລ້ວຫຼາຍຄົນ

– ບໍ່ແມ່ນແມ່ຍິງທີ່ເຮັດອາຫານຕອນ 2 ໂມງກາງຄືນ

– ບໍ່ແມ່ນພັນລະຍາທີ່ສົມບູນແບບ

– ບາດຫຼວງບໍ່ໄດ້ບອກໃຫ້ ເມແກຣນ ຍິນຍອມ ຫຼື ເອີ້ນເຈົ້າຊາຍວ່າ ກະສັດ ນາຍທ່ານ ຫຼື ພະເຈົ້າ

– ພໍ່ສາມີຍ່າງຈູງນາງຕາມທາງຍ່າງໃນໂບດ ແບບທຳມະດາ

– ເມແກຣນ ບໍ່ມີຫຍັງຄູ່ຄວນທີ່ຈະເປັນເຈົ້າສາວໃນ ຣາດຊະວົງ…ແຕ່ລາວສົມຣົດກັບເຈົ້າຊາຍໃນຖານະຄູ່ຊີວິດທີ່ເທົ່າທຽມກັນ ບໍ່ແມ່ນໃນຖານະທາດທີ່ອ່ອນນ້ອມ ຫຼື ພັນລະຍາທີ່ດ້ອຍກວ່າ ເມແກຣນເຮັດໃຫ້ເຫັນແລ້ວວ່ານາງສາມາດທຳລາຍສິ່ງກີດຂວາງ ແລະ ກົດເກນທຸກໆຢ່າງ ແລະ ທີ່ສຳຄັນປັດຈຸບັນແມ່ນມີຄວາມສຸກກັບຄົນທີ່ເຫັນຄຸນຄ່າໃນຕົວນາງ

ເຈົ້າຊາຍ ແຮ່ລີ່

– ເຈົ້າຊາຍເປັນຜູ້ຊາຍບໍລິສຸດຄົນໜຶ່ງ ທີ່ບໍ່ເຄີຍຜ່ານການແຕ່ງງານ

– ແນ່ນອນເຈົ້າຊາຍບໍ່ໄດ້ເຄີຍຢ່າຮ້າງມາກ່ອນ

– ເຈົ້າຊາຍເປັນເຊື້ອພຣະວົງທີ່ສູງສັກ…ແຕ່ເຈົ້າຊາຍຕົກຂຸມຮັກໃນຄວາມທີ່ເປັນຕົວຕົນຂອງ ເມແກຣນ ເຖິງແມ່ນວ່ານາງຈະບໍ່ໄດ້ຊັກເສື້ອຜ້າ ຫຼື ເຮັດອາຫານໃຫ້ເຈົ້າຊາຍສະເຫວີຍ ຫຼື ແມ່ນວ່ານາງຄົນນີ້ຈະບໍ່ໄດ້ມີຊາດຕະກູນສູງສັກ ເຈົ້າຊາຍກໍ່ຕົກຂຸມຮັກ ແລະ ຕັດສິນໃຈອະພິເສກສົມຣົດ ແລະ ຮ່ວມຊີວິດກັນໃນທີ່ສຸດ.

ດັ່ງນັ້ນ!!! ແມ່ຍິງທຸກຄົນຄວນຮູ້ໄວ້ວ່າ ເຈົ້າເປັນຄົນທີ່ມີຄຸນຄ່າໃນຕົວເອງ

…ຢ່າຄິດວ່າຕົວເອງຕໍ່າຕ້ອຍດ້ອຍສັກ ຫຼື ຍອມຕົກຢູ່ໃນຖານະທີ່ດ້ອຍກວ່າຜູ້ຊາຍ ເພາະມັນບໍ່ໄດ້ເຮັດໃຫ້ໄດ້ ສາມີ ມາເປັນຄູ່ຊີວິດ ມີແຕ່ຈະເຮັດໃຫ້ເຮົາຕົກຢູ່ໃນຖານະທາດ ຂອງສາມີຫຼາຍກວ່າ

…ຈົ່ງເລືອກແຕ່ງດອງກັບຄູ່ຊີວິດທີ່ເບິ່ງເຈົ້າເປັນຄູ່ຊີວິດຂອງເຂົາ ບໍ່ແມ່ນເພາະຢາກຈະຄວບຄຸມທຸກຢ່າງໃນຕົວເຮົາ

…ຢ່າປ່ອຍໃຫ້ໃຜມາເຮັດໃຫ້ເຮົາຮູ້ສຶກເສຍໃຈ ອົມທຸກ ຊີວິດເດີນໄປບໍ່ໄດ້ ພຽງເພາະວ່າຖືກຖິ້ມ ຫຼື ເປັນແມ່ລ້ຽງດ່ຽວ

…ຈົ່ງຢ່າລັງເລທີ່ຈະຖິ້ມຊີວິດຄູ່ທີ່ບໍ່ມີຄວາມສຸກ ຊີວິດແຕ່ງດອງທີ່ເຕັມໄປດ້ວຍຄວາມທຸກ ຖ້າເປັນແບບນັ້ນໃຫ້ປ່ອຍຖິ້ມໄປເລີຍ ເພາະແມ່ຍິງທຸກຄົນລ້ວນແຕ່ມີໂອກາດໃນເວລາທີ່ເໝາະສົມທີ່ຈະເລີ່ມຕົ້ນຊີວິດໃໝ່ ກັບຄົນທີ່ເຫັນຄຸນຄ່າໃນຕົວເຮົາ ແລະ ເຮັດໃຫ້ແຕ່ລະມື້ຂອງເຮົາມີແຕ່ຮອຍຍິ້ມ ເຕັມໄປດ້ວຍຄວາມຮັກ ແລະ ຄວາມສຸກ

…ຮັກຕົວເອງກ່ອນ ເພາະຈະບໍ່ມີໃຜຮັກໃນຕົວຂອງເຈົ້າໄດ້ ຖ້າຍັງບໍ່ຮູ້ຮັກໃນຕົວຂອງເຈົ້າເອງ

…ເບິ່ງແຍງຕົວເອງໃຫ້ດີ ໃຊ້ຊີວິດແບບຄິດບວກ ແລະ ຖ້າຊີວິດເຮົາດີ ທຸກສິ່ງດີໆກໍ່ຈະຕາມມາ ລວມທັງຄົນຮັກ

ສຸດທ້າຍນີ້ຢາກຈະບອກ ແມ່ຍິງທຸກໆຄົນໃຫ້ຮູ້ ແລະ ເຂົ້າໃຈວ່າ ເຈົ້າເປັນຄົນທີ່ມີຄຸນຄ່າໃນຕົວເອງ ເຖິງແມ່ນວ່າຈະຜ່ານເລື່ອງທີ່ບໍ່ດີ ເລື່ອງຮ້າຍແຮງ ບໍ່ປະສົບຜົນສຳເລັດໃນການໃຊ້ຊີວິດຄູ່ໃນຄັ້ງກ່ອນ ແຕ່ໃຫ້ມີຄວາມເຊື່ອໝັ້ນ ເຂັ້ມແຂງ ແລະ ຢ່າຫຼຸດຄຸ່ນຄ່າໃນຕົວເອງລົງ ແລ້ວມື້ໜຶ່ງເຈົ້າກໍ່ຈະພົບເຈົ້າຊາຍຕົວຈິງຂອງເຈົ້າເຊັ່ນກັນກັບ ເມແກຣນ ມາຣເຄິນ.

Cr.The Idealist 

ຂໍ້ມູນບາງສ່ວນ: Gstrong ผู้หญิงสวย บนโลกความจริง.

ຮຽບຮຽງ: ຊະນີIndy

 

ແບ່ງປັນ