Breaking News

ໄດ້ແລ້ວ! ງາມມີຄວາມເໝາະສົມ Miss USA 2018.

ແບ່ງປັນ

ຜ່ານພົ້ນກັນແບບສົດໆຮ້ອນໆ ສຳລັບເວທີການປະກວດ Miss USA 2018  ແລະ ກໍ່ຄົງຈະໄດ້ຮູ້ກັນແດ່ແລ້ວວ່າສາວງາມຄົນທີ່ຄວ້າມົງກຸດໃນປີນີ້ກໍ່ຄື ຊ່າຣ່າ ໂຣດ ຊໍາເມີ (Sarah Rose Summers) ສາວງາມຈາກ ລັດເນບຣາດກຣາ ( Nebraska ) ອາຍຸ 23 ປີ ເອົາຊະນະສາວງາມທີ່ເຂົ້າປະກວດເຖິງ 50 ສາວງາມກັນເລີຍ!!!

ໃນຄໍ່າຄືນຂອງການປະກວດນອກຈາກຄວາມງາມ ບຸກຂະລິກໂດດເດັ່ນ ຊ່າຣ່າ ໂຣດ ຊໍາເມີ ກໍ່ໄດ້ເອົາຊະນະໃຈກຳມະການດ້ວຍການຕອບຄໍາຖາມຢ່າງສະຫຼາດວ່ອງໄວ ເຊິ່ງຄຳຖາມຂອງ ຊ່າຣ່າ ກໍ່ຄື:ຖ້າເຈົ້າໄດ້ໄປເດີນຂະບວນປະທ້ວງສິ່ງໃດສິ່ງໜຶ່ງ ແລ້ວມີຄົນຍື່ນປ້າຍສີຂາວໃຫ້ ເຈົ້າຈະຂຽນຫຍັງ?ແລະນາງກໍ່ໄດ້ຕອບຄຳຖາມໃນເທື່ອນີ້ວ່າ “ຂ້ອຍຈະຂຽນວ່າ ຈົ່ງສະແດງສຽງຂອງເຈົ້າ ຈົ່ງອອກໄປເວົ້າກັບຜູ້ຄົນ ເມື່ອໃດກໍ່ຕາມທີ່ຜູ້ຄົນຕັ້ງຄຳຖາມ ຈົ່ງໄປໂອ້ລົມກັບພວກເຂົາ  ແລະ ຮັບຟັງຄວາມຄິດເຫັນຂອງພວກເຂົາໃນເວລາດຽວກັນ ພວດເຮົາທຸກຄົນຄວນເປີດກວ້າງ ແລະ ຮັບຟັງຄວາມເຫັນຂອງກັນແລະກັນ ນີ້ຄືຄວາມສຳຄັນທີ່ຄວນເກີດຂຶ້ນໃນສັງຄົມ ອາເມລິກາ ໃນເວລານີ້”

ຮູບພາບຈາກ Instagram sarahr_summers,  Miss USA

ຂໍ້ມູນ: https://women.kapook.com/view193703.html

ແບ່ງປັນ