Breaking News

ໄປທ່ຽວນຳກັນບໍ່? ແບກໃຈໄປຖິ້ມໄວ້ ວັງວຽງ…3 ມື້ 2 ຄືນ (ເດີນທາງຕອນແລງວັນສຸກ ກັບຕອນແລງວັນອາທິດ) 

ແບ່ງປັນ

Hello ໝູ່ເພື່ອນຊ່ວງນີ້ເຫັນຫຼາຍຄົນຈົ່ມວ່າ ເຊັງ ຄຽດຈາກວຽກ-ການຮຽນ ແຟນຖິ້ມ ອົກຫັກ ໝູ່ບໍ່ຫຼິ້ນນໍາ (ເອົ້າໆໆ! ງານດຣ່າມ່າກໍ່ມາ 555) ຢ່າເດີ້!!! ເຂດນີ້ເປັນເຂດງົດເລື່ອງດຣ່າມ່າ ເພາະເປັນເຂດທີ່ມີແຕ່ຄວາມສະບາຍ ງົດເລື່ອງວຽກ-ເລື່ອງຮຽນ ໃຜທີ່ອົກຮັກແຟນບໍ່ຮັກກໍ່ບໍ່ຕ້ອງເສົ້າເພາະ ຂວັນໃຈ ເຮົາຈະພາໄປທ່ຽວທີ່ ເມືອງ ວັງວຽງ ແຂວງ ວຽງຈັນ ເປັນດິນແດນສວຍງາມ ສະຖານທີ່ທ່ອງທ່ຽວຍອດຮິດ ແລະ ສຳຄັນຂອງປະເທດລາວ.

ຫຼັງຈາກທີ່ເມື່ອຍຈາກການເຮັດວຽກຫຼືການຮຽນອັນຕຶງຄຽດ ແຕ່ບໍ່ຢາກເດີນທາງໄກ ບໍ່ຢາກໃຊ້ເວລາຫຼາຍມື້ ຢາກທ່ຽວທຳມະຊາດ ແລະ ໂດດນໍ້າໄປພ້ອມໃນເວລາດຽວກັນ ຂວັນໃຈ Travel ເລີຍຂໍເອົາໃຈໝູ່ເພື່ອນທີ່ກຳລັງວາງແຜນທີ່ຈະທ່ຽວ ມີຄວາມຢາກໄປທ່ຽວພັກໃຈ ພັກກາຍແຕ່ມີວັນພັກກໍ່ດັນມີແບບຈຳກັດເຫຼືອເກີນ, ດັ່ງນັ້ນ ແນະນຳເລີຍ ວັງວຽງ ອອກເດີນທາງຕອນແລງວັນສຸກ ກັບມາຕອນແລງວັນອາທິດ ໃຊ້ເວລາເດີນທາງດ້ວຍລົດສ່ວນຕົວປະມານ 2 ຊົ່ວໂມງປາຍກໍຮອດແລ້ວ ແຕ່ຖ້າເປັນລົດໂດຍສານກໍເກີນ 3-4 ຊົ່ວໂມງແນ່ນອນ ແຖມມີກິດຈະກຳຜະຈົນໄພ ແລະ ມີແຫຼ່ງທ່ອງຫຼາຍແຫ່ງໃຫ້ຫຼິ້ນຈົນບາງເທື່ອອາດຈະລືມມື້ກັບພຸ້ນໄດ໋…

Trip ນີ້ພວກເຮົາເດີນທາງດ້ວຍລົດຕູ້ທີ່ຄິວລົດສາຍເໜືອ ຂຶ້ນລົດຕັ້ງແຕ່ເວລາ 8 ໂມງເຊົ້າ ຮອດວັງວຽງກໍປະມານ 11 ໂມງປາຍ ເປົ້າໝາຍທຳອິດຄືຕ້ອງຫາທີ່ພັກເພື່ອໂຍນເປ້ໜັກໆເທິງບ່າລົົງ ເຊິ່ງທີ່ພັກຢູ່ວັງວຽງນັ້ນຖ້າບໍ່ແມ່ນ High-season ຫຼືຍາມເທສະການກໍບໍ່ຕ້ອງຈອງກ່ອນລ່ວງໜ້າກໍໄດ້ ຍ່າງເລາະຫາທີ່ພັກດີໆແຄມນໍ້າຊອງ ບັນຍາກາດດີໆມີໃຫ້ເລືອກຫຼາກຫຼາຍ ບໍ່ວ່າຈະເປັນໂຮງແຮມລະດັບ 5 ດາວ ບ້ານພັກ ບັງກະໂລ ຕະຫຼອດຮອດ Hostel ແຕ່ Trip ນີ້ພວກເຮົາເລືອກທີ່ຈະພັກທີ່ຈໍາປາລາວບັງກະໂລ ຄືນລະ 150,000 ກີບ ເຊິ່ງເປັນບັງກະໂລບັນຍາກາດຊິວໆ ວິວງາມໆແຄມແມ່ນໍ້າຊອງ ພ້ອມກັບເຈົ້າຂອງສຸດແນວແຖມເປັນກັນເອງອີກ ຫຼັງຈາກອາບນໍ້າພັກຜ່ອນຊື່ນຊົມກັບບັນຍາກາດຂອງບັງກະໂລແລ້ວ ພໍຕາເວັນຕົກບ່າຍກໍໄດ້ເວລາເລາະຖ່າຍຮູບເບົາໆ ເຮົາເລືອກເຊົ່າລົດຖີບຄົນລະ 10,000 ກີບ ຂີ່ໄປຖໍ້າຈັງທີ່ມີຂົວສີສົ້ມທີ່ພວກເຮົາຮ້ອງ Golden Gate ປະເທດລາວ ຫຼັງຈາກກັບຈາກຖໍ້າຈັງກໍຄໍ່າພໍດີ ເລີຍຂີ່ລົດຖີບເລາະເມືອງຫາຊື້ໂຣຕີ ອາຫານຍອດນິຍົມຂອງວັງວຽງໃນຍາມຄໍ່າຄືນແລ້ວກໍກັບທີ່ພັກ.

ເຊົ້າມື້ທີ່ສອງ ພວກເຮົາຟ້າວຕື່ນແຕ່ເຊົ້າ ຕ້ອງຫາເຊົ່າລົດຈັກເພື່ອໄປ “ຜາເງິນ” ເປັນອີກຈຸດຊົມວິວໜຶ່ງທີ່ຍັງມີຄົນຮູ້ຈັກໜ້ອຍ ເຊິ່ງໄປທາງດຽວກັບຖໍ້າປູຄໍາ (Blue-lagoon) ກ່ອນຈະຮອດຖໍ້າປູຄໍາປະມານ 2 ກມ ສັງເກດງ່າຍໆ ປ້າຍໂຮງຮຽນປະຖົມໂພນເງິນ ເບື້ອງຂວາມືໃຫ້ເຂົ້າໄປໂລດ ແລະ ຈະມີຄົນເຝົ້າປະຕູເກັບຄ່າຂຶ້ນ 5,000 ກີບ/ຄົນ (ຕ່າງປະເທດ 10,000 ກີບ) ໃຊ້ເວລາຂຶ້ນບໍ່ຮອດຊົ່ວໂມງກໍຮອດແລ້ວ ອາດຈະເມື່ອຍແດ່ແຕ່ຂໍບອກວ່າມັນຄຸ້ມຄ່າສຸດໆ ວິວຢູ່ທາງດ້ານເທິງແນມເຫັນພູສະຫຼັບຊັບຊ້ອນສຸດລູກຫູລູກຕາ ແນມເຫັນທົ່ງນາ ແລະ ເຮືອນຂອງຄົນໄກໆງາມດີ ຖ້າມາຍາມໜາວ ຕອນເຊົ້າຈະມີທະເລໝອກນຳ ຖ້າມາວັງວຽງແນະນຳເລີຍວ່າຕ້ອງມາຜາເງິນໃຫ້ໄດ້ເດີ້ແຟນໆ

ຫຼັງຈາກກັບລົງມາກໍ່ໄປຕໍ່ Blue-lagoon ເພື່ອຈະໂດດນໍ້າໃຫ້ສະໃຈແກ້ເມື່ອຍແດ່! ແຕ່ສະຖານະການຄວາມເປັນຈິງພັດກົງກັບຂ້າມ ເພາະກາຍເປັນໂອບປ້າ (ອ້າຍບ່າວເກົາຫຼີ) Blue-lagoon ເລີຍ 555. ສະຫຼຸບໝົດອາລົມຢາກຫຼິ້ນນໍ້າ ແຕ່ຢາກເປັນ  paparazzi ແອບຖ່າຍແທນ 555 (ພີ່ຊາຍຍຍຍຍຍ) ແນະນຳຖ້າໃຜຢາກໂດດນໍ້າຢູ່ ແບບອິນດີ້ຜູ້ດຽວໃຫ້ມາກ່ອນ 10 ໂມງເຊົ້າຮັບຮອງວ່ານໍ້າເປັນສີ Blue ສົມຊື່ແນ່ນອນ.

ພາໄປຂຶ້ນຖໍ້າປູຄຳແທນເຊິງຖໍ້າກໍຢູ່ບ່ອນດຽວກັນ ໃຊ້ເວລາຍ່າງຂຶ້ນປະມານ 10-15 ນາທີກໍຮອດແລ້ວ ພາຍໃນຖໍ້າຈະເປັນໂຖງສູງ ແລະ ມີພະພຸດທະຮູບຢູ່ກາງຖໍ້າ ໄວ້ໃຫ້ເຮົາໄດ້ສັກກາລະເພື່ອເປັນສິຣິມຸງຄຸນ ຢູ່ຖໍ້າປູຄໍາເພິ່ນຍັງມີບໍລິການ ໂຫນສະລິງ ນຳອີກເຊິ່ງເປັນທີ່ນິຍົມຫຼາຍຂອງນັກທ່ອງທ່ຽວຕ່າງປະເທດ ໂຫນໄປໂຫນມາ ໃຜທີ່ມັກຄວາມທ້າທາຍເອົາຕົວເອງໄປແຂວນໄວ້ກັບເສັ້ນສະລິງຂໍເຊີນເດີ້. ກັບມາສູ່ຕົວເມືອງອີກເທື່ອໜຶ່ງເພື່ອຫາອາຫານທ່ຽວກິນ ເຮົາເລືອກຍ່ອນຂາທີ່ຕູບແຄມນໍ້າຊອງ ກັບຕໍາໝາກຫຸ່ງປີ້ງໄກ່ ອາຫານຂ້ອນຂ້າງແພງ ແຕ່ບັນຍາກາດແຄມນໍ້າຊອງແພງກວ່າ ນັ່ງເບິ່ງ ບັນດາໂອບປ້າ ພາຍເຮືອຄາຍັກ (Kayak) ກາຍມາ ແລະ ຝຣັ່ງໄຫຼມາພ້ອມກົງເບັງແບບຊິວໆດີ 555.

ຫຼັງຈາກກິນເຂົ້າແລ້ວ ພວກເຮົາເລືອກທີ່ຈະພາຍເຮືອຄາຍັກເພື່ອລ່ອງຫຼິ້ນຕາມນໍ້າຊອງ ເປັນກິດຈະກຳຍອດຮິດຂອງເມືອງວັງວຽງເລີຍກໍວ່າໄດ້ ນອກຈາກເຮືອຄາຍັກແລ້ວ ກໍຍັງມີກົງເບັງ ແລະ ເຮືອຈັກໄວ້ໃຫ້ບໍລິການອີກດ້ວຍ ເຊິ່ງສາມາດຍ່າງເລາະເຊົ່າເຮືອຄາຍັກໄດ້ງ່າຍດາຍ ເພາະແນມໄປທາງໃດກໍເຫັນບໍລິສັດທົວເຕັມເມືອງໄປໝົດ ຫຼັງຈາກຕົກລົງລາຄາກັນແລ້ວກໍໄດ້ເວລາເດີນທາງໄປຈຸດປ່ອຍເຮືອ ເຊິ່ງໄກຈາກຕົວເມືອງປະມານ 5-6 ກມ

ຫຼັງຈາກເມື່ອຍຈາກການພາຍເຮືອແລ້ວ ພວກເຮົາກໍຂັບລົດຈັກມາກິນນໍ້າເຢັນໆທີ່ Organic farm ເຊິ່ງເປັນຟາມ ແລະ ຮ້ານອາຫານປອດສານພິດ ເມນູທີ່ແນະນຳຢູ່ຮ້ານນີ້ຕ້ອງແມ່ນເມນູນີ້ເລີຍ ປັ່ນນໍ້າໝາກມອນ ຫຼືມອນເບີຣີ່ (Mulberry) ທີ່ລົດຊາດຄ້າຍໆຄືກັບປັ່ນສະຕໍເບີຣີ່ ນອກຈາກນັ້ນ ເພິ່ນຍັງລ້ຽງແບ້ເພື່ອເອົານົມມາເຮັດ Cheese ແບບ Home made ນຳອີກ

ວັງວຽງຖືເປັນເມືອງທີ່ Chill ທີ່ສຸດເທົ່າທີ່ເຄີຍໄປມາ ທຸກຄົນໃຊ້ຊີວິດຊ້າໆນັ່ງກົງເບັງດື່ມເບຍເບົາໆລ່ອງແມ່ນໍ້າຊອງ, ພາຍເຮືອຄາຍັກ, ໂດດນໍ້າທີ່ Blue lagoon, ຂັບລົດເລາະເມືອງ, ຂຶ້ນ Blue lagoon, ນອນບັງກະໂລວິວຕິດພູ… ແລະ ນອກຈາກຈະມີກິດຈະກຳຫຼາຍໆຢ່າງທີ່ມ່ວນ ແລະ ຄວາມຊິວແລ້ວທີ່ສຳຄັນຄື ຍັງມີອາກາດດີໆວິວງາມໆ ແລະ ພູຫີນປູນທີ່ສະຫຼັບຊັບຊ້ອນ ເປັນເມືອງທີ່ຢາກໃຫ້ມາລອງຈັກເທື່ອແລ້ວຈະຕ້ອງຕິດໃຈຢາກມາອີກເທື່ອທີ່ສອງຢ່າງແນ່ນອນ.

ຂໍ້ມູນ ແລະ ຮູບພາບຈາກ: ວາລະສານ ຂວັນໃຈ 

ແບ່ງປັນ