Breaking News

ດວງປະຈໍາວັນ ສຸກ, ວັນທີ 25 ພຶດສະພາ 2018

ແບ່ງປັນ

• ວັນອາທິດ.
ການເງິນ: ຈະມີໂອກາດການເງິນທີ່ດີເຂົ້າມາ ຈຶ່ງເຮັດໃຫ້ມີເງິນທ້ອນ
ວຽກງານ: ມີດວງຈະໄດ້ຍ້າຍໜ້າທີ່ ຫຼື ສະຖານທີ່ເຮັດວຽກ
ຄວາມຮັກ: ຄົນໂສດ ລະວັງຜິດຖຽງກັບຄົນທີ່ທ່ານມັກ ຈຶ່ງເຮັດໃຫ້ຄວາມສໍາພັນຫ່າງໄກອອກໄປ ສ່ວນຄົນມີຄູ່ ມີດວງຜິດຖຽງກັບຄົນຮັກເພາະຄວາມຫຶງຫວງ ບໍ່ເຊື່ອໃຈກັນ

• ວັນຈັນ.

ການເງິນ: ການທວງໜີ້ ຫຼື ເຈລະຈາດ້ານການເງິນ ຈະບໍ່ຄ່ອຍປະສົບຄວາມສໍາເລັດ
ວຽກງານ: ວຽກຫຼາຍ ເພາະຕ້ອງເຮັດໂປຼເຈັກໃໝ່ໆ ໂດຍທີ່ຫາຄົນຊ່ວຍເຫຼືອຍາກ
ຄວາມຮັກ: ຄົນໂສດ ຍັງບໍ່ມີວີ່ແວວຂອງເລື່ອງຄວາມຮັກເລີຍ ສ່ວນຄົນມີຄູ່ ມີດວງຜິດຫວັງ ຫຼື ເລີກກັບແຟນສູງ ແບບບໍ່ທັນຕັ້ງຕົວ

• ວັນອັງຄານ.
ການເງິນ: ດີເປັນພິເສດ ຈະໄດ້ໂຊກ ຫຼື ເງິນຈາກຄົນທີ່ບໍ່ເຄີຍຄິດມາກ່ອນ
ວຽກງານ: ຈະຮັບໂອກາດດີໆດ້ານວຽກງານ ຫຼື ໄດ້ຄວາມຄິດເລີ່ມຢາກເຮັດທຸລະກິດໃໝ່ໆ
ຄວາມຮັກ: ຄົນໂສດ ຈະພົບຮັກກັບຄົນຕ່າງໄວ ກາຍເປັນຄວາມຮັກທີ່ຫວານຊຶ້ງ ສ່ວນຄົນມີຄູ່ ພົບຄົນພະຍາຍາມເຂົ້າມາແຊກ ແຕ່ທໍາລາຍຄວາມສໍາພັນຂອງທ່ານກັບແຟນບໍ່ໄດ້ ເພາະທ່ານແລະແຟນເຂົ້າໃຈກັນດີ
• ວັນພຸດ.
ການເງິນ: ຍັງບໍ່ຄືບໜ້າເທົ່າທີ່ຫວັງ ຕ້ອງໝຸນເງິນຈົນເມື່ອຍ ເພາະລາຍໄດ້ຄ່າຕອບແທນທີ່ຫວັງຍັງຕ້ອງລໍຖ້າອີກຕໍ່ໄປ
ວຽກງານ: ຄົນທີ່ມີບັນຫາດ້ານວຽກ ຈະໄດ້ຮັບຄວາມຊ່ວຍເຫຼືອຈາກເຈົ້ານາຍ ມີໂອກາດໄດ້ສະແດງສີມືຫຼາຍຂຶ້
ຄວາມຮັກ: ຄົນໂສດ ມີດວງພົບຄົນມາເອົາໃຈຢາກທໍາຄວາມຮູ້ຈັກກັບທ່ານ ສ່ວນຄົນມີຄູ່ ບໍ່ຄ່ອຍດີປານໃດ ຄົນຮັກຈະເຮັດໃຫ້ເສຍໃຈ ເພາະເຂົາບໍ່ຮັກສາສັນຍາທີ່ໃຫ້ໄວ້ກັບທ່ານ
• ວັນພະຫັດ.
ການເງິນ: ເດັ່ນຫຼາຍ ໄດ້ເງິນກ້ອນໃຫຍ່ ແລະ ມີໂຊກ
ວຽກງານ: ຈະພົບກັບບັນຫາທີ່ເຮັດໃຫ້ງົງໆ ສັບສົນ ບໍ່ຮູ້ວ່າຈະເຮັດແນວໃດດີ
ຄວາມຮັກ: ຄົນໂສດ ລະວັງໄດ້ເປັນພຽງທາງຜ່ານຂອງເຂົາເດີ ເພາະອີກຝ່າຍບໍ່ໄດ້ຄິດຈິງຈັງນໍາ ສ່ວນຄົນມີຄູ່ ມີດວງແຟນເບື່ອໜ່າຍ ເພາະຫຶງຫວງແຟນຫຼາຍເກີນໄປ
• ວັນສຸກ.

ການເງິນ: ຈະມີໂຊກຈາກຜູ້ຊາຍໄວກາງຄົນ ບັນຫາການເງິນທີ່ພົບທ່ານຈະໄດ້ຮັບການຊ່ວຍເຫຼືອ
ວຽກງານ: ເດັ່ນເປັນພິເສດ ທ່ານຈະໄດ້ຮັບຄວາມຊ່ວຍເຫຼືອອຸປະຖໍາຈາກຜູ້ໃຫຍ່
ຄວາມຮັກ: ຄົນໂສດ ຈະພົບຮັກໃໝ່ ພົບຄົນໃໝ່ໆຈຶ່ງເຮັດໃຫ້ຫົວໃຈຫວັ່ນໄຫວ ສ່ວນຄົນມີຄູ່ ມີດວງວາງແຜນໄປທ່ຽວນໍາກັນ ແຕ່ກໍອາດມີຜິດຖຽງກັນກ່ອນໄປ ແຕ່ຍັງດີທີ່ປັບຄວາມເຂົ້າໃຈກັນໄດ້
• ວັນເສົາ.
ການເງິນ: ດີຂຶ້ນ ທ່ານຈະໄດ້ຄ່າຕອບແທນ, ຜົນກໍາໄລ, ຄ່າຈ້າງທີ່ລໍຄອຍ
ວຽກງານ: ເລື່ອງທີ່ຄາດໄວ້ ອາດຈະບໍ່ເປັນດັ່ງຫວັງ ມີດວງໄດ້ຮັບຂ່າວບໍ່ຄ່ອຍດີຢ່າງໃດຢ່າງໜຶ່ງ
ຄວາມຮັກ: ຄົນໂສດ ລະວັງພົບຄົນທີ່ບໍ່ຈິງໃຈກັບທ່ານ ເພາະເຂົາຫວັງປະໂຫຍດຫຼາຍກວ່າຄວາມຮັກ ສ່ວນຄົນມີຄູ່ ຄົນຮັກເຮັດໃຫ້ທຸກໃຈ ໂດຍທີ່ທ່ານບໍ່ກ້າຕໍ່ລອງ ຫຼື ກ້າຂັດຄົນຮັກເລີຍ

ແບ່ງປັນ