Breaking News

ມາຮູ້ຈັກ! ສາວນ້ອຍຈາກພາກໃຕ້ ຜູ້ຄວ້າໄຊຊະນະໃນການສອບເສັງນັກຮຽນເກັ່ງລະດັບຊາດ!

ແບ່ງປັນ
ມາຮູ້ຈັກກັບນັກຮຽນເກັ່ງ ນ້ອງ ວັນວິໄລ ເພັດສະໄພວັນ ອາຍຸ 19 ປີ ຈາກ ແຂວງ ຈຳປາສັກ, ນັກຮຽນເກັ່ງຊັ້ນ ມໍ 7 ມສ. ໂພນໄຊ ຊຶ່ງເປັນຕົວແທນໃຫ້ແກ່ນັກຮຽນເກັ່ງຂອງແຂວງ ເຂົ້າຮ່ວມສອບເສັງນັກຮຽນເກັ່ງລະດັບຊາດໃນ ສາຂາວິຊາພາສາລາວ-ວັນນະຄະດີ ໃນວັນທີ 24-27 ເມສາ 2018  ທີ່ຜ່ານມາ ຢູ່ທີ່ ນະຄອນຫຼວງວຽງຈັນ ແລະ ສາມາດຍາດໄດ້ອັນດັບທີ 1 ໄດ້ຮັບເງິນລາງວັນ 10 ລ້ານກີບ.

ນອກຈາກນັ້ນນ້ອງ ວັນວິໄລ ຍັງໄດ້ກ່າວວ່າເຖິງແຮງບັນດານໃຈ ແລະ ເຄັດລັບການຮຽນວ່າ: ກ່ອນຈະມາເປັນນັກຮຽນເກັ່ງໄດ້ຍ້ອນນ້ອງເອງມີຈິດໃຈມັກຮຽນວິຊາ ພາສາລາວ-ວັນນະຄະດີ ເປັນພິເສດ ມາແຕ່ໄລຍະຮຽນຢູ່ຊັ້ນປະຖົມ ເຊິ່ງມີແຮງຈູງໃຈຈາກຮຸ່ນເອື້ອຍຄົນໜຶ່ງ ໂດຍເຫັນເພິ່ນໄປຮ່ວມເສັງນັກຮຽນເກັ່ງລະດັບຊາດ ສາມາດຍາດໄດ້ອັນດັບ 3 ກໍ່ເກີດມີແນວຄິດ, ມີຄວາມຫວັງຢາກເຮັດໄດ້ຄືເພິ່ນ ຈຶ່ງຖືເອົາເພິ່ນເປັນແບບຢ່າງ, ເລີ່ມແຕ່ນັ້ນມາກໍ່ພະຍາຍາມຄົ້ນຄ້ວາຮໍ່າຮຽນໃຫ້ດີທີ່ສຸດ. ສໍາລັບວິທີການຄົ້ນຄ້ວາຮໍໍ່າຮຽນກໍ່ຄ້າຍໆຄືກັບໝູ່ເພື່ອນຄື: ເວລາຮຽນໃນຫ້ອງກໍ່ຕັ້ງໃຈຟັງຄໍາຄູອະທິບາຍ, ຈົດກ່າຍ, ດຸໝັ່ນແກ້ບົດຝຶກຫັດ, ບໍ່ເຂົ້າໃຈກໍ່ຖາມ ແລະ ເວລານອກໂມງຮຽນກໍ່ຄົ້ນຄ້ວາດ້ວຍຕົນເອງ ສະເພາະແມ່ນວິຊາພາສາລາວ-ວັນນະຄະດີ ແມ່ນຕ້ອງໄດ້ດຸໝັ່ນອ່ານປຶ້ມ, ໝັ່ນເລົ່າກ່ຽວກັບອັກຂະຫຼະວິທີ, ໝັ່ນແຕ່ງເລື່ອງ, ແຕ່ງກາບກອນ ຈິ່ງຈະເຮັດໃຫ້ມີຄວາມເຂົ້າໃຈ ສາມາດພັດທະນາຕົນເອງກ້າວຂຶ້ນເລື້ອຍໆ.

ນາງ ວັນວິໄລ ເພັດສະໄພວັນ ກ່່າວຕື່ມວ່າ: ຜົນສໍາເລັດໃນການສອບເສັງນັກຮຽນເກັ່ງຄັ້ງນີ້ ຖືເປັນຄວາມພາກພູມໃຈຢ່າງສູງ ທີ່ຕົນສາມາດນໍາເອົາຜົນສໍາເລັດອັນມີກຽດ ແລະ ຊື່ສຽງ ມາໃຫ້ຄອບຄົວ, ໂຮງຮຽນ ກໍ່ຄືແຂວງຈໍາປາສັກ ແລະ ຜົນສໍາເລັດດັ່ງກ່າວເກີດຂຶ້ນໄດ້ແມ່ນຍ້ອນຫຼາຍປັດໄຈຄື: ນອກຈາກຄວາມພະຍາຍາມໃນການຄົ້ນຄ້ວາຮໍ່າຮຽນຂອງຕົນເອງແລ້ວ ກໍ່ຍັງມີຄູອາຈານ ແລະ ຄອບຄົວ ທີ່ໃຫ້ການຊ່ວຍເຫຼືອຢ່າງພຽບພ້ອມໃນແຕ່ລະດ້ານເປັນຕົ້ນການສົ່ງຄວາມຮູ້, ການອົບຮົມບົ່ມສອນດ້ານຄຸນສົມບັດ, ດ້ານວັດຖຸຕ່າງໆທີ່ຈໍາເປັນໃຫ້ແກ່ການຮຽນ. ໃນອະນາຄົດຕົນເອງກໍ່ຈະສືບຕໍ່ພັດທະນາດ້ານການສຶກສາຮໍ່າຮຽນໃຫ້ດີຂຶ້ນກ່ວາເກົ່າ ເພື່ອກ້າວໄປເຖິງຈຸດໝາຍທີ່ຫວັງໄວ້ຄືຢາກສຶກສາຕໍ່ໃນລະດັບການສຶກສາ ວິຊາຊີບ ກ່ຽວກັບວິຊາ ແພດສາດ ແລະ ໃນຄອບຄົວຂອງນ້ອງມີຈໍານວນ 6 ຄົນ, ໃນນັ້ນມີອ້າຍເອື້ອຍນ້ອງຮ່ວມກັນ 3 ຄົນ, ນ້ອງເປັນລູກຄົນທີ 2, ເມື່ອກ່ອນພໍ່ເປັນທະຫານ ( ປັດຈຸບັນເພິ່ນພັກຜ່ອນເຂົ້າຮັບບໍານານແລ້ວ), ສ່ວນແມ່ມີອາຊີບຄ້າຂາຍ ປັດຈຸບັນຢູ່ບ້ານພັດທະນາ ສະພານໄຊ ເມືອງປາກເຊ ແຂວງຈໍາປາສັກ.
ຂໍຂອບໃຈຮູບພາບບາງສ່ວນ ແລະ ຂໍ້ມູນຈາກ: ຈັນທະວີສັກ (ໜັງສືພິມຈໍາປາໃໝ່)
ແບ່ງປັນ