Breaking News

ດວງປະຈຳວັນ ຈັນ, ວັນທີ 28 ພຶດສະພາ 2018

ແບ່ງປັນ
ວັນອາທິດ
ການເງິນ: ເມື່ອມີເລື່ອງຕ້ອງຈ່າຍອອກໄປ ກໍສາມາດຊອກເຂົ້າມາໄດ້ທຸກເທື່ອ ຫຼືຈະມີຜູ້ໃຫຍ່ຊ່ວຍເຫຼືອອຸປະຖໍາດ້ານການເງິນແກ່ເຈົ້າຂອງຊະຕາ
ວຽກງານ: ລະມັດລະວັງກ່ຽວກັບການລົງທຶນໃນໄລຍະນີ້ ຄວນມີທີ່ປຶກສາທີ່ດີ ຫຼືຢ່າຟ້າວຮີບຮ້ອນໃນການລົງທຶນ ຄວນສຶກສາໃຫ້ດີກ່ອນ
ຄວາມຮັກ: ຍັງບໍ່ລົງຕົວທາງດ້ານຄວາມສໍາພັນ ທາງດ້ານຄວາມຮັກ ເພາະຈະມີຄວາມຂັດແຍ່ງຈາກພາວະຮັກຊ້ອນ ຫຼືຄວາມຮັກທີ່ບໍ່ເປີດເຜີຍ

• ວັນຈັນ
ການເງິນ: ມີເລື່ອງຕ້ອງຈ່າຍຢ່າງເລັ່ງດ່ວນແບບບໍ່ຄາດຄິດໃນໄລຍະນີ້ ຫຼືເສຍເງິນໄປກັບການສ້ອມແປງເຄື່ອງມື ອຸປະກອນທີ່ເພ ຫຼືຕ້ອງຊື້ໃໝ່
ວຽກງານ: ອິດເມື່ອຍກ່ຽວກັບເລື່ອງຂອງວຽກ ແລະລະວັງຈະມີການຂັດແຍ່ງກັບບໍລິວານ, ຜູ້ຮ່ວມງານ ຫຼືຫຸ້ນສ່ວນ
ຄວາມຮັກ: ໂດຍລວມແລ້ວຍັງມີຄວາມສຸກດີ ແຕ່ກໍມີເລື່ອງກວນໃຈຢູ່ແນ່ ຫຼືມີໂອກາດພົບຄົນທີ່ຖືກໃຈ ເປັນຄົນມີສະເໜ່ ອາລົມດີ

• ວັນອັງຄານ
ການເງິນ: ມີໂຊກ ແລະມີຄວາມສໍາເລັດກ່ຽວກັບເລື່ອງການເງິນທີ່ເຮັດໃຫ້ເຈົ້າຊະຕາມີຄວາມສຸກຂຶ້ນມາໄດ້ແນ່
ວຽກງານ: ລະມັດລະວັງເລື່ອງຂອງການເຮັດວຽກໃຫ້ດີ ໃນໄລຍະນີ້ຕ້ອງສຸຂຸມຮອບຄອບໃນການເຮັດວຽກ ຫຼືກ່ອນຈະຕັດສະນໃຈຫຍັງລົງໄປ
ຄວາມຮັກ: ມີໂອກາດສົມຫວັງໃນເລື່ອງຂອງຄວາມຮັກ ແລະຄວາມສຸກ ພົບຄົນທີ່ຖືກໃຈລົມກັນໄດ້ທຸກເລື່ອງ
• ວັນພຸດ
ການເງິນ: ໃນໄລຍະນີ້ຄວນວາງແຜນໃນເລື່ອງຂອງການໃຊ້ຈ່າຍຢ່າງມີເຫດຜົນ ແລະລະມັດລະວັງເລື່ອງຂອງລາຍຈ່າຍທີ່ບໍ່ຄາດຄິດ
ວຽກງານ: ເມື່ອຍກ່ຽວກັບເລື່ອງວຽກ ໄລຍະນີ້ເປັນໄລຍະຂອງການຢຸດພັກຜ່ອນ ພັກຮ້ອນ ຫຼືຫັນມາທົບທວນໃນເລື່ອງຂອງວິທີການເຮັດວຽກແບບໃໝ່
ຄວາມຮັກ: ຍັງບໍ່ມີເວລາໃຫ້ເລື່ອງຄວາມຮັກ ເພາະເຈົ້າຂອງຊະຕາມຸ່ງໜ້າກ່ຽວກັບການຂະຫຍາຍທຸລະກິດ ຫຼືການສ້າງຄວາມສໍາເລັດ ຄວາມໝັ້ນຄົງໃນຊີວິດຫຼາຍກວ່າ
• ວັນພະຫັດ
ການເງິນ: ຊອກເຂົ້າມາໄດ້ຕໍ່ເນື່ອງດ້ວຍຄວາມສາມາດ ແລະປະສົບການຂອງຕົນເອງ ໃນໄລຍະນີ້ມີຄວາມຄ່ອງຕົວທາງດ້ານການເງິນ ຖືວ່າດີຂຶ້ນມາຫຼາຍ
ວຽກງານ: ມີຄວາມພະຍາຍາມໃນເລື່ອງຂອງການທີ່ຈະແກ້ໄຂບັນຫາຕ່າງໆ ໃຫ້ຜ່ານພົ້ນໄປໄດ້ດ້ວຍດີ ແລະເລີ່ມເຮັດທຸລະກິດໃໝ່, ໂຄງການໃໝ່ໆ ເມື່ອມີຄວາມຕັ້ງໃຈຈິງກໍສາມາດປະສົບຄວາມສໍາເລັດໄດ້ບໍ່ຍາກ
ຄວາມຮັກ: ຍັງບໍ່ລົງຕົວທາງດ້ານຄວາມສໍາພັນ ດ້ານຄວາມຮັກ ເພາະເຈົ້າຂອງຊະຕາຕ້ອງໃຊ້ເວລາໃນການເຮັດວຽກຫຼາຍກວ່າທີ່ຈະມາທຸ່ມເທໃຫ້ກັບເລື່ອງຄວາມຮັກ
• ວັນສຸກ
ການເງິນ: ຊອກເຂົ້າມາໄດ້ຢ່າງຕໍ່ເນື່ອງ ແຕ່ໄລຍະນີ້ມີເລື່ອງໃຫ້ກັງວົນໃຈກ່ອນຈະເຂົ້າມາໄດ້ເພີ່ມຕຶ່ມ
ວຽກງານ: ຈະພົບອຸປະສັກບາງຢ່າງກ່ຽວກັບເລື່ອງວຽກ ທີ່ເຈົ້າຊະຕາຕ້ອງວາງແຜນ ໄລຍະນີ້ພະຍາຍາມຢ່າຂັດແຍ້ງກັບຜູ້ໃຫຍ່ທີ່ມີຕໍາແໜ່ງສູງກວ່
ຄວາມຮັກ: ຮັບຮູ້ຂ່າວສານບາງຢ່າງກ່ຽວກັບຄວາມຊັດເຈນໃນດ້ານຄວາມຮັກ ທີ່ຈະເຮັດໃຫ້ເຈົ້າມີຄວາມສຸກໄດ້ ເຊິ່ງເປັນເລື່ອງທີ່ເຈົ້າຂອງຊະຕາບໍ່ເຄີຍຄິດມາກ່ອນ
• ວັນເສົາ
ການເງິນ: ຊອກເຂົ້າມາໄດ້ຢ່າງຕໍ່ເນື່ອງໃນໄລຍະນີ້ ມີຄວາມກັງວົນໃຈເມື່ອໃດກໍສາມາດຊອກເງິນເຂົ້າມາໄດ້ທຸກຄັ້ງ
ວຽກງານ: ເຮັດສິ່ງໃດໃນໄລຍະນີ້ກໍມີຄວາມສໍາເລັດຫຼາຍຂຶ້ນ ແຕ່ເຈົ້າຂອງຊະຕາກໍຍັງບໍ່ມັກຄວາມວຸ້ນວາຍໃນການເຂົ້າສັງຄົມປານໃດ ຈຶ່ງຈໍາເປັນຕ້ອງວາງຕົວທາງສັງຄົມໃໝ່
ຄວາມຮັກ: ເຈົ້າຊະຕາຢາກຈະສ້າງຄວາມໝັ້ນຄົງໃຫ້ກັບຊີວິດ ຫຼາຍກວ່າທີ່ຈະໃຫ້ຄວາມສໍາຄັນເລື່ອງຄວາມຮັກ ແຕ່ຈະໄດ້ຮັບຂ່າວບາງຢ່າງເລື່ອງຄວາມຮັກ ທີ່ຈະເຮັດໃຫ້ເກີດຄວາມຮູ້ສຶກສົນໃຈໃຜບາງຄົນ
ແບ່ງປັນ