Breaking News

ກັບມາສ້າງສຽງຮືຮາອີກຄັ້ງ! “King Of Catwalk” ເດີນທາງມາປະເທດລາວອີກແລ້ວພີ່ນ້ອງ!!!

ແບ່ງປັນ

ຂຶ້ນຊື່ວ່າເປັນ “King Of Catwalk” ມີຫວາທີ່ຈະເຮັດໃຫ້ແຟນໆຜິດຫວັງ, ຫຼ້າສຸດ  Sinon Loresca ເນັດໄອດໍ້ຈາກ ປະເທດ ຟິລິບປິນ ຜູ້ມີເອກະລັກສະເພາະຕົວໂດດເດັ່ນ ກໍ່ໄດ້ເດີນທາງມາທີ່ປະເທດລາວເຮົາອີກແລ້ວເປັນຮອບທີ່ 2 ແລະ ກໍ່ເປັນທີ່ຮືຮາຂອງແຟນໆເຊັ່ນເຄີຍ ແຖມຍັງໄດ້ປ່ອຍຄລິບເດີນແບບແນວ Street ຢູ່ທີ່ສວນທາດດຳ ນະຄອນຫຼວງວຽງຈັນ ໃນວັນທີ 26 ພຶດສະພາ ທີ່ຜ່ານມາ ເຮັດໃຫ້ມີແຟນໆທົ່ວໂລກ ລວມເຖິງແຟນໆຊາວລາວເຮົາເຂົ້າໄປກົດໄລ້ ກົດແຊຣກັນແບບລົວໆ…

Welcome to the land of MILLION ELEPHANTS ‘’ LAOS ‘’ ???????????????????????????????

โพสต์โดย Sinon Loresca เมื่อ 26 พฤษภาคม 2018

 

ສຳລັບ Sinon ອາຍຸ 29 ປີ ເປັນເນັດໄອດໍ້ຂອງ ປະເທດ ຟິລິບປິນ ຜູ້ມີເອກະລັກສະເພາະຕົວ ໂດ່ງດັງມາຈາກການອັດຄລິບວິດີໂອເດີນແບບປອບໃຈນາງງາມຜູ້ເຂົ້າປະກວດ Miss Universe 2016 ຈົນເຮັດໃຫ້ຄລິບດັ່ງກ່າວມີຍອດວິວເປັນ 10 ກວ່າລ້ານວິວ.

ຢ່າງໃດກໍ່ຍິນດີຕ້ອນຮັບ King Of Catwalk ເຂົ້າສູ່ ປະເທດລາວ (Welcome to LAOS  King Of Catwalk)

ຮູບພາບ: Sinon Loresca

ແບ່ງປັນ