Breaking News

ສິ່ງທີ່ບໍ່ຄວນເບິ່ງຂ້າມ ຖ້າຢາກມີຄວາມກ້າວໜ້າໃນຊີວິດ!!!

ແບ່ງປັນ

ຄຳແນະນຳຈາກຄົນທີ່ປະສົບການມາກ່ອນ: ຖ້າໝູ່ເພື່ອນມີບຸກຄົນທີ່ເປັນແບບຢ່າງ ທັງຮູ້ສຶກປະທັບໃຈໃນການເປັນນັກທຸລະກິດ ກໍຄືພະນັກງານທີ່ດີເດັ່ນ ດັ້ງນັ້ນບໍ່ຕ້ອງເກງໃຈທີ່ຈະເຂົ້າໄປຂໍຄຳແນະນຳຈາກຄົນໆນັ້ນເດີ້

ຮຽນຮູ້ການເຮັດວຽກຂອງຫົວໜ້າ: ພະຍາຍາມເບິ່ງຜົນງານທີ່ດີຂອງຫົວໜ້າ ເພື່ອໃຫ້ຮຽນຮູ້ດວຽກໄດ້ຢ່າງມີປະສິດທິພາບ ແບບຫົວໜ້າຂອງເຮົາ ເມື່ອໃດທີ່ຫົວໜ້າທ່ານບໍ່ສະບາຍ ຫຼື ລາພັກ ກໍເປັນໂອກາດທີ່ເຮົາຈະໄດ້ສະແດງສີມື ວ່າສາມາດເຮັດວຽກແທນເພິ່ນໄດ້ ຖືວ່າໄດ້ຊ່ວຍຫົວໜ້າຂອງເຮົາ ແລະ ຍັງເຮັດໃຫ້ມີຄວາມແຕກຕ່າງກວ່າເພື່ອນຮ່ວມງານຄົນອື່ນໆອີກ.

ໝັ່ນຊ່ວຍວຽກຕ່າງໆບໍ່ວ່າວຽກນ້ອຍ ຫຼື ໃຫຍ່: ການທີ່ຈະເຂົ້າໄປມີບົດບາດໃນເລື່ອງວຽກງານ ຫຼື ກິດຈະກຳຕ່າງໆ ເຖິງວ່າຈະເປັນພຽງເລື່ອງນ້ອຍໆກໍຕາມ ຄວນເຄື່ອນໄຫວຢູ່ໃນສາຍຕາຂອງຜູ້ບໍລິຫານຫຼາຍຂຶ້ນ ຈຶ່ງຈະຖືກຈົດຈໍາໂດຍອັດຕະໂນມັດ ເມື່ອມີເລື່ອງໃຫ້ຊ່ວຍເຫຼືອ ຊື່ຂອງເຮົາກໍຈະຂຶ້ນມາຢູ່ໃນຄວາມຄິດຂອງຫົວໜ້າທັນທີ.

ຮັກສາສາຍພົວພັນທີ່ດີກັບລູກຄ້າ ຫຼື ແຂກທຸກຄົນ: ບໍ່ວ່າຈະເປັນແຂກຜູ້ນ້ອຍ ຫຼື ແຂກຜູ້ໃຫຍ່ກໍຕາມ ບໍ່ຄວນຂາດການຕິດຕໍ່ກັບເຂົາເຈົ້າ ເພາະບໍ່ມີທາງຮູ້ດອກວ່າ ມື້ໜຶ່ງພວກເຂົາອາດມີຄວາມສຳຄັນຕໍ່ຊີວິດ ຫຼືໂອກາດທາງວຽກງານໃນອະນາຄົດ.

ພັດທະນາທັກສະໃນການເວົ້າຢູ່ສະຖານທີ່ສາທາລະນະ ແລະ ທັກສະການນຳສະເໜີວຽກ: ຄົນສ່ວນຫຼາຍມັກຢ້ານເວລາເວົ້າຢູ່ຕໍ່ໜ້າຄົນອື່ນ ເຊິ່ງມີຄົນທີ່ເຮົາບໍ່ຮູ້ຈັກເປັນຈຳນວນຫຼາຍ ດັ່ງນັ້ນຄວນຄິດວ່າໂອກາດທີ່ຢູ່ບ່ອນຄົນຫຼາຍ ເປັນໂອກາດດີທີ່ຈະເຮັດໃຫ້ໝັ້ນໃຈ ແບບເຮົາເປັນຕົວແທນໃນການສະແດງອອກ ເພື່ອພັດທະນາໃນທາງທີ່ດີຂອງຕົວເຮົາເອງ.

ເປັນມິດທີ່ດີກັບທຸກຄົນ: ຄວນເປັນມິດກັບທຸກຄົນ ບໍ່ວ່າຈະໃນເວລາອາລົມກຳລັງເຄັ່ງຕຶງກັບວຽກງານກໍຕາມ ຄວາມກົດດັນ, ຄວາມຫງຸດຫງິດ ຄວນເກັບເອົາໄວ້ໃນໃຈ ຢ່າສະແດງອອກເດັດຂາດ ເພາະການຄວບຄຸມອາລົມໄດ້ດີ ຍິ້ມແຍ້ມແຈ່ມໃສຢູ່ຕະຫຼອດ ມັນຄືບຸກຄະລິກຢ່າງໜຶ່ງຂອງຜູ້ນຳທີ່ມີຄຸນນະພາບ.

ເຮັດວຽກດ້ວຍເຫດ ແລະ ຜົນ: ເປັນເລື່ອງປົກກະຕິທີ່ຄວາມຄິດແຕ່ລະຄົນບໍ່ຄືກັນ ເມື່ອຄວາມຄິດຫາກແຕກຕ່າງຈາກຄົນອື່ນ ຈົ່ງໝັ້ນໃຈທີ່ຈະອະທິບາຍໃຫ້ທຸກໆຄົນໄດ້ຮັບຮູ້ ດ້ວຍເຫດ ແລະຜົນຂອງຄວາມຈິງ ເພື່ອໃຫ້ເຂົາເຈົ້າເຂົ້າໃຈວ່າ ຄວາມຄິດຂອງເຮົາແມ່ນເຮັດເພື່ອອົງການຈັດຕັ້ງ ຫຼືບໍລິສັດ ຢ່າງແທ້ຈິງ.

ຮູ້ຈັກໜ້າວຽກທີ່ເຮັດຢ່າງແທ້ຈິງ: ຕ້ອງພະຍາຍາມຮຽນຮູ້ໜ້າວຽກຂອງຕົວເອງໃຫ້ຫຼາຍ ລວມທັງສຶກສາສິ່ງແວດລ້ອມອ້ອມຂ້າງເພື່ອໃຫ້ບໍລິສັດໄດ້ມີການອັບເດດຂໍ້ມູນຕ່າງໆ ໃນການວາງແຜນເຮັດວຽກ ແລະ ສິ່ງໃດທີ່ບໍ່ຄວນເຮັດໃນໄລຍະເວລານັ້ນ.

ຂໍ້ມູນ: ວາລະສານ ຂວັນໃຈ

ແບ່ງປັນ