Breaking News

ບໍ່ໜ້າເຊື່ອ! ດື່ມກາເຟເປັນປະຈຳຊ່ວຍປ້ອງກັນພະຍາດໄວຣັດຕັບອັກເສບ ແລະ ອີກຫຼາຍໆພະຍາດໄດ້!!!

ແບ່ງປັນ

10 ຄຸນປະໂຫຍດຂອງການດື່ມກາເຟ ໂດຍທີ່ບໍ່ໃສ່ນໍ້າຕານ ແລະ ຄຣີມທຽມ

  1. ການດື່ມກາເຟເປັນປະຈຳຊ່ວຍປ້ອງກັນພະຍາດໄວຣັດຕັບອັກເສບ B ມີນັກວິໄຈພິສູດວ່າໃນກາເຟດໍາ ຫຼືກາເຟທີ່ເຮົາຊົງກິນໂດຍທີ່ບໍ່ໃສ່ນໍ້າຕານ ແລະ ຄຣີມທຽມສາມາດປ້ອງກັນພະຍາດໄວຣັດຕັບອັກເສບ B ໄດ້
  2. ດື່ມກາເຟເປັນປະຈຳສາມາດປ້ອງກັນພະຍາດຫອບຫືດ ເຊິ່ງພະຍາດນີ້ມີສາເຫດມາຈາກກພູມແພ້ຊະນິດໜຶ່ງ ໂດຍທົ່ວໄປແລ້ວຮ່າງກາຍມະນຸດຈະບໍ່ມີອາການຂອງພະຍາດຫອບຫືດໄດ້ງ່າຍໆ ແຕ່ຖ້າຫາກປະສາດສຳລອງຖືກກະຕຸ້ນກໍຈະເກີດອາການຫອບທັນທີ, ດັ່ງນັ້ນເມື່ອທ່ານດື່ມກາເຟເຂົ້າໄປໃນຮ່າງກາຍ ຄາເຟອີນທີ່ມີຢູ່ໃນກາເຟກໍຈະຊ່ວຍລະງັບການຕຶງຄຽດຂອງປະສາດສຳຜັດສຳຮອງ ຫຼຸດອາການເກີດຫອບຫືດໄດ້ເປັນຢ່າງດີ

3. ການດື່ມກາເຟເປັນປະຈຳສາມາດຫຼຸດອາການເກີດພະຍາດຕັບທີ່ເປັນສາເຫດຈາກການດື່ມເຫຼົ້າຫຼາຍ ຕາມທີ່ນັກວິຊາການສຳຫຼວດແລ້ວຈຶ່ງຄົ້ນພົບວ່າ ກາເຟຊ່ວຍຫຼຸດຜົນຮ້າຍທີ່ຈະມີຕໍ່ຕັບໄຕ

4. ການດື່ມກາເຟເປັນປະຈຳຊ່ວຍປ້ອງກັນມະເຮັງຕັບ ມະເຮັງລຳໄສ້ ແລະ ມະເຮັງໃນຊ່ອງປາກ ຈາກຜົນການທົດລອງຂອງນັກວິໄຈຈຶ່ງຄົ້ນພົບວ່າໃນກາເຟມີປະສິດທີພາບປ້ອງກັນພະຍາດໃນຂັ້ນຕົ້ນ ໂດຍສະເພາະໃນຄາເຟອີນທີ່ມີຢູ່ໃນກາເຟຈະມີກົດອະຊີຕິກ ທີ່ຊ່ວຍປ້ອງກັນພະຍາດດັ່ງກ່າວໄດ້

5. ການດື່ມກາເຟເປັນປະຈຳຊ່ວຍຂັບໄລ່ຄວາມຊະລາ ອົກຊີເຊນເປັນສານທີ່ສຳຄັນທີ່ຮ່າງກາຍຂອງມະນຸດຕ້ອງການຫຼາຍກໍແມ່ນຄວາມຈິງ ແຕ່ໃນທາງກົງກັນຂ້າມກັນຖ້າຮ່າງກາຍມີອົກຊີເຊນຫຼາຍເກີນໄປຈະເຮັດໃຫ້ມີໂອກາດເປັນພະຍາດມະເຮັງສູງ ແລະ ເຖົ້າໄວ ແຕ່ຖ້າທ່ານດື່ມກາເຟໃນປະລິມານທີ່ເໝາະສົມຈະເຮັດໃຫ້ຫຼຸດຜ່ອນການເກີດມະເຮັງໄດ້ ແລະ ຍັງກະຕຸ້ນການເຜົາຜານໃນຮ່າງກາຍໄດ້ເປັນຢ່າງດີ

6. ການດື່ມກາເຟເປັນປະຈຳຊ່ວຍຫຼຸດອັດຕາໄຂມັນ ຊ່ວຍປ້ອງກັນພະຍາດຫົວໃຈ ແລະ ຍັງສາມາດຊ່ວຍຫຼຸດໄຂມັນໃນເສັ້ນເລືອດໄດ້ອີກດ້ວຍ

7. ການດື່ມກາເຟເປັນປະຈຳສາມາດຊ່ວຍລະລາຍໄຂມັນ ກາເຟທີ່ດື່ມຫຼັງອາຫານ ຈະຊ່ວຍໄປກຳຈັດໄຂມັນທີ່ເກາະຕິດໃນຮ່າງກາຍເຮົາໄດ້

8. ການດື່ມກາເຟເປັນປະຈຳຈະຊ່ວຍບັນເທົາອາການເຈັບຫົວ ເພາະໃນກາເຟຈະມີສ່ວນປະສົມຂອງຄາເຟອີນທີ່ຂະຫຍາຍຫຼອດເລືອດ ແລະ ຊ່ວຍລະງັບອາການປວດໄດ້ເຊັ່ນກັບຢາແກ້ປວດ ແຖມຍັງຊ່ວຍຂັບປັດສາວະ ລະລາຍໄຂມັນໃນເລືອດ ແລະ ຊ່ວຍຫຼຸດຜ່ອນອາການເຈັບຫົວເນື່ອງຈາກເມົາເບຍ ແລະ ເຫຼົ້າອີກດ້ວຍ

9. ການກິນກາເຟເປັນປະຈຳ ຊ່ວຍເພີ່ມການໄຫຼວຽນຂອງເລືອດໃນສະໝອງ ມີຜູ້ຊ່ຽວຊານສະຫຼຸບຜົນການວິໄຈກ່ຽວກັບເລື່ອງນີ້ອອກມາວ່າ ຄວາມຫອມຂອງກາເຟຊ່ວຍກະຕຸ້ນສະໝອງໃຫ້ເຮັດວຽກໄດ້ດີຂຶ້ນ ແລະ ມີສະມາທິ ແລະ ປະສິດທິພາບໃນການເຮັດວຽກໃຫ້ດີຂຶ້ນ ນັ້ນເປັນເພາະກິ່ນກາເຟທີ່ໄປຊ່ວຍເຮັດໃຫ້ເລືອດໄຫຼວຽນໃນສະໝອງເພີ່ມຂຶ້ນ

10. ດື່ມກາເຟໃນປະລິມານທີ່ພໍດີຈະເຮັດໃຫ້ນໍ້າຍ່ອຍ ໃນກະເພາະຫຼັ່ງດີຂຶ້ນ ໄຂມັນແຕກຕົວ ຫາກໄດ້ດື່ມກາເຟເລັກໜ້ອຍຫຼັງການຮັບປະທານອາຫານ ຄາເຟອີນທີ່ມີໃນກາເຟຈະເປັນປະໂຫຍດຕໍ່ກະເພາະໂດຍກົງ ນໍ້າຍ່ອຍໃນກະເພາະ ແລະ ຕັບອ່ອນກໍຈະເພີ່ມຂຶ້ນ ໄຂມັນທີ່ສະສົມກໍຈະຖືກເຜົາຜານໄດ້ດີຂຶ້ນນັ້ນເອງ.

ເຫັນຄຸນປະໂຫຍດຂອງກາເຟແລ້ວເປັນແນວໃດແດ່? ທ່ານລອງປ່ຽນການດື່ມກາເຟ ຈາກທີ່ເຄີຍດື່ມແບບໃສ່ນໍ້າຕານ ແລະ ຄຣີມທຽມຫຼາຍໆ ໃຫ້ຄ່ອຍໆຫຼຸດຜ່ອນລົງແລ້ວທ່ານຈະໄດ້ຄຸນປະໂຫຍດທີ່ດີຈາກກາເຟ ຈົນທ່ານເອງກໍຄາດບໍ່ເຖິງ.

ຮູບພາບຈາກ: Kaogee Cafe

ແບ່ງປັນ