Breaking News

ແຟຊັ່ນ 2016!!! ລວມ 9 ເທຼນແຟຊັ່ນທີ່ໄດ້ຮັບຄວາມນິຍົມໃນປີ 2016

ແບ່ງປັນ

ລວມເທຼນແຟຊັ່ນຍອດນິຍົມໃນປີ 2016 ມາເບິ່ງກັນເລີຍວ່າຕະຫຼອດທັງປີຜ່ານມາສາວໆໄດ້ພາດແຟຊັ່ນໃດໄປແດ່?

1. ສາຍຄໍ Choker

b223

ຖືວ່າເປັນເທຼນທີ່ມາແຮງຫຼາຍໃນປີ 2016 ສໍາລັບ “ແຟຊັນສາຍຄໍ Choker” ບອກເລີຍວ່າບໍວ່າຈະເປັນຄົນດັງ ຫຼື ສາວໆກໍຮິດໃສ່ທົ່ວບ້ານທົ່ວເມືອງເລີຍ.

2. ສາຍດ່ຽວທັບເສື້ອຢືດ

b224

ເທຼນແຟຊັນ ສາຍດ່ຽວທັບເສື້ອຢືດໃນເກົາຫລີກໍມາ ງານນີ້ສໍາລັບໃຜທີ່ບໍ່ຕິດຫຼູບອກເລີຍວ່າເດັ່ນແນ່ນອນ

3. ເສື້ອຍາວມິນິເດຣສ

b225

 

ເສື້ອຕົວຍາວທີ່ຈັບມາໃສ່ເປັນ ມິນິເດຣສ ແຟຊັນເບົາໆແບບນີ້ ບອກເລີຍວ່າໃສ່ຕົວດຽວກໍເລີດແລ້ວ

4. ໂສ້ງຢີນຂາມ້າ

b226

ເທຼນໂສ້ງຂາມ້າແຟຊັນສຸດເກົ໋າ ກໍມາແຮງບໍ່ແພ້ກັນ ໃສ່ແລ້ວເບີ່ງເປັນສາວວີນເທສ ຂຶ້ນມາເລີຍ

5. ໂສ້ງຍີນຂາຂາດ

b227

ນາທີນີ້ຢີນຂາຂາດ ເຊີໆ ຖືເປັນແຟຊັນຮິດໃນໃຈຂອງສາວໆຍຸກນີ້ ຍິ່ງຂາດແຮງກໍຍິ່ງຄັກເດີ້ຂໍບອກເລີຍ!

6. ແຟຊັນມັດຍ້ອມ

b228

ຕັ້ງແຕ່ກາງປີ 2016 ແຟຊັນມັດຍ້ອມກໍຄືວ່າຈະກັບມາຮິດອີກຄັ້ງ ແຖມຍັງໃສ່ສະບາຍໃນລຸກຂອງສາວ ຮິບປີ້ນໍາອີກ.

7. ແຟຊັນເດຣສກັບແຈັກເກັດຢີນ

b229

ຈັບຄູ່ 2 ແຟຊັນ 2 ສະຕາຍທີ່ແຕກຕ່າງກັນ ແຕ່ວ່າລົງຕົວສຸດໆ ບອກເລີຍວ່າໃສ່ແລ້ວຫວານປົນເທ່ໃນລຸກດຽວກັນເລີຍ

8. ເສື້ອຄໍເຕົ່າ

b230

ນາທີນີ້ຢາກຈະແຮງສຸດໆ ກໍຕ້ອງເປັນສາວຄໍເຕົ່າ ໃສ່ແລ້ວເກ໋ໄກ໋ ຍິ່ງຍາມໜາວໃນໄລຍະທ້າຍປີແບບນີ້ໃສ່ແລ້ວຍິ່ງງມໄປໄດ້ອີກ

9. ໂທນສີຂາວ-ດໍາ

b231

ແຟຊັນສີຂາວ-ດໍາມາແຮງຫຼາຍໃນໄລຍະປາຍປີ 2016 ນີ້ເພາະເປັນແຟຊັນທີ່ເບິ່ງຄຼາດສິກ ໃສ່ແນວໃດກໍລົງຕົວ ແລະ ສຸພາບສຸດໆ

      ວ້າວ ແຟຊັນ 2016 ແຕ່ລະເທຼນເອີ້ນໄດ້ວ່າຮອດຮິດສຸດໆ!!!

 

ແບ່ງປັນ