Breaking News

ດວງປະຈໍາວັນ ພຸດ, ວັນທີ 30 ພຶດສະພາ 2018

ແບ່ງປັນ
• ວັນອາທິດ.
ການເງິນ: ທ່ານມີເກນຈະໄດ້ໂຊກ ໄດ້ຜົນຕອບແທນເປັນກອບເປັນກໍາ
ວຽກງານ: ເບິ່ງທົ່ວໄປບໍ່ມີຫຍັງ ແຕ່ວ່າກໍມີບັນຫາຈຸກຈິກເຂົ້າມາຕະຫຼອດ
ຄວາມຮັກ: ຄົນໂສດ ມີແຕ່ຄິດເຖິງຮັກເກົ່າ ຈົນບໍ່ເປີດໃຈຮັບຮັກໃໝ່ ສ່ວນຄົນມີຄູ່ ມີດວງໄດ້ພົບຄົນຮັກເກົ່າ ລະວັງຖ່ານໄຟເກົ່າຈະຕິດອີກຄັ້ງ ຈົນເຮັດໃຫ້ຜິດຖຽງກັບແຟນ

ວັນຈັນ.
ການເງິນ: ມີລາຍໄດ້ໃໝ່ໆເຂົ້າມາແຕ່ກໍມີລາຍຈ່າຍບໍ່ຄາດຝັນ ຈຶ່ງຄວນສໍາຮອງເງິນໄວ້
ວຽກງານ: ຮູ້ສຶກມ່ວນກັບການເຮັດວຽກ ເພາະໄດ້ສະແດງສີມືເຕັມທີ່ ນອກຈາກນັ້ນຍັງໄດ້ໄປອອກງານສັງຄົມ
ຄວາມຮັກ: ຄົນໂສດ ເນື້ອຫອມ ມີແຕ່ຄົນມາລົມ ແຕ່ລະວັງຈະເດືອດຮ້ອນໃຈພາຍຫຼັງ ສ່ວນຄົນມີຄູ່ ຜິດຖຽງກັບແຟນຕະຫຼອດ ເພາະອີກຝ່າຍມີພຶດຕິກໍາປ່ຽນໄ

• ວັນອັງຄານ.
ການເງິນ: ຈະມີລາຍໄດ້ກ້ອນໃຫຍ່ເຂົ້າມາ ເລີຍສາມາດທ້ອນເງິນໄດ້
ວຽກງານ: ມີແວວຜິດຖຽງກັບໝູ່ ຫຼື ຢູ່ໃນອາລົມຢາກລາອອກຈາກວຽກເພື່ອໄປເຮັດທຸລະກິດສ່ວນຕົວ
ຄວາມຮັກ: ຄົນໂສດ ມີຄົນອາຍຸນ້ອຍກວ່າມາລົມ ສ່ວນຄົນມີຄູ່ ມີດວງວາງແຜນເຮັດທຸລະກິດຮ່ວມກັນ ຫຼື ເຮັດໂປຼເຈັກໃໝ່ໆເພື່ອສ້າງສີສັນໃຫ້ກັບຄວາມຮັກບໍ່ໜ້າເບື່
• ວັນພຸດ.
ການເງິນ: ມີດວງເສຍເງິນກັບເລື່ອງບໍ່ເປັນເລື່ອງ ເຖິງວ່າບໍ່ຢາກຈ່າຍກໍຕ້ອງຈ່າຍຈົນໄດ້
ວຽກງານ: ເຮັດວຽກແບບມີແຮງກົດດັນເລັກນ້ອຍ ເພາະຄູ່ແຂ່ງສະແດງຕົນເຂົ້າມາ ຈຶ່ງຕ້ອງຟ້າວເລັ່ງເຮັດຜົນງານແຂ່ງ
ຄວາມຮັກ: ຄົນໂສດ ພົບແຕ່ຄົນຮັກຫຼິ້ນໆ ສ່ວນຄົນມີຄູ່ ມີດວງເດີນທາງໄກນໍາກັນ ແຕ່ຜິດຖຽງກັນຕະຫຼອດຍ້ອນເລື່ອງຈຸກຈິກ
• ວັນພະຫັດ.
ການເງິນ: ມີດວງເສຍຊື່ເງິນແບບບໍ່ເປັນປະໂຫຍດ ລະວັງເຮັດສິ່ງຂອງມີຄ່າເສຍ
ວຽກງານ: ສະຖານະການບໍ່ຄ່ອຍດີ ລະວັງມີບັນຫາຂັດແຍ້ງກັບຄົນອື່ນເຊັ່ນ: ເຈົ້ານາຍ ຫຼື ໝູ່ຮ່ວມວຽກ
ຄວາມຮັກ: ຄົນໂສດ ບໍ່ສົມຫວັງ ແມ່ນວ່າຈະເຮັດດີກັບເຂົາປານໃດ ກໍເປັນໄດ້ພຽງໝູ່ ສ່ວນຄົນມີຄູ່ ຄວາມສໍາພັນເລີ່ມຫ່າງ ເພາະຢູ່ນໍາກັນເທື່ອໃດກໍຜິດກັນຕະຫຼອດ
• ວັນສຸກ.
ການເງິນ: ໃຫ້ທ່ານລະວັງຈະຕ້ອງເສຍເງິນເພື່ອຈ່າຍພາສີທາງສັງຄົມ
ວຽກງານ: ເມື່ອຍເພາະຕ້ອງເຮັດວຽກຄົນດຽວ ຫາຄົນຊ່ວຍເຫຼືອຍາກ
ຄວາມຮັກ: ຄົນໂສດ ລະວັງພົບຄົນມາຕົວະໃຫ້ຊໍ້າໃຈ ສ່ວນຄົນມີຄູ່ ເບື່ອແຟນທີ່ບໍ່ຍອມປັບປຸງຕົວຈັກເທື່ອ ຈຶ່ງອົດຫວັ່ນໄຫວກັບຄົນອື່ນບໍ່ໄດ້
• ວັນເສົາ.
ການເງິນ: ຄົນທີ່ມີບັນຫາດ້ານການເງິນ ຈະມີຄົນໃຫ້ຄວາມຊ່ວຍເຫຼືອ
ວຽກງານ: ວຽກຍັງບໍ່ຄືບໜ້າເທົ່າທີ່ຄວນ ເພາະບໍ່ຄ່ອຍມີຈິດໃຈຢາກເຮັດວຽກປານໃດ
ຄວາມຮັກ: ຄົນໂສດ ຄວາມຮັກບໍ່ໂດດເດັ່ນ ມັກໃຜກໍບໍ່ສົມຫວັງ ສ່ວນຄົນມີຄູ່ ຈັບຜິດແຟນໄດ້ວ່ານອກໃຈ ຈຶ່ງເຮັດໃຫ້ຜິດຖຽງກັນ
ແບ່ງປັນ