Breaking News

ແມ່ຍິງແທ້ໆຫຼີກທາງໄປກ່ອນສະເນາະ! ວິນາທີນີ້ຕ້ອງມາສ່ອງ ສາວປະເພດສອງສຸດຮ້ອນແຮງຂອງລາວ!!!

ແບ່ງປັນ

ໂອ່ຍຍຍຍ!!! ຮູ້ສຶກຮ້ອນໆວູບໆ ວາບໆແດ່ບໍ່? ແນ່ນອນເລີຍເພາະຈະພາມາສ່ອງ 5 ສາວປະເພດສອງຂອງລາວ ຫຼິງຫຼິງ ປິຍະດາ ອິນທະວົງ, ວັນໃໝ່ ທຳມະວົງ, ຈນລີ້ ຫຼອງສີ ສີນະຄອນ, ໂອ່ເລ້ ໂພທິມາດ ແລະ ປໍ້ ກັນລະຍານີ ໂພທິມາດ ທີ່ເອີ້ນໄດ້ວ່າມີຄວາມງາມ… ເລີດ… ອໍລ້າຈັບ… ແຖມເຊັກຊີ່ຮ້ອນແຮງ (ໂອ້!!!ວ້າວວວ)  ກຳລັງມາແຮງແຊງທາງໂຄ້ງ ຈົນແມ່ຍິງແທ້ໆຕ້ອງຫຼີກທາງໃຫ້ ແຖມຍັງໄປສ້າງຊື່ສຽງໃຫ້ປະເທດມາແລ້ວ (ເລີດໆໆໆ) ຕ້ອງຍອມຮັບໃນຄວາມງາມຂອງພວກນາງອີ່ຫລີ!!! (ບອກເດີ້ແມ່ຍິງແທ້ໆຕ້ອງຫຼົບ…ຫຼີກທາງໃຫ້ພວກນາງໄປກ່ອນສະເນາະ)

ປໍ້ ກັນລະຍານີ ໂພທິມາດ ຄົນນີ້ນ້ອງໃໝ່ທີ່ກຳລັງມາແຮງສຸດໆສາວຄົນນີ້ມາໃນລຸກໂມເດວ ຜິວສີນໍ້າເຜິ້ງ ແຖມຫຼ້າສຸດຍັງໄດ້ໄປເດີນແຟຊັ່ນໂຊທີ່ປະເທດ ມຽນມ້າ ອີກເດີ້ ບໍ່ທຳມະດາອີ່ຫລີ ຈັບຕາເບິ່ງໄວ້ເລີຍຄົນນີ້ ປ້ຽງປ້າງແນ່ນອນ!!!

ໂອ່ເລ້ ໂພທິມາດ ຄົນນີ້ບໍ່ເວົ້າເຖິງແມ່ນບໍ່ໄດ້ເດີ້ ເພາະນາງກໍ່ມາແຮງບໍ່ແພ້ຄົນອື່ນໆ ທັງບຸກຂະລິກໜ້າຕາ ນິດໃສຕະຫຼົກເຮຮາ ແຟນໆຫຼາຍຄົນຄົງຈະໄດ້ຕິດຕາມຜົນງານຂອງນາງທັງບົດບາດພິທິກອນ, ເດີນແບບ ແລະ ຜົນງານຫຼ້າສຸດຂອງນາງແມ່ນເປັນໜຶ່ງໃນຜູ້ເຂົ້າຮອບໂຄງການປະກວດ ລາວຊຸບເປີໂມເດວ 2018 ໃຜເປັນ fc ກໍ່ຢ່າລືມເປັນກຳລັງໃຈໃຫ້ນາງກັນແດ່…

ເຈນລີ້ ຫຼອງສີ ສີນະຄອນ ສາວປະເພດສອງທີ່ງາມ ແລະ ກຳລັງມາແຮງອີກໜຶ່ງຄົນ ແລະ ຜ່ານມາຜົນງານແມ່ນໄປປະກວດໃນເວທີ Miss International Queen 2018 ຈົນສ້າງສຽງຮືຮາມາແລ້ວ ແລະ ນາງກໍ່ຍັງມີຜົນງານທັງເດີນແບບ ຖ່າຍແບບ ມາໃຫ້ໄດ້ອັບເດດກັນເລື້ອຍໆ ຢ່າລືມເປັນກຳລັງໃນໃຫ້ນາງກັນແດ່…

ວັນໃໝ່ ທຳມະວົງ ສາວປະເພດສອງທີ່ມີຄວາມໜ້າຫວານ ເປັນແມ່ຍິງໆ ແຖມຊ່ວງນີ້ນາງເບິ່ງເປັນຜຸ້ໃຫ່ຍຂຶ້ນ ເຊັກຊີ່ຂຶ້ນ ຍິ່ງເບິ່ງຍິ່ງມີສະເໜ່…ແມ່ຍິງແທ້ໆແບບເຮົາ​ໆ ເວົ້າໄດ້ຄຳດຽວເລີຍວ່າ… (ໂອ້ຍ!!! ຍອມບໍ່ໄດ້ 555)

ຫຼິງຫຼິງ ປະຍະດາ ອິນທະວົງ ສາວປະເພດສອງໝາຍເລກ 1 ຄົນນີ້ບໍ່ຕ້ອງເວົ້າຫຍັງຫຼາຍຮູ້ໆກັນຢູ່ວ່ານາງງາມ ນາງເລີດ ມີຄວາມຫຼູຫຼາ ແລະ ຍັງເປັນແບບຢ່າງໃຫ້ນ້ອງໆສາວປະເພດສອງຂຶ້ນໃໝ່ອີກດ້ວຍ, ຜົນງານນາງກໍ່ມີໃຫ້ຕິດຕາມເລື້ອຍໆທັງຖ່າຍແບບ ເດີນແບບ ພີເຊັນເຕີ້ ຫຼື ໃຜທີ່ມັກດ້ານແຟຊັ່ນກໍ່ລອງຕິດຕາມນາງໄດ້ ເພາະນາງຂຶ້ນຊື່ເລື່ອງການແຕ່ງໂຕ ເອີ້ນໄດ້ວ່າເປັນ ແຟຊັ່ນນິດຕ້າເມືອງລາວໄປແລ້ວວວວ

ຕ້ອງຍອມຮັບວ່າພວກເຂົາງາມ ມີຄວາມສາມາດ ແລະ ພວກເຂົາກໍສາມາດພິສູດເຮັດໃຫ້ທົ່ວໂລກໄດ້ຮັບຮູ້ວ່າ ປະເທດລາວ ຂອງເຮົາກໍມີສາວປະເພດສອງທີ່ງາມ  ແລະ ເກັ່ງບໍ່ແພ້ຊາດອື່ນໃນໂລກ, ເອົ້າ!! ບໍ່ຊ້າເດີ້ ສາວປະເພດສອງລາວເຮົາ ງາມ ເກັ່ງ ປານນີ້ #ແຊຣໄປໃຫ້ໂລກຮູ້ນຳແດ່

ຮູບພາບ: Pitadar Lingling Inthavong , Elizabeth Wanmai Thammavong, Longsee Seenakhone Jenly , Olay Phothimard  , Por Takarn

ແບ່ງປັນ