Breaking News

ດວງປະຈໍາວັນ ພະຫັດ ,ວັນທີ 31 ພຶດສະພາ  2018

ແບ່ງປັນ
• ວັນອາທິດ.
ການເງິນ: ມີເກນວາງແຜນທ້ອນເງິນຫຼາຍຂຶ້ນ ເຮັດໃຫ້ຮູ້ຈັກໃຊ້ຈ່າຍເງິນຫຼາຍຂຶ້ນ
ວຽກງານ: ມີເກນຕ້ອງໄດ້ເຮັດວຽກຫຼາຍຢ່າງໃນເວລາດຽວກັນ
ວຽກງານ: ຄົນໂສດ ພົບແຕ່ຄົນມາຕົວະໃຫ້ຮັກແລ້ວຖີ້ມ ສ່ວນຄົນມີຄູ່ ຮູ້ສຶກໄດ້ວ່າອີກຝ່າຍປ່ຽນໄປ ແລະ ໝົດໃຈ ເລີຍເຖິງເວລາທີ່ຕ້ອງໄດ້ຕັດສິນໃຈແລ້ວວ່າຈະໄປຫຼືຈະຢູ່ດີ
• ວັນຈັນ.
ການເງິນ: ລາຍຈ່າຍຫຼາຍ ແຕ່ຍັງດີທີ່ມີລາຍໄດ້ພິເສດເຂົ້າມາ ເຮັດໃຫ້ພໍໝຸນເງິນໄດ້ທັນ
ວຽກງານ: ເຮັດວຽກຫຼາຍ ເພາະຕ້ອງຮັບຜິດຊອບວຽກຫຼາຍຂຶ້ນ
ຄວາມຮັກ: ຄົນໂສດ ຄວາມຮັກບໍ່ຄ່ອຍໂດດເດັ່ນ ສ່ວນຄົນມີຄູ່ ຮູ້ຢູ່ແກ່ໃຈວ່າເຂົາບໍ່ຄືເກົ່າ ແຕ່ກໍຍັງອົດທົນ ຫວັງວ່າເຂົາຈະກັບມາຮັກທ່ານຄືເກົ່າ
 
• ວັນອັງຄານ.
ການເງິນ: ຖານະດີຂຶ້ນເລື້ອຍໆ ເພາະໄດ້ຜູ້ໃຫຍ່ສະໜັບສະໜູນ ແລະ ພະຍາຍາມຫາວຽກພິເສດມາໃຫ້ເຮັດ
ວຽກງານ: ມີເກນໄດ້ບໍລິວານດີຄອຍຊ່ວຍເຫຼືອ ແລະ ຈະຊ່ວຍແບ່ງເບົາພາລະໃຫ້ທ່ານໄດ້ຫຼາຍ
ຄວາມຮັກ: ຄົນໂສດ ມີແວວລົມພັດຫວນກັບຄືນໄປຫາຮັກເກົ່າ ແຕ່ສຸດທ້າຍກໍກາຍເປັນຂອງຫຼີ້ນຊົ່ວຄາວຂອງຄົນອື່ນ ສ່ວນຄົນມີຄູ່ ແຟນບໍ່ສົນໃຈ ຍັງໄປວ່ານສະເໜ່ໃຫ້ຄົນອື່ນອີ
• ວັນພຸດ.
ການເງິນ: ຂ້ອນຂ້າງດີ ຈະມີລາຍໄດ້ເພີ່ມຫຼາຍຂຶ້ນ ເພາະມີຄົນຫາວຽກມາໃຫ້ເຮັດ
ວຽກງານ: ວຽກຫຼາຍຈົນບໍ່ມີເວລາໄປເຮັດຢ່າງອື່ນ ແຕ່ກໍມ່ວນດີ ເພາະມີໂອກາດໄດ້ຮັບຜິດຊອບວຽກທີ່ຕົນເອງມັກ
ຄວາມຮັກ: ຄົນໂສດ ຈະມີຄົນແນະນໍາໃຫ້ຮູ້ຈັກຄົນທີ່ມີນິດໄສດີ ສ່ວນຄົນມີຄູ່ ຢູ່ໃນໄລຍະຂອງການປັບຄວາມເຂົ້າໃຈ ຈຶ່ງເຮັດໃຫ້ຄວາມຮັກເລີ່ມຫວານຊຶ້ງ
• ວັນພະຫັດ.
ການເງິນ: ລາຍໄດ້ບໍ່ເປັນໄປຕາມຫວັງ ແມ່ນຈະມີລາຍໄດ້ເຂົ້າມາແຕ່ລາຍຈ່າຍຍັງຫຼາຍຄືເກົ່າ
ວຽກງານ: ວຸ້ນວາຍໄປໝົດ ເມື່ອຍນໍາວຽກຍັງບໍ່ພໍຍັງເມື່ອຍກັບຄົນຮ່ວມວຽກອີກ
ຄວາມຮັກ: ຄົນໂສດ ມີເກນເສຍຊື່ເພາະເລື່ອງຊູ້ສາວ ສ່ວນຄົນມີຄູ່ ຈະພົບຮັກສາມເສົ້າ ບໍ່ແມ່ນທ່ານກໍແຟນທີ່ໄປມີຄົນອື່ນ
• ວັນສຸກ.
ການເງິນ: ມີແຕ່ເລື່ອງເສຍເງິນ ຈຶ່ງເຮັດໃຫ້ຖານະທາງການເງິນບໍ່ຄ່ອຍດີ
ວຽກງານ: ສະຖານະການຄ່ອຍໆດີຂຶ້ນ ເພາະມື້ນີ້ທຸກຄົນໃຫ້ຄວາມຮ່ວມມື
ຄວາມຮັກ: ຄົນໂສດ ຍັງບໍ່ມີແວວຂອງຄົນຮັກເຂົ້າມາລົມ ສ່ວນຄົນມີຄູ່ ເລີ່ມຜິດຖຽງກັນ ເພາະອີກຝ່າຍພະຍາຍາມເຂົ້າມາກໍາກັບຊີວິດຂອງທ່ານທຸກຢ່າງ
• ວັນເສົາ.
ການເງິນ: ເດັ່ນຫຼາຍ ໄດ້ເງິນກ້ອນໃຫຍ່ ແລະ ມີໂຊກ ເມື່ອໄດ້ເງິນມາກໍຕ້ອງໄດ້ລ້ຽງໝູ່ເພື່ອນ
ວຽກງານ: ແມ່ນວ່າວຽກຈະຫຼາຍ ແຕ່ທ່ານກໍມີຄວາມສຸກ ເພາະໄດ້ເຮັດວຽກທີ່ຕົນເອງມັກ
ຄວາມຮັກ: ຄົນໂສດ ຕັ້ງສະເປັກໄວ້ສູງເກີນ ຈົນໃຜເຂົ້າມາກໍເປັນເຫດໃຫ້ທ່ານຕໍາໜິຕະຫຼອດ ສ່ວນຄົນມີຄູ່ ຈະໄດ້ຍິນຂອງຄົນຮັກ
ແບ່ງປັນ