Breaking News

ດວງປະຈໍາວັນ ສຸກ, ປະຈໍາວັນທີ 1 ມິຖຸນາ 2018

ແບ່ງປັນ
• ວັນອາທິດ
ການເງິນ: ມີລາຍໄດ້ເຂົ້າມາຫຼາຍ ແຕ່ກໍ່ໝົດໄປແບບບໍ່ເກີດປະໂຫຍດເລີຍ
ວຽກງານ: ວຽກບໍ່ຄ່ອຍມີບັນຫາ ໜັກໃຈແຕ່ຄົນອ້ອມຂ້າງ ຕັ້ງແຕ່ເຈົ້ານາຍຮອດໝູ່ຮ່ວມວຽກ ເພາະທ່ານຮູ້ສຶກວ່າຄົນເຫຼົ່ານີ້ບໍ່ຈິງໃຈກັບທ່ານປານໃດ
ຄວາມຮັກ: ຄົນໂສດ ຄວາມຮັກບໍ່ຍິ່ງໃຫຍ່ ມັກໃຜຄວາມສໍາພັນກໍບໍ່ຄືບໜ້າ ສ່ວນຄູ່ຮັກ ເຂົ້າໃຈຜິດກັນດ້ວຍເລື່ອງເລັກນ້ອຍ ແຕ່ເຮັດໃຫ້ເປັນເລື່ອງໃຫຍ່
• ວັນຈັນ
ການເງິນ: ມີລາຍຮັບເຂົ້າມາເລື້ອຍໆ ແຕ່ກໍ່ທ້ອນໄວ້ບໍ່ໄດ້ດົນ ເພາະລາຍຈ່າຍຫຼາຍ ໂດຍສະເພາະຄ່າໃຊ້ຈ່າຍເລື່ອງຄວາມງາມ
ວຽກງານ: ມ່ວນກັບການເຮັດວຽກເພາະໄດ້ຮັບໂປຣເຈັກທີ່ຖືກໃຈ ມີໂອກາດສະແດງສີມືເຕັມທີ່ເຈົ້ານາຍມັກທ່ານເປັນພິເສດ
ຄວາມຮັກ: ຄົນໂສດ ຄວາມຮັກດີຂຶ້ນ ມີໂອກາດພົບຄູ່ຄອງທີ່ຈິດໃຈອົບອຸ່ນ ໂຣແມນຕິກ ສ່ວນຄູ່ຮັກ ບັນຍາກາດປອງດອງຫຼາຍຂຶ້ນ ແຟນເອົາໃຈເປັນພິເສດ ມີໂອກາດໄປທ່ອງທ່ຽວກັບຫວານຊື່ນ.
• ວັນອັງຄານ
ການເງິນ: ທ້ອນເງິນບໍ່ຄ່ອຍຢູ່ເພາະມີລາຍຈ່າຍຟຸມເຟືອຍຫຼາຍ ໂດຍສະເພາະຄ່າໃຊ້ຈ່າຍເລື່ອງຄວາມງາມ
ວຽກງານ: ປ່ຽນໄປໃນທາງທີ່ດີຂຶ້ນເຊັ່ນ: ມີໂອກາດເລື່ອນຂັ້ນ, ໄດ້ຮັບຜິດຊອບວຽກດ້ານທີ່ຢາກເຮັດ
ຄວາມຮັກ: ຄົນໂສດ ໄປມັກຄົນອາຍຸໜ້ອຍກວ່າ ໄລຍະນີ້ຈຶ່ງມີຄວາມສຸກເປັນພິເສດ ສ່ວນຄູ່ຮັກ ຊອກກິດຈະກໍາໃໝ່ໆເຮັດຮ່ວມກັນ ເຮັດໃຫ້ຄວາມສໍາພັນຄືບໜ້າຂຶ້
ວັນພຸດ
ການເງິນ: ລາຍຈ່າຍຫຼາຍກວ່າລາຍຮັບ ຈຶ່ງວຸ່ນວາຍແຮງ ອາດຈະເຖິງຂັ້ນຕ້ອງໄປຢືມເງິນຄົນອື່ນ
ວຽກງານ: ຢູ່ໃນໄລຍະຂອງການແຂ່ງຂັນຢ່າງໃດຢ່າງໜຶ່ງເຊັ່ນ: ມີຄູ່ແຂ່ງປາກົດຕົວຂຶ້ນ ຈົນທ່ານຕ້ອງຟ້າວສ້າງຜົນງານແຂ່ງ
ຄວາມຮັກ: ຄົນໂສດ ຍັງບໍ່ລືມຄົນເກົ່າດັ່ງນັ້ນພົບຄົນໃໝ່ກໍ່ບໍ່ສົນໃຈ ສ່ວນຄູ່ຮັກ ດຽວດີດຽວຮ້າຍ ຈົນຄົນອ້ອມຂ້າງເຈັບຫົວໄປນໍາ
• ວັນພະຫັດ
ການເງິນ: ມີລາຍຈ່າຍເພື່ອການເດີນທາງທ່ອງທ່ຽວ ລະວັງມີຄົນອິດສາເພາະບໍ່ໄດ້ຜົນປະໂຫຍດຈາກທ່ານ
ວຽກງານ: ໄປໄດ້ດີເຈົ້ານາຍໝອບໝາຍໃຫ້ຮັບຜິດຊອບວຽກທີ່ສໍາຄັນ ແລະ ມີໂອກາດໄດ້ລອງວຽກໃໝ່ໆ ທ້າທາຍຄວາມສາມາດ ທ່ານຈຶ່ງມ່ວນກັບການເຮັດວຽກຫຼາຍຂຶ້ນ
ຄວາມຮັກ: ຄົນໂສດ ພົບຄົນເຈົ້າຊູ້ເຂົ້າມາພົວພັນນໍາ ສ່ວນຄູ່ຮັກ ຜິດກັນກັບແຟນຮຸນແຮງ ເພາະສົງໄສວ່າອີກຝ່າຍຈະມີຄົນອື່ນ
• ວັນສຸກ
ການເງິນ: ລະວັງຜິດກັບຄົນອື່ນເລື່ອງເງິນຄໍາ ທາງທີ່ດີຄວນເຮັດເອກະສານການເງິນໄວ້ໃຫ້ລະອຽດ ຈຶ່ງບໍ່ຖຶກຄົນອື່ນເອົາປຽບງ່າຍໆ
ວຽກງານ: ພົບຄົນອ້ອມຂ້າແທງທາງຫຼັງ ແຖມສ້າງຂ່າວທີ່ບໍ່ດີກ່ຽວກັບທ່ານ ຈຶ່ງເຮັດໃຫ້ຮູ້ສຶກບໍ່ດີ
ຄວາມຮັກ: ຄົນໂສດ ເຂົ້າທາງເລືອກໄດ້ ເພາະມີຄົນເຂົ້າມາສະເໜີຕົວໃຫ້ເລືອກແບບບໍ່ຂາດສາຍ ສ່ວນຄູ່ຮັກ ຫ່າງເຫີນກັນແຕ່ທ່ານກໍ່ມີຄວາມສຸກ ເພາະມີເວລາໄດ້ລົມກັບຄົນອື່ນ
• ວັນເສົາ
ການເງິນ: ຈ່າຍເງິນຟຸມເຟືອຍເປັນພິເສດ ມັກຊື້ເຄື່ອງທີ່ບໍ່ເປັນປະໂຫຍດປານໃດ ແລ້ວມານັ່ງເສຍດາຍຕາມຫຼັງ
ວຽກງານ: ບໍ່ຄ່ອຍໄດ້ຢູ່ກັບບ່ອນ ມີດວງເດີນທາງໄກ ຫຼື ຕ້ອງອອກວຽກສັງຄົມ
ຄວາມຮັກ: ຄົນໂສດ ຈະພົບຮັກກັບຄົນອາຍຸໜ້ອຍກວ່າແລະ ມີເຈົ້າຂອງແລ້ວ ດັ່ງນັ້ນຄວນຄິດໃຫ້ດີກ່ອນຮັບຮັກໃຜ ສ່ວນຄູ່ຮັກ ຄວາມສໍາພັນເລີ່ມມີບັນຫາເພາະແຟນເລີ່ມປັນໃຈໃຫ້ຄົນອື່ນ
ແບ່ງປັນ