Breaking News

ຖ້າຄິດຮອດກໍຕິດຕໍ່ກັນແດ່!!!

ແບ່ງປັນ

ຖ້າຄິດຮອດກໍຕິດຕໍ່ກັນແດ່ ບໍ່ມີຫຍັງເສຍຫາຍ!!!

ເວລາມີໂທລະສັບຢູ່ໃນມືບໍ່ໄດ້ໝາຍຄວາມວ່າສາວໆຕ້ອງບອກທຸກຄວາມຮູ້ສຶກນຶກຄິດ ຂອງເຈົ້າຂອງຜ່ານໂລກອອນລາຍທັງໝົດດອກ ສິ່ງສໍາຄັນຄືຂໍໃຫ້ຮັບໂທລະສັບຄົນທີ່ກໍາລັງສົ່ງສັນຍານ ດ້ວຍຄວາມໃຈຈົດໃຈຈໍ່ນັ້ນແດ່ ຫຼື ສົ່ງຂໍ້ຄວາມມາບອກພໍໃຫ້ດີໃຈກໍຍັງດີ ຖ້າຫາກເຈົ້າມີຄວາມຈໍາເປັນຕ້ອງຜິດນັດອີ່ຫຼີ ລວມທັງບໍ່ສາມາດເຂົ້າຮ່ວມສະຫຼອງວັນສໍາຄັນຕ່າງໆຮ່ວມກັນ ຫຼື ແມ່ນແຕ່ບໍ່ສາມາດກັບເຮືອນກົງເວລາໃນບາງໂອກາດ ເຊິ່ງບາງກໍລະນີ ກໍພາໃຫ້ແຟນຂອງສາວໆ ຄິດໄປຫຼາຍຢ່າງຫຼາຍແນວໄດ້ເຊັ່ນກັນ ເພາະໃນຍາມໃດທີ່ດວງຕາເບື້ອງໃດເບື້ອງໜຶ່ງມັນເລີ່ມສະເມັ່ນເປັນບາດໆ ຄົນທີ່ຖືກເປັນຫ່ວງບໍ່ຮູ້ດອກວ່າ ຄົນທີ່ກໍາລັງເປັນຫ່ວງນັ້ນ ມີຄວາມທຸກສໍ່າໃດ ລອງເອົາໃຈເຂົາມາໃສ່ໃຈເຮົາແດ່ກໍດີໄດ໋.

ຢ່າໝົດຄວາມພະຍາຍາມ ຄຽງຄູ່ກັບຄວາມເຂົ້າໃຈ ບາງເທື່ອຄວາມພະຍາຍາມ ກໍພາໃຫ້ເກີດຄວາມປະທັບໃຈໄດ້ຄືກັນ ເຖິງບໍ່ມີຫຍັງອີ່ຫຼີ ຢ່າງຂີ້ຮ້າຍກໍໃຫ້ມີຄວາມພະຍາຍາມເຂົ້າໃຈໃນສິ່ງທີ່ຄົນຮັກເປັນ ເວົ້າສະເພາະແມ່ນຊາຍໜຸ່ມທີ່ມີຄວາມໂລແມນຕິກ, ລະອຽດອ່ອນ ອ່ອນໄຫວງ່າຍຕໍ່ອາລົມຄວາມຮູ້ສຶກ ເພາະເລື່ອງທີ່ຜູ້ຍິງເບິ່ງຂ້າມນັ້ນ ອາດຈະກາຍເປັນປະເດັນທີ່ສໍາຄັນທີ່ພາໃຫ້ຄົນຮັກຕໍ່າຄ້ອຍນ້ອຍໃຈ, ເສຍໃຈ ແລ້ວເບິ່ງບໍ່ເຫັນຄວາມງາມເຫຼົ່ານັ້ນກໍໄດ້ ຄວາມຈິງຜູ້ຊາຍກໍບໍ່ຕ້ອງການສ້າງຄວາມສົນໃຈໃຫ້ຫຍຸ້ງຍາກພິລຶກພິໂລ ຫຍັງດອກພຽງແຕ່ບາງກໍລະນີເຂົາຕ້ອງການຢາກໃຫ້ຄົນຮັກເອົາໃຈໃສ່ເບິ່ງແຍງຫ່ວງໃຍ ດ້ວຍການສົ່ງຮູບໜ້າຮັກມາຢອກກໍຍັງດີ.

missing-you-lover-wallpaper

ແບ່ງປັນ