Breaking News

ດວງປະຈຳວັນ ອັງຄານ, ວັນທີ 5 ມິຖຸນາ 2018

ແບ່ງປັນ

• ວັນອາທິດ
ການເງີິນ: ບໍລິຫານຈັດການທາງດ້ານການເງິນຢູ່ໃນໄລຍະນີ້ ແຕ່ກໍຍັງມີຄວາມກັງວົນໃຈໃນເລື່ອງຂອງລາຍຈ່າຍທີ່ຂ້ອນຂ້າງຫຼາຍ
ວຽກງານ: ໃນໄລຍະນີ້ຄວນມີການວາງແຜນກ່ຽວກັບເລື່ອງວຽກ ໃຊ້ຈິນຕະນາການຄິດວາງແຜນ ທີ່ຈະເກີດໄອເດຍໃໝ່ໆໃນການປັບປ່ຽນວິທີການເຮັດວຽກ
ຄວາມຮັກ: ໃນໄລຍະນີ້ຍັງບໍ່ລົງຕົວໃນຄວາມສໍາພັນດ້ານຄວາມຮັກ ຫຼືຍັງມີເວລາໃຫ້ກັນບໍ່ຫຼາຍພໍ
• ວັນຈັນ

ການເງິນ: ຊອກເຂົ້າມາໄດ້ຢ່າງຕໍ່ເນື່ອງ ເມື່ອໃຊ້ອອກໄປກໍຈະເຂົ້າມາເພິ່ມຂຶ້ນ ດວງຊະຕາດ້ານການເງິນດີຂຶ້ນກວ່າແຕ່ກ່ອນຫຼາຍ
ວຽກງານ: ຟ້າວຟັ່ງໃນເລື່ອງຂອງການເຮັດວຽກ ຈະເກີດຄວາມສໍາເລັດຕາມທີ່ເຈົ້າຄາດຫວັງ ຊື່ສຽງຢູ່ໃນໄລຍະທີ່ຈະໄດ້ຮັບຮູ້ປະສົບການສິ່ງໃໝ່ໆທີ່ເຈົ້າບໍ່ເຄີຍພົບມາກ່ອນ
ຄວາມຮັກ: ຍັງມຸ່ງໝັ້ນໃນເລື່ອງຂອງການເຮັດວຽກຫຼາຍກວ່າ ທີ່ຈະໃຫ້ຄວາມສໍາຄັນເລື່ອງຄວາມຮັກ
• ວັນອັງຄານ 

ການເງີນ: ຖ້າເຮັດເລື່ອງເຄຼດິດເອົາໄວ້ຈະພົບກັບຄວາມລ່າຊ້າ ແຕ່ສຸດທ້າຍກໍຈະໄດ້ເຂົ້າມາ ແຕ່ກໍໄດ້ມາແບບບໍ່ເຕັມຈໍານວນ
ວຽກງານ: ຈະເຮັດວຽກໃນສິ່ງໃດໄລຍະນີ້ກໍມີແຕ່ຄວາມສໍາເລັດ ເພາະເຈົ້າໃຊ້ສະໝອງ ແລະ ຄວາມສາມາດຄວບຄູ່ກັນໄປຈົນເກີດປະສິດທິພາບ ແລະ ຄວາມສໍາເລັດເປັນທີ່ໜ້າພໍໃຈ
ຄວາມຮັກ: ໃນໄລຍະນີ້ຍັງມີເລື່ອງເຈົ້າຕ້ອງເຮັດຫຼາຍກວ່າທີ່ຈະໄປທຸ່ມເທໃຫ້ກັບເລື່ອງຄວາມຮັກ
• ວັນພຸດ
ການເງິນ: ມີໂຊກຈະໄດ້ເງິນ ແຕ່ມີເລື່ອງຕ້ອງຈ່າຍອອກໄປ ແຕ່ກໍຈະໄດ້ເຂົ້າມາເພີ່ມຕຶ່ມ ແຕ່ສຸດທ້າຍກໍຕ້ອງພ່ານພົ້ນໄປໃຫ້ໄດ້ນັ້ນເອງ
ວຽກງານ: ເຮັດວຽກຫຍັງແລ້ວພົບອຸປະສັກແນ່ນັ້ນເປັນເລື່ອງທໍາມະດາ ແຕ່ສຸດທ້າຍກໍພ່ານພົ້ນໄປໄດ້ ເຖິງຈະບໍ່ຕາມເປົ້າໝາຍເທົ່າໃດກໍຕາມ
ຄວາມຮັກ: ເມື່ອເຈົ້າປະສົບບັນຫາໃນເລື່ອງຕ່າງໆ ຄົນຮັກສາມາດຊ່ວຍແກ້ໄຂບັນຫາໃຫ້ໄດ້ ແລະ ເຂົາພ້ອມທີ່ຈະຊ່ວຍເຫຼືອເຈົ້າສະເໝີ
• ວັນພະຫັດ 
ການເງິນ: ຈະຈັບທຸລະກິດສິ່ງໃດກໍເປັນເງິນເປັນຄໍາໄປໝົດທຸກຢ່າງ ສົ່ງຜົນຕໍ່ຄວາມໂຊກດີທາງດ້ານການເງິນໃຫ້ເພີ່ມຂຶ້ນ
ວຽກງານ: ຈະມີຄວາມສໍາເລັດຢ່າງທີ່ເຈົ້າຄາດຫວັງ ແຕ່ຕ້ອງພ່ານພົ້ນສະພາວະກົດດັນໄປໃຫ້ໄດ້ກ່ອນຈຶ່ງຈະມີຄວາມໂຊກດີ
ຄວາມຮັກ: ໄລຍະນີ້ມີໂອກາດພົບຄົນທີ່ຖືກໃຈ ເຂົາເປັນຄົນເກັ່ງມີຄວາມສາມາດ ແຕ່ໄລຍະທາງຍັງເປັນອຸປະສັກລະຫວ່າງກັນຢູ່
• ວັນສຸກ
ການເງິນ: ມີແຕ່ເລື່ອງຈ່າຍໃນໄລຍະນີ້ ແຕ່ກໍເປັນເລື່ອງທີ່ຈໍາເປັນຕ້ອງຈ່າຍທັງໝົດ ເງິນທີ່ຄິດຢາກຈະເກັບກໍຍັງເກັບບໍ່ໄດ້ຄືເກົ່າ
ວຽກງານ: ຄວາມກະຕືລືລົ້ນໃນເລື່ອງວຽກມີຫຼາຍເປັນພິເສດໃນໄລຍະນີ້ ເພາະວຽກເຂົ້າມາຫຼາຍຈຶ່ງມີພາລະເພີ່ມຂຶ້ນ ຈຶ່ງຕ້ອງຈັດການບໍລິຫານວຽກໃຫ້ພ່ານພົ້ນໄປໄດ້ ແລະ ເຮັດໃຫ້ເກີດຜົນງານທີ່ດີ
ຄວາມຮັກ: ສຸກສົມຫວັງ ແລະ ລົງຕົວໃນເລື່ອງຄວາມຮັກ ຄວາມສໍາພັນໃນໄລຍະນີ້ຢູ່ໃນໄລຍະທີ່ດີ ເຂົ້າໃຈ ແລະ ເຫັນອົກເຫັນໃຈກັນດີ
• ວັນເສົາ
ການເງິນ: ບໍລິຫານຈັດການດ້ານການເງິນໄດ້ເປັນຢ່າງດີ ໃນມື້ນີ້ຈະໄດ້ເງິນເຂົ້າມາ ແຕ່ຈະມີເຫດໃຫ້ເກີດຄວາມກັງວົນໃຈກ່ອນແລ້ວຈຶ່ງມີໂຊກໄດ້ເງິນຕາມມາ
ວຽກງານ: ເມື່ອຍກັບເລື່ອງຂອງວຽກທີ່ຄ້ອນຂ້າງຫຍຸ້ງຫຼາຍເປັນພິເສດໃນໄລຍະນີ້ ເຊິ່ງອາດສົ່ງຜົນຕໍ່ສຸຂະພາບ ດັ່ງນັ້ນຄວນເບິ່ງແຍງສຸຂະພາບຄວບຄູ່ໄປກັບການເຮັດວຽກໜັກ ຈຶ່ງສາມາດເຮັດວຽກໄດ້ຢ່າງມີປະສິດທິພາບ
ຄວາມຮັກ: ຍັງບໍ່ມີເວລາທຸ່ມເທໃຫ້ກັບເລື່ອງຄວາມຮັກໄດ້ຫຼາຍພໍ ເພາະໃນໄລຍະນີ້ຍັງມີຫຼາຍສິ່ງຫຼາຍຢ່າງທີ່ຕ້ອງເຮັດໃຫ້ແລ້ວໂດຍໄວ

ແບ່ງປັນ