Breaking News

ຮູ້ແລ້ວຈະອຶ້ງ! ຄຸນປະໂຫຍດຂອງ  ຫວ້ານຫາງແຂ້

ແບ່ງປັນ

ຮູ້ບໍ່ວ່າ ຫວ້ານຫາງແຂ້ ເປັນພືດມະຫັດສະຈັນ ມີຄຸນປະໂຫຍດສາລະພັດ ມີດີທັງພາຍນອກ ແລະ ພາຍໃນຮ່າງກາຍ ຈັດເປັນພືດທີ່ມີຄຸນປະໂຫຍດຫຼາກຫຼາຍ, ຈະມີຄຸນປະໂຫຍດດີພຽງໃດນັ້ນ ລອງມາເບິ່ງໄດ້ກັນເບິ່ງເດີ້!!!

  • ຄຸນປະໂຫຍດພາຍນອກຮ່າງກາຍ:
  • ຫຼຸດຄວາມມັນຂອງໜ້າ

ຄວາມມັນຢູ່ໜ້າຖືວ່າເປັນບັນຫາຫຼັກຂອງທຸກຄົນ ແລະ ຮູດຫຼືບໍ່ວ່າ ຫວ້ານຫາງແຂ້ ມີດີເພາະສັບພະຄຸນຂອງມັນຊ່ວຍຫຼຸດຄວາມັນຢູ່ໜ້າຂອງຄົນເຮົາໄດ້ເປັນຢ່າງດີ ພຽງແຕ່ນຳເອົາເຈວໃສໆທີ່ທີ່ຫວ້ານຫາງແຂ້ມາທາໃຫ້ທົ່ວໜ້າ (ປະໄວ້ປະມານ 1-2 ຊົ່ວໂມງ) ເນື້ອເຈວກໍ່ຈະຊຶມຊາບເຂົ້າສູ່ຜິວ ນອກຈາກຈະຊ່ວຍຫຼຸດຄວາມັນແລ້ວຍັງຈະຊ່ວຍໃຫ້ໜ້ານຽນນຸ່ມ ເຕັ່ງຕຶງ ແຖມປອດໄພບໍ່ມີສານເຄມີອີກດ້ວຍ

  • ຮັກສາຈຸດດ່າງດຳເທິງໃບໜ້າ

ບາງເທື່ອກໍ່ຕ້ອງເສຍເງິນແພງໆໄປເຮັດເລເຊີ້ໜ້າ ພຽງເພາະວ່າຕ້ອງການກຳຈັດຈຸດດ່າງດຳທີ່ເກີດຈາກຮອຍສິວ ແຕ່ໝູ່ເພື່ອນຮຸ້ຫຼືບໍ່ວ່າ ເຈວຫວ້ານຫາງແຂ້ ກໍ່ມີປະສິດທີພາບຊ່ວຍຟື້ນຟູຮອຍສິວ ຈຸດດ່າງດຳໃຫ້ຈາງຫາຍໄດ້ເປັນຢ່າງດີ ພຽງທາລົງບ່ອນທີ່ມີຈຸດດຳຢ່າງຕໍ່ເນື່ອງ ພຽງເທົ່ານີ້ຜິວກໍ່ຈະກັບມາໃສ ຮອຍດຳກໍ່ຈະໝົດໄປແບບໜ້າເຫຼຶອເຊື່ອ

  • ເຮັດໃຫ້ຜິວຊຸ່ມ ເຕີມນໍ້າໃຫ້ຜິວ

ຜິວແຫ້ງກ້ານເປັນສາເຫດໜຶ່ງຂອງການເກີດຮິ້ວຮອຍ ແລະ ບາງຄົນກໍ່ແຕ່ງໜ້າບໍ່ຄ່ອຍຕິດ ເຊິ່ງບັນຫາເຫຼົ່ານີ້ກຳລັງຈະໝົດໄປພຽງແຕ່ເຕີມນໍ້າໃຫ້ຜິວດ້ວຍໃຊ້ເຈວຫວ້ານຫາງແຂ້ມາພອກໜ້າຖິ້ມໄວ້ກ່ອນນອນ ພຽງເທົ່ານີ້ພໍຕື່ນຂຶ້ນມາກໍ່ຈະເຮັດໃຫ້ໜ້ານຽນນຸ່ມ ໜ້າອ່ອນເຍົາກວ່າໄວແນ່ນອນ

  • ບຳລຸງເສັ້ນຜົມ

ຜົມທີ່ແຫ້ງຊີ້ຟູ ຈາກການຍ້ອມສີຖືກສານເຄມີ ຫຼື ມົນລະພິດເປັນປະຈຳ ລອງໃຊ້ເຈວຫວ້ານຫາງແຂ້ໄປທາທີ່ປາຍ ຫຼື ບໍລິເວນຜົມທີ່ແຫ້ງເສຍ ເພາະໃນເຈວຫວ້ານຫາງແຂ້ນັ້ນ ມີສັບພະຄຸນຄ້າຍເຄຣາຕິນ ທີ່ຈະເຮັດໃຫ້ຜົມນຸ່ມເງົາງາມ ມີວໍລຸ່ມ ແຖມບໍ່ຕ້ອງເສຍເງິນໄປເຮັດທຣີດເມັ້ນຜົມແພງໆ

  • ຮັກສາບາດໄຟໄໝ້ ແລະ ນໍ້າຮ້ອນລວກ ລ້າງຫວ້ານຫາງແຂ້ໃຫ້ສະອາດ ປອກເປືອກ ນໍາເອົາວຸ້ນຂອງຫວ້ານຫາງແຂ້ມາທາບໍລິເວນບາດແຜ ຈະສາມາດປິ່ນປົວບາດແຜເຊົາໄວ ແລະ ຊ່ວຍໃຫ້ບໍ່ເກີດເປັນຮອຍແປ້ວ
  • ບັນເທົາຮອຍໄໝ້ ຈາກການສາຍຣັງສີຂອງຜູ້ປ່ວຍ ໂດຍວິທີການນໍາເອົາວຸ້ນຂອງຫວ້ານຫາງແຂ້ມາທາໃສ່ຮອຍໄໝ້ຈາກການເຮັດຄີໂມ ຈະຊ່ວຍບັນເທົາອາການປວດແສບປວດຮ້ອນໄດ້ເປັນຢ່າງດີ
  • ປິ່ນປົວບາດແຜຈາກຂອງມີຄົມ ແລະ ບາດແຜສົດ ຫາກໄດ້ຮັບບາດເຈັບຈາກຂອງມີຄົມ ໃຊ້ວຸ້ນຂອງຫວ້ານຫາງແຂ້ທີ່ຍັງມີເມືອກຢູ່ທາໃສ່ບາດແຜ ຈະຊ່ວຍເພີ່ມປະສິດທິພາບໃນການສະການສະໝານແຜໃຫ້ເຊົາໄວ
  • ຮັກສາຝີ ແລະ ພະຍາດລິດສິດວງ ເຮັດຄວາມສະອາດບໍລິເວນທີ່ເກີດພະຍາດໃຫ້ແຫ້ງແລ້ວນໍາເອົາວຸ້ນຂອງຫວ້ານຫາງແຂ້ໄປແປະໃສ່ບາດແຜ, ຫາກເປັນບໍລິເວນທະວານໜັກໃຫ້ປອກເປືອກແລ້ວຊອບວຸ້ນຫວ້ານຫາງແຂ້ໃຫ້ເປັນແທ່ງແລ້ວລ້າງສະອາດ ນໍາໄປແຊ່ເຢັນໃຫ້ແຂງ ເພື່ອສອດໃສ່ບໍລິເວນທະວານໜັກມື້ລະ 1-2 ເທື່ອ ພະຍາດລິດສິດວງກໍຈະຄ່ອຍໆດີຂຶ້ນ
  • ແກ້ເຈັບຫົວ ຕັດໃບສົດຂອງຫວ້ານຫາງແຂ້ແລ້ວນໍາເອົາປູນແດງທາບໍລິເວນວຸ້ນ ນໍາມາປະຄົບໃສ່ທີ່ບໍລິເວນຂະໝັບ ແລະ ງ່ອນ ຕາມຈຸດທີ່ປວດ ຈະຊ່ວຍບັນເທົາອາການເຈັບຫົວໄດ້ດີ
  • ບັນເທົາອາການເຈັບແຂ້ວ ຕັດວຸ້ນຂອງຫວ້ານຫາງແຂ້ເປັນຕ່ອນນ້ອຍໆ ນໍາໄປຍັດໃສ່ຕາມຊອກແຂ້ວໃນບໍລິເວນທີ່ເຈັບປວດ ໃຊ້ເວລາ 30 ນາທີ ອາການເຈັບປວດກໍຈະຄ່ອຍໆບັນເທົາລົງ

 

 

  • ຄຸນປະໂຫຍດພາຍໃນຮ່າງກາຍ:
  • ບັນເທົາອາການປວດຂໍ້ ນໍາເອົາວຸ້ນຂອງຫວ້ານຫາງແຂ້ມາລ້າງເຮັດຄວາມສະອາດແລ້ວນໍາໄປແຊ່ຕູ້ເຢັນ ແລະ ກິນເພື່ອບັນເທົາອາການປວດຕາມຂໍ້ຕ່າງໆ
  • ແກ້ກະເພາະອາຫານອັກເສບ ແລະ ລໍາໃສ້ ປອກເປືອກຂອງຫວ້ານຫາງແຂ້ອອກ ນໍາເອົາວຸ້ນໄປລ້າງໃຫ້ສະອາດ ແລ້ວນໍາມາຮັບປະທານຈະຊ່ວຍບັນເທົາອາການອັກເສບຂອງທາງເດີນອາຫານໄດ້
  • ປ້ອງກັນພະຍາດເບົາຫວານ ນໍາເອົາວຸ້ນຂອງຫວ້ານຫາງແຂ້ມາລ້າງສະອາດ ແລະ ກິນທຸກໆມື້ ໂດຍອາການເບົາຫວານຈະຄ່ອຍໆດີຂຶ້ນສຳລັບຜູ້ທີ່ເປັນເບົາຫວານໃນໄລຍະທຳອິດ, ສ່ວນໃຜທີ່ຕ້ອງການກິນເພື່ອປ້ອງກັນເບົາຫວານ ສາມາດເວັ້ນໄລຍະໃນການກິນລົງໄດ້
  • ແກ້ ແລະ ປ້ອງກັນອາການເມົາລົດ-ເມົາເຮືອ ໃດທີ່ມີບັນຫາໃນທາງເດີນອາຫານ ເກີດອາການເມົາລົດເມົາລົດ-ເມົາເຮືອຢູ່ເປັນປະຈໍາ ໃຫ້ລອງກິນວຸ້ນຂອງຫວ້ານຫາງແຂ້ ຫຼື ນໍ້າຫວ້ານຫາງແຂ້ ກ່ອນອອກເດີນທາງຈະຊ່ວຍບັນເທົາບໍ່ໃຫ້ເກີດອາການດັ່ງກ່າວ, ແຕ່ຖ້າມີອາການເມົາລົດ-ເມົາເຮືອຢູ່ແລ້ວ ລອງກິນ ຫຼື ດື່ມນໍ້າຫວ້ານຫາງແຂ້ເຢັນໆ ຈະເຮັດໃຫ້ຮູ່້ສຶກດີຂຶ້ນໃນທັນທີ.

ຮູ້ເຖິງຄຸນປະໂຫຍດດີໆຂອງຫວ້ານຫາງແຂ້ແລ້ວ ກໍ່ລອງຊອກມາກິນ ຫຼື ຈະຊອກມາປູກໄວ້ບ້ານກໍ່ຍິ່ງເປັນການດີຫຼາຍໆ…!

ແບ່ງປັນ