Breaking News

ດວງປະຈໍາວັນ ພຸດ, ວັນທີ 6 ມິຖຸນາ 2018

ແບ່ງປັນ

• ວັນອາທິດ.
ການເງິນ: ມີລາຍໄດ້ເຂົ້າມາເລື້ອຍໆ ເລີຍມີໂອກາດຊື້ສິ່ງຂອງທີ່ຢາກໄດ້
ວຽກງານ: ລະວັງຄົນໃກ້ຕົວໃຫ້ດີ ເພາະເວລາຢູ່ຕໍ່ໜ້າ ແລະ ລັບຫຼັງເຂົາເປັນຄົນລະແບບ
ຄວາມຮັກ: ຄົນໂສດ ຄວາມຮັກໄປໄດ້ດີ ມັກໃຜກໍມີໂອກາດສານຕໍ່ຄວາມສໍາພັນ ສ່ວນຄົນມີຄູ່ ຫວານຈົນນໍ້າຕານຍັງອິດສາ
• ວັນຈັນ.

ການເງິນ: ມີລາຍໄດ້ເຂົ້າຫຼາຍຊ່ອງທາງ ຈຶ່ງມີຫຼິ້ນທ່ຽວແບບສະບາຍ
ວຽກງານ: ບໍ່ຄ່ອຍຄືບໜ້າ ເຮັດວຽກອັນໃດກໍຈະຕິດຂັດ ແລະ ບໍ່ມີຄົນຊ່ວຍເຫຼືອ
ຄວາມຮັກ: ຄົນໂສດ ມີເກນພົບຮັກໃໝ່ ແຕ່ເປັນຮັກສາມເສົ້າ ສ່ວນຄົນມີຄູ່ ແຟນບໍ່ຄ່ອຍສົນໃຈ ເຮັດໃຫ້ທ່ານແອບປັນໃຈໃຫ້ຄົນອື່ນ
• ວັນອັງຄານ.

ການເງິນ: ຢູ່ໃນໄລຍະຂາລົງ ມີແຕ່ລາຍຈ່າຍຈົນໝຸນເງິນບໍ່ທັນ
ວຽກງານ: ສະຖານະການດີຂຶ້ນ ຈະຮູ້ສຶກມີຄວາມສຸກກັບການເຮັດວຽກຫຼາຍຂຶ້ນ
ຄວາມຮັກ: ຄົນໂສດ ຈະພົບຮັກໃໝ່ກັບຄົນທີ່ເປັນຄົນອົບອຸ່ນ ສ່ວນຄົນມີຄູ່ ແຟນເອົາໃຈຫຼາຍຂຶ້ນ ບາງຄົນຈະໄດ້ຂອງຂວັນ ຫຼື ແຟນພາໄປທ່ຽວ
• ວັນພຸດ.
ການເງິນ: ມີເກນຈະໄດ້ໂຊກຈາກເພດຍິງ ຫຼື ຄົນທີ່ອາຍຸນ້ອຍກວ່າ
ວຽກງານ: ມີຄວາມຄິດໃໝ່ໆໃນການເຮັດວຽກ ເຮັດຫຍັງກໍລຸລ່ວງໄປໄດ້ດີ
ຄວາມຮັກ: ຄົນໂສດ ມີເກນຈະຖືກຕົວະໃຫ້ເສຍໃຈ ແລະ ຍັງເສຍເງິນອີກດ້ວຍ ສ່ວນຄົນມີຄູ່ ລະວັງຄົນອ້ອມຂ້າງຍຸແຍ້ງໃຫ້ຜິດຖຽງກັນ
• ວັນພະຫັດ.
ການເງິນ: ມີແຕ່ເລື່ອງເສຍເງິນແບບບໍ່ຄາດຄິດເຊັ່ນ: ເຮັດເງິນເສຍ ຫຼື ຖືກຕົວະ
ວຽກງານ: ຍັງພົບກັບບັນຫາໜັກທີ່ຕ້ອງໄດ້ໄປແກ້ໄຂ ແລະ ຍັງຕ້ອງເຮັດວຽກໃນເວລາຈໍາກັດ
ຄວາມຮັກ: ຄົນໂສດ ເມື່ອຍໃຈ ເພາະຈະເຮັດດີກັບຄົນທີ່ມັກປານໃດ ອີກຝ່າຍກໍບໍ່ຄິດຫຍັງນໍາ ສ່ວນຄົນມີຄູ່ ມີເກນພົບຮັກສາມເສົ້າ ແຕ່ຂໍໃຫ້ເຮັດໃຈໃຫ້ໜັກແໜ້ນເຂົ້າໄວ້
• ວັນສຸກ.
ການເງິນ: ຄົນທີ່ມີບັນຫາທາງການເງິນຈະໄດ້ຮັບຄວາມຊ່ວຍເຫຼືອຈາກຄົນອ້ອມຂ້າງ
ວຽກງານ: ຂ້ອນຂ້າງວຸ້ນວາຍຫຼາຍ ມີແຕ່ເຮັດວຽກຫຼາຍຈົນບໍ່ຄ່ອຍໄດ້ພັກຜ່ອນ
ຄວາມຮັກ: ຄົນໂສດ ຈະມີຄົນແນະນໍາໃຫ້ພົບຄົນທີ່ຖືກໃຈ ສ່ວນຄົນມີຄູ່ ຄວາມສໍາພັນດີຂຶ້ນ ເພາະມີການປັບຕົວເຂົ້າຫາກັນໃໝ່
• ວັນເສົາ.
ການເງິນ: ມີການວາງແຜນເງິນເພື່ອໃຊ້ຈ່າຍໃນອະນາຄົດ ເຮັດໃຫ້ທ້ອນເງິນໄດ້ຫຼາຍຂຶ້ນ
ວຽກງານ: ຕ້ອງເຮັດວຽກກັບຄົນຫຼາຍຂຶ້ນໃນໂປຼເຈັກໃໝ່ໆ ຖືວ່າເປັນໂອກາດດີທີ່ຈະໄດ້ສະແດງຝີມື
ຄວາມຮັກ: ຄົນໂສດ ມີເກນພົບຮັກກັບຄົນອາຍຸຫຼາຍກວ່າຫຼາຍປີ ສ່ວນຄົນມີຄູ່ ຈະຜິດຖຽງກັນຍ້ອນເລື່ອງຫຶງຫວງ ສົງໄສວ່າແຟນຈະມີຄົນອື່ນ

ແບ່ງປັນ