Breaking News

 ທ່ຽວດ້ວຍຕົວເອງ VS ທ່ຽວກັບທົວ ແບບໃດຄັກກວ່າກັນ?

ແບ່ງປັນ

ເຊື່ອວ່າໝູ່ເພື່ອນຫຼາຍຄົນກໍ່ກຳລັງວາງແຜນໄປທ່ອງທ່ຽວສະຖານທີ່ໃນຝັນກັນຢູ່ແມ່ນບໍ່? ແນ່ນອນວ່າການທ່ອງທ່ຽວມີຫຼາຍຮູບແບບ ມີແບບທີ່ທ່ອງທ່ຽວດ້ວຍຕົວເອງ ແລະ ແບບທີ່ທ່ອງທ່ຽວແບບຈອງທົວ, ດັ່ງນັ້ນ ຂວັນໃຈ ເຮົາຈຶ່ງໄດ້ໄປຊອກເອົາຂໍ້ມູນຄວາມແຕກຕ່າງທັງສອງແບບມາຝາກແຟນໆ ມາເບິ່ງກັນ ໃຜມັກແບບໃດກໍ່ຈັດເລີຍເດີ້…

  • ທ່ອງທ່ຽວດ້ວຍຕົວເຮົາເອງ

  1. ມີອິດສະລະໃນການຕັດສິນໃຈ ຈັດສັນເວລາທ່ຽວເອງໄດ້ ຢາກໄປໃສກໍ່ໄປ ຢາກຢຸດຖ່າຍຮູບຕາມສະຖານທີ່ໆເຮົາມັກ ບໍ່ກົດດັນ ແຕ່ກໍ່ຕ້ອງແລກມາດ້ວຍຄວາມເມື່ອຍ ເພາະຕ້ອງວາງແຜນ ແລະ ສຶກສາເສັ້ນທາງເອງທັງໝົດ

2. ບໍ່ຕ້ອງເສຍເວລາຖ້າຄົນອື່ນ ບໍ່ຕ້ອງທ່ຽວຕາມໂປແກຣມ ໄປໄດ້ຫຼາຍບ່ອນ ທ່ຽວບ່ອນນີ້ແລ້ວ ກໍ່ໄປຕໍ່ບ່ອນອື່ນໄດ້ທັນທີ

3. ມີໂອກາດເຈິໝູ່ໃໝ່ລະຫວ່າງທາງ

4. ມ່ວນກັບການຜະຈົນໄພໃນແບບທີ່ເຮົາມັກ ໄດ້ອາລົມຂອງການທ່ອງທ່ຽວທີ່ແທ້ຈິງ

5. ບາງຈຸດບໍ່ແມ່ນສະຖານທີ່ທ່ຽວຍອດນິຍົມ ແຕ່ເຮົາຄືຜຸ້ບຸກເບີກສະຖານທີ່ໃໝ່ໆ

6. ອາດຫຼົງທາງແດ່ ຂຶ້ນລົດຜິດສາຍແດ່ ລົງສະຖານນີຜິດສາຍແດ່ ແຕ່ກໍ່ເປັນອີກໜຶ່ງປະສົບການທີ່ມ່ວນ ແລະ ທ້າທາຍ

7. ໄດ້ກິນອາຫານຫຼາກຫຼາຍຢ່າງທີ່ຢາກລອງ ແລະ ລິ້ມລອງອາຫານແນວ Street food ກໍ່ cool ໄປອີກແບບ

8. ໄດ້ສຳຜັດວິຖີຊີວິດຂອງຄົນທ້ອງຖິ່ນ ໄດ້ຊຶມຊັບກັບບັນຍາກາດອ້ອມຮອບຢ່າງເຕັມທີ່

9. ສາມາດປ່ຽນແຜນໄດ້ຕາມໃຈເຮົາ ຢາກນອນຕື່ນຈັກໂມງ ກັບໂຮງແຮມຈັກໂມງ ກໍ່ເຮັດໄດ້ຕາມຄວາມພໍໃຈ

10. ຖ້າວາງແຜນທ່ຽວດີໆ ລາຄາອາດຖືກກວ່າທົວອີກດ້ວຍ

  • ໄປທ່ອງທ່ຽວກັບທົວ

1. ສະດວກສະບາຍ ເພາະທົວເປັນຄົນຈັດການທຸກຢ່າງໃຫ້ ກຽມແຄ່ເງິນກັບເສື້ອຜ້າ ແລະ ເອກະສານສຳຄັນ ກໍ່ພ້ອມລຸຍ

2. ຂາດອິດສະລະໃນການທ່ອງທ່ຽວ ການກິນ ເພາະມີເວລາຈຳກັດ ບໍ່ສາມາດຢູ່ສະຖານທີ່ເຮົາມັກໃນເວລາດົນໆໄດ້

3. ບໍລິສັດທົວມີຄອນເນັກກັບສະຖານທີ່ທ່ຽວຕ່າງໆ ລວມໄປຮອດໂຮງແຮມ ແລະ ຮ້ານອາຫານ ເລີຍສາມາດເຊບຄ່າໃຊ້ຈ່າຍໄດ້ຫຼາຍກວ່າ

4. ໄດ້ຮູ້ປະຫວັດຂອງສະຖານທີ່ນັ້ນໆ ເພາະມີໄກ້ບອກເລົ່າຂໍ້ມູນ ແລະ ໄກ້ຈະຊ່ວຍເປັນລ່າມແປພາສາ ແລະ ຊ່ວຍເຫຼືອເຮົາໄດ້ແບບສະດວກສະບາຍ

5. ມີບໍລິການລົດຮັບສົ່ງຕະຫຼອດທຣິບ ຈາກໜ້າທີ່ພັກເຖິງສະຖານທີ່ທ່ຽວຕ່າງໆ ບໍ່ຕ້ອງຍ່າງໃຫ້ເມື່ອຍ ຫຼື ເສຍເວລາໄປກັບການຖ້າລົດ

6. ບໍລິການທົວມີຄວາມພ້ອມເລື່ອງປະກັນ ໃນກໍລະນີເຈັບປ່ວຍ ຫຼື ເກີດອຸບັດເຫດ

7. ບໍ່ຫຼົງທາງແນ່ນອນ ເພາະມີໄກ້ຄອຍນຳທາງ

8. ສາມາດຄວບຄຸມຄ່າໃຊ້ຈ່າຍໄດ້ ເມື່ອໄປທ່ຽວສະຖານທີ່ຮິດ ເພາະມີຄົນເອົາປີ້ໃຫ້ທັງຄ່າລົດ ຄ່າກິນ ຄ່າໂຮງແຮມ ຄ່າເຊົ້າຊົມສະຖານທີ່ຕ່າງໆ ລວມຢູ່ໃນແພັກແກັດໝົດແລ້ວ

9. ບໍ່ຕ້ອງຍືນຖ້າຕໍ່ຄິວດົນໆ ເມື່ອໄປສະຖານທີ່ທ່ອງທ່ຽວຮິດໆ ເພາະມີຄົນເອົາປີ້ເຂົ້າຊົມໃຫ້ ເພາະທົວຈະໄດ້ສິດຊ່ອງທາງພິເສດ ເຂົ້າໄປທ່ຽວໄດ້ເລີຍ

10. ບາງເທື່ອລູກທົວຄົນອື່ນຊ້າ ອາດຈະເຮັດໃຫ້ຕ້ອງຖ້າ ແລະ ເຖິງແມ່ນວ່າຈະທ່ອງທ່ຽວສະຖານທີ່ນັ້ນໆແລ້ວໆ ກໍ່ຍັງບໍ່ສາມາດໄປຕໍ່ໄດ້ເພາະຕ້ອງຖ້າໃຫ້ເປັນໄປຕາມໂປແກຣມ

ສຸດທ້າຍບໍ່ວ່າຈະເລືອກທ່ອງທ່ຽວດ້ວຍຕົວເອງ ຫຼື ທ່ອງທ່ຽວກັບບໍລິສັດທົວ ກໍ່ມີຂໍ້ດີຂໍ້ເສຍແຕກຕ່າງກັນໄປ ທັງນີ້ກໍ່ຂຶ້ນຢູ່ກັບ Life-style ຂອງແຕ່ລະຄົນ ໄປກັບທົວກໍ່ສະດວກສະບາຍ ໄປຄົນດຽວກໍ່ມີອີດສະລະ ມັກແບບໃດກໍ່ເລືອກເລີຍ ເພາະຊີວິດຄືການເດີນທາງ.

ຂໍ້ມູນ: https://travel.mthai.com/travel_tips/172744.html

ແບ່ງປັນ