Breaking News

ດວງປະຈໍາວັນ ພະຫັດ, ວັນທີ 7 ມິຖຸນາ 2018

ແບ່ງປັນ

• ວັນອາທິດ.
ການເງິນ: ຈະມີຊ່ອງທາງໃໝ່ໆໃນການຫາເງິນ ຈຶ່ງເຮັດໃຫ້ມີເງິນທ້ອນ
ວຽກງານ: ມ່ວນກັບການເຮັດວຽກ ເພາະໄດ້ເຮັດວຽກໃໝ່ໆທີ່ທ້າທາຍ
ຄວາມຮັກ: ຄົນໂສດ ລະວັງຖືກຕົວະເຊັ່ນ: ຕົວະໃຫ້ຮັກ ຫຼື ເພື່ອຫວັງປະໂຫຍດຫຼາຍກວ່າ ສ່ວນຄົນມີຄູ່ ຄວາມສໍາພັນຍັງຫາທາງອອກບໍ່ໄດ້ວ່າຈະເລີ່ມຕົ້ນໃໝ່ ຫຼື ຈະຈົບ
• ວັນຈັນ.

ການເງິນ: ມີລາຍຈ່າຍເພື່ອຊ່ວຍເຫຼືອຄົນໃນຄອບຄົວຂ້ອນຂ້າງຫຼາຍ
ວຽກງານ: ສະຖານະການດີຂຶ້ນເລື້ອຍໆ ຈະມີຜູ້ໃຫ້ຊ່ວຍອຸປະຖໍາ
ຄວາມຮັກ: ຄົນໂສດ ຈະພົບຮັກກັບຄົນໃໝ່ໆທີ່ຖືກໃຈສ່ວນຄົນມີຄູ່ ຄວາມສໍາພັນດີຂຶ້ນ ເພາະຕ່າງຝ່າຍຕ່າງເຂົ້າໃຈກັນຫຼາຍຂຶ້ນ
• ວັນອັງຄານ.

ການເງິນ: ມີໂຊກເຂົ້າມາ ແຕ່ກໍໝົດໄປຢ່າງໄວ ເພາະມີແຕ່ເອົາເງິນໄປກິນທ່ຽວ
ວຽກງານ: ມີເກນຍົກຍ້າຍຢ່າງໃດຢ່າງໜຶ່ງເຊັ້ນ: ຍ້າຍວຽກ, ຍ້າຍພະແນກ…
ຄວາມຮັກ: ຄົນໂສດ ມີໂອກາດເສຍຊື່ຍ້ອນເລື່ອງບ່າວສາວ ດັ່ງນັ້ນຈະລົມຄົນໃໝ່ຕ້ອງຄິດໃຫ້ດີໆ ສ່ວນຄົນມີຄູ່ ທ່ານແຂງກະດ້າງກັບແຟນຫຼາຍເກີນໄປຈຶ່ງເຮັດໃຫ້ອີກຝ່າຍແອບນ້ອຍໃຈ
• ວັນພຸດ.
ການເງິນ: ມີລາຍໄດ້ເຂົ້າມາພໍໃຫ້ຊື່ນໃຈ ເພາະຈະມີຄົນແນະນໍາວຽກພິເສດໃຫ້
ວຽກງານ: ເລື່ອງທີ່ຄາດຫວັງໄວ້ ອາດຈະບໍ່ເປັນດັງຫວັງ ມີເກນໄດ້ຂ່າວດີຢ່າງໃດຢ່າງໜຶ່ງ
ຄວາມຮັກ: ຄົນໂສດ ມີສິດຜິດຫວັງ ເຮັດດີກັບໃຜໄປກໍບໍ່ໄດ້ຫຍັງກັບມາ ສ່ວນຄົນມີຄູ່ ນ້ອຍໃຈແຟນວ່າບໍ່ເອົາໃຈໃສ່ທ່ານເທົ່າທີ່ຄວນ
• ວັນພະຫັດ.
ການເງິນ: ລະວັງຈະມີບັນຫາໃນເລື່ອງການເຮັດສັນຍາທາງການເງິນ
ວຽກງານ: ພົບມໍລະສຸມຈາກຄົນອ້ອມຂ້າງທີ່ພະຍາຍາມສ້າງເລື່ອງໃຫ້ ຈົນບໍ່ມີສະມາທິໃນການເຮັດວຽກ
ຄວາມຮັກ: ຄົນໂສດ ມີເກນພົບຄົນເຈົ້າຊູ້ຫຼາຍໃຈ ຮູ້ທັງຮູ້ແຕ່ກໍຍັງອົດຫວັ່ນໄຫວໃຈບໍ່ໄດ້ ສ່ວນຄົນມີຄູ່ ແຟນເຈົ້າຊູ້ແອບໄປມີຄົນອື່ນ ພຽງແຕ່ທ່ານຍັງຈັບບໍ່ໄດ້
• ວັນສຸກ.

ການເງິນ: ມີເກນຜິດຖຽງກັບຄົນອື່ນ ເພາະເລື່ອງເງິນ
ວຽກງານ: ໃຫ້ລະວັງຈະຜິດຖຽງກັບໝູ່ຮ່ວມວຽກ ຍ້ອນຄວາມບໍ່ເຂົ້າໃຈກັນ
ຄວາມຮັກ: ຄົນໂສດ ມີໂອກາດພົບສັງຄົມໃໝ່ໆ ມີໝູ່ຕ່າງເພດຫຼາຍຂຶ້ນເລີຍມີໂອກາດໄດ້ພົບຮັກໃໝ່ ສ່ວນຄົນມີຄູ່ ເລີ່ມເຫັນຄວາມສໍາຄັນຂອງກັນ ແລະ ກັນຫຼາຍຂຶ້ນ ຖ້າຜິດຖຽງກັນກໍຈະກັບມາຄືນດີກັນໄດ້
• ວັນເສົາ.

ການເງິນ: ມີເກນເສຍເງິນກັບເລື່ອງບໍ່ເປັນເລື່ອງ ແຕ່ຍັງດີທີ່ຈະໄດ້ຂອງຂວັນຈາກຄົນຮັກ
ວຽກງານ: ລະວັງມີເລື່ອງເດືອດຮ້ອນໃຈ ກ່ຽວກັບເອກະສານເຊັ່ນ: ເຮັດເອກະສານສໍາຄັນເສຍ
ຄວາມຮັກ: ຄົນໂສດ ມັກໃຜກໍພົບແຕ່ຮັກສາມເສົ້າ ສ່ວນຄົນມີຄູ່ ມີເກນຜິດຖຽງກັບແຟນ ເພາະຮູ້ສຶກໄດ້ວ່າແຟນປ່ຽນໄປ ຈົນທ່ານສົງໄສວ່າເຂົາຈະມີຄົນອື່ນ

ແບ່ງປັນ