Breaking News

ດວງປະຈໍາວັນ ສຸກ, ວັນທີ 8 ມິຖຸນາ 2018

ແບ່ງປັນ

• ວັນອາທິດ.
ການເງິນ: ມີລາຍຈ່າຍເພື່ອການເດີນທາງສູງ ຈຶ່ງທ້ອນເງິນບໍ່ຄ່ອຍໄດ້
ວຽກງານ: ເຈົ້ານາຍມອບໃຫ້ທ່ານເຮັດວຽກທີ່ບໍ່ຄອຍຖືກໃຈປານໃດ ເພາະເປັນວຽກທີ່ມັກພົບບັນຫາຈຸກຈິກ
ຄວາມຮັກ: ຄົນໂສດ ບໍ່ຄ່ອຍສົມຫວັງ ແລະ ຄົນໃໝ່ທີ່ເຂົ້າມາຍັງໄວ້ໃຈບໍ່ຄ່ອຍໄດ້ ສ່ວນຄົນມີຄູ່ ລະວັງຜິດຖຽງກັນຍ້ອນເລື່ອງຫຶງຫວງ

• ວັນຈັນ.

ການເງິນ: ໝົດເງິນໄປກັບລາຍຈ່າຍເລັກໆນ້ອຍໆ ແລະ ຂອງຟຸ່ມເຟື່ອຍຈຶ່ງທ້ອນເງິນບໍ່ຄ່ອຍໄດ້
ວຽກງານ: ບໍ່ຄືບໜ້າ ເຮັດທຸລະກິດຫຍັງກໍຈະຕິດຂັດ ແລະ ບໍ່ມີຄົນຊ່ວຍເຫຼືອ
ຄວາມຮັກ: ຄົນໂສດ ມີໂອກາດພົບຮັກລະຫວ່າງເຮັດວຽກ ສ່ວນຄົນມີຄູ່ ອາດຈະເຫງົາແດ່ ເພາະບໍ່ຄ່ອຍໄດ້ພົບໜ້າກັນ ແຕ່ຍັງດີທີ່ເຂົ້າໃຈກັນ
• ວັນອັງຄານ.
ການເງິນ: ທ່ານຈະໄດ້ຮັບຄວາມຊ່ວຍເຫຼືອດ້ານການເງິນຈາກຄົນອ້ອມຂ້າງ ແຕ່ໄດ້ເງິນມາກໍຕ້ອງຈ່າຍເງິນອອກໄປງ່າຍໆຄືກັນ
ວຽກງານ: ບໍ່ຄືບໜ້າເທົ່າທີ່ຄວນ ເພາະທ່ານບໍ່ເອົາໃຈໃສ່ວຽກເທົ່າທີ່ຄວນ
ຄວາມຮັກ: ຄົນໂສດ ມີເກນພົບຄົນເຈົ້າຊູ້ມາພົວພັນນໍາ ສ່ວນຄົນມີຄູ່ ລະວັງມີມືທີ່ສາມເຂົ້າມາແຊກແຊງ ຖ້າທ່ານ ແລະ ແຟນເຂົ້າໃຈກັນບໍ່ໜັກແໜ້ນພໍມີໂອກາດໄດ້ເລີກກັນສູງ
• ວັນພຸດ.
ການເງິນ: ດີຂຶ້ນ ຈະມີຄົນນໍາໂຊກມາໃຫ້ ໂດຍສະເພາະເພດຍິງ
ວຽກງານ: ວຽກຫຼາຍ ເພາະຢູ່ໃນໄລຍະຂອງການຂະຫຍາຍວຽກ ຫຼື ຄິດເຮັດໂປຼເຈັກໃໝ່ໆ
ຄວາມຮັກ: ຄົນໂສດ ຈະໄດ້ພົບຄົນທີ່ຖືກໃຈ ແລະ ມີໂອກາດສານຕໍ່ຄວາມສໍາພັນ ສ່ວນຄົນມີຄູ່ ຄວາມສໍາພັນຍັງຂ້ອນຂ້າງດີ ຈະມີໂອກາດຂອງຂວັນຈາກຄົນຮັກ
• ວັນພະຫັດ.
ການເງິນ: ພົບແຕ່ຄົນເອົາປຽບ ແລະ ຍັງມີລາຍຈ່າຍເຂົ້າມາເລື້ອຍໆ
ວຽກງານ: ມັກຜິດໃຈກັບໝູ່ຮ່ວມວຽກຍ້ອນເລື່ອງເລັກໆນ້ອຍໆ ແລະ ເຈົ້ານາຍກໍຍັງບໍ່ເຫັນຄ່າອີກ
ຄວາມຮັກ: ຄົນໂສດ ພົບແຕ່ຄົນຮັກຫຼິ້ນໆ ມາພົວພັນນໍາ ສ່ວນຄົນມີຄູ່ ແຟນນອກໃຈ ແຕ່ທ່ານເຮັດຄືວ່າບໍ່ຮູ້ເລື່ອງ ເພາະບໍ່ຢາກໃຫ້ເຂົາໄປໃສ
• ວັນສຸກ.
ການເງິນ: ຄົນທີ່ມີບັນຫາດ້ານການເງິນລອງໄປຂໍຄວາມຊ່ວຍເຫຼືອຈາກໝູ່ເກົ່າ, ເຈົ້ານາຍເກົ່າ
ວຽກງານ: ມີເກນຫງຸດຫງິດໃຈຈາກຄົນອ້ອມຂ້າງທີ່ພະຍາຍາມເອົາດີເຂົ້າຕົວເອົາຊົ່ວໃຫ້ຄົນອື່ນ
ຄວາມຮັກ: ຄົນໂສດ ລະວັງກິນແຫ້ວ ສ່ວນຄົນມີຄູ່ ລະວັງອີກຝ່າຍພົບຖ່ານໄຟເກົ່າ ແລະ ຍັງມີໃຈໃຫ້ກັບຄົນເກົ່າອີກ
• ວັນເສົາ.
ການເງິນ: ຕິດຂັດໝຸນເງິນບໍ່ທັນ ແລະ ຍັງມີຄົນມາບຽດບຽນດ້ານການເງິນອີກ
ວຽກງານ: ເບິ່ງທົ່ວໄປຄືບໍ່ມີຫຍັງ ແຕ່ຄວາມຈິງແລ້ວຄົນອ້ອມຂ້າງກຽມຫັກຫຼັງທ່ານຢູ່
ຄວາມຮັກ: ຄົນໂສດ ເນື້ອຫອມມີແຕ່ຄົນມາລົມ ແຕ່ຍັງເລືອກບໍ່ໄດ້ວ່າຈະຄົບກັບໃຜດີ ສ່ວນຄົນມີຄູ່ ຄົນອ້ອມຂ້າງບໍ່ມັກ ຈຶ່ງເຮັດໃຫ້ຄວາມສໍາພັນບໍ່ກ້າວໜ້າ

ແບ່ງປັນ