Breaking News

ດວງປະຈໍາວັນ ພະຫັດ, ວັນທີ 14 ມິຖຸນາ 2018

ແບ່ງປັນ

• ວັນອາທິດ
ການເງິນ: ມີເກນເສຍເງິນເຮັດບຸນ ຫຼື ໃຊ້ຈ່າຍເພື່ອການເດີນທາງໄປທໍາບຸນ
ວຽກງານ: ຄົນທີ່ມີບັນຫາເລື່ອງວຽກ ແມ່ນຈະໄດ້ຮັບຄວາມຊ່ວຍເຫຼືອຈາກຜູ້ໃຫຍ່
ຄວາມຮັກ: ຄົນໂສດ ມີໂອກາດພົບຄົນຖືກໃຈໃນງານສັງຄົມ ສ່ວນຄົນມີຄູ່ ມີເກນເດີນທາງໄກຮ່ວມກັນ ແລະ ມີໂອກາດໄປເຮັດບຸນນໍາກັນ
• ວັນຈັນ

ການເງິນ: ເຖິງຈະມີເງິນເຂົ້າມາເລື້ອຍໆ ແຕ່ກໍມີລາຍຈ່າຍເຂົ້າມາເລື້ອຍໆຄືກັນ
ວຽກງານ: ມີແວວຈະຖືກເຈົ້ານາຍຕໍາໜິ ເພາະທ່ານເຮັດວຽກຜິດພາດ
ຄວາມຮັກ: ຄົນໂສດ ໄດ້ແຕ່ແອບມັກເຂົາຂ້າງດຽວ ສ່ວນຄົນມີຄູ່ ຮູ້ທັງຮູ້ວ່າແຟນປ່ຽນໄປ ແຕ່ກໍບໍ່ກ້າເຮັດຫຍັງ
• ວັນອັງຄານ

ການເງິນ: ຈະຮູ້ສຶກວ່າຖືກເອົາປຽບທາງດ້ານການເງິນ, ການເຮັດສັນຍາ
ວຽກງານ: ຄົນອ້ອມຂ້າງພະຍາຍາມສ້າງເລື່ອງທີ່ບໍ່ດີກ່ຽວກັບທ່ານຂຶ້ນມາ ຈົນເຮັດໃຫ້ຄົນອື່ນເຂົ້າໃຈທ່ານຜິດ
ຄວາມຮັກ: ຄົນໂສດ ລະວັງຄົນມີເຈົ້າຂອງເຂົ້າມາພົວພັນເຮັດໃຫ້ຊໍ້າໃຈ ສ່ວນຄົນມີຄູ່ ຈະມີມືທີ່ສາມເຂົ້າມາວຸ້ນວາຍ
• ວັນພຸດ
ການເງິນ: ດີຂຶ້ນ ຈະມີຊ່ອງທາງໃໝ່ໆໃນການຫາເງິນ ຈຶ່ງເຮັດໃຫ້ມີລາຍໄດ້ເພີ່ມຂຶ້ນ
ວຽກງານ: ເຮັດວຽກໜັກຈົນເກືອບບໍ່ມີເວລາພັກຜ່ອນ
ຄວາມຮັກ: ຄົນໂສດ ມີເກນໄດ້ພົບເນື້ອຄູ່ແບບບໍ່ທັນໄດ້ຕັ້ງຕົວ ສ່ວນຄົນມີຄູ່ ມີການວາງແຜນອານາຄົດຮ່ວມກັນຫຼາຍຂຶ້ນເຊັ່ນ: ວາງແຜນເຮັດທຸລະກິດຮ່ວມກັນ
• ວັນພະຫັດ
ການເງິນ: ເດັ່ນດີ ທ່ານຈະໄດ້ຮັບຄ່າຈ້າງ ຜົນຕອບແທນທີ່ສູງຂຶ້ນ
ວຽກງານ: ມີຄວາມສຸກກັບການເຮັດວຽກຫຼາຍຂຶ້ນ ເພາະມີໂອກາດໄດ້ເຮັດວຽກທີ່ຕົນເອງມັກ
ຄວາມຮັກ: ຄົນໂສດ ຈະພົບຄົນ Profile ດີ ມີໂອກາດສານຄວາມສໍາພັນໃຫ້ໝັ້ນຄົງ ສ່ວນຄົນມີຄູ່ມີເກນນ້ອຍໃຈແຟນທີ່ບໍ່ຄ່ອຍມີເວລາໃຫ້
• ວັນສຸກ
ການເງິນ: ມື້ນີ້ມີແຕ່ເລື່ອງເສຍເງິນ ໃຫ້ລະວັງຈະມີຄົນມາຕົວະ
ວຽກງານ: ມີໝູ່ຮ່ວມວຽກຄອຍໃຫ້ຄວາມຊ່ວຍເຫຼືອ ເຮັດໃຫ້ວຽກປ່ຽນແປງໄປໃນທາງທີ່ດີ
ຄວາມຮັກ: ຄົນໂສດ ມັກໃຜກໍບໍ່ຄືບໜ້າ ເພາະອີກຝ່າຍກໍມີຕົວເລືອກຫຼາຍ ສ່ວນຄົນມີຄູ່ ຄວາມສໍາພັນຍັງໄປໄດ້ເລື່ອຍໆ ເຖິງຈະບໍ່ຫວານຫຼາຍແຕ່ກໍເຂົ້າໃຈກັນດີ
• ວັນເສົາ
ການເງິນ: ບໍລິວານ ຫຼື ລູກຫຼານຈະນຳໂຊກມາໃຫ້
ວຽກງານ: ເມື່ອຍໃຈກັບຄົນອ້ອມຂ້າງ ທີ່ມາວຸ້ນວາຍເລື່ອງສ່ວນຕົວຂອງທ່ານ
ຄວາມຮັກ: ຄົນໂສດ ມີຄົນມາລົມຫຼາຍ ມີແວວຈະໄດ້ຍິນຂ່າວດີໄວໆນີ້ ສ່ວນຄົນມີຄູ່ ເຖິງແມ່ນວ່າຈະມີແຟນແລ້ວ ແຕ່ກໍຍັງມີຄົນມາລົມ ຈົນທ່ານອົດຫວັ່ນໄຫວບໍ່ໄດ້

ແບ່ງປັນ