Breaking News

8 ວິທີແກ້ຂີ້ແຮ້ດຳແບບທຳມະຊາດ!!!

ແບ່ງປັນ

8 ວິທີແກ້ຂີ້ແຮ້ດຳແບບທຳມະຊາດ…

ສະບາຍດີ ສາວໆ ພວກເພິ່ນກຳລັງມີບັນຫາ ແລະ ບໍ່ມີຄວາມໜັ້ນໃຈ ກ່ຽວກັບ ຂີ້ແຮ້ ຢູ່ແມ່ນບໍ່ ເພາະບາງຄົນອາດຈະມີບັນຫາເລື່ອງຂີ້ແຮ້ດຳ ແລະ ບາງຄົນກໍມີບັນຫາເລື່ອງຂີ້ແຮ້ເປັນຕຸ່ມບໍ່ລຽບນຽນ, ດັ່ງນັ້ນມື້ນີ້ທາງ ຂວັນໃຈ ເຮົາໄດ້ໄປຊອກເອົາວິທີເດັດໆເພື່ອເຮັດໃຫ້ຂີ້ແຮ້ຂາວ ແລະ ລຽບນຽນ ເພື່ອຈະໄດ້ໂຊກ້ອງແຂນໄດ້ຢ່າງໝັ້ນໃຈ!!!

  1. ໝາກນາວ

r5147_1

ເອົາໝາກນາວສົດມາຝານເປັນປ່ຽງເອົາແກ່ນອອກໃຫ້ຮຽບຮ້ອຍ ຈາກນັ້ນເອົາປ່ຽງໝາກນາວຖູເບົາໆບໍລິເວນຂີ້ແຮ້ແລ້ວປະໄວ້ປະມານ 5-10 ນາທີແລ້ວລ້າງອອກ ເມຶ່ອເຮັດເປັນປະຈຳເຊວຜິວເກົ່າທີ່ຕາຍແລ້ວຈະຫຼຸດອອກ ຈະເຮັດໃຫ້ຜິວໜັງໃຕ້ວົງແຂນຂາວງາມອອກງ່າຍໆ.

  1. ໝາກຂາມປຽກ

r5145

ເອົາໝາກຂາມປຽກມາປະສົມກັບນ້ຳທີ່ສະອາດ ຄັ້ນໃຫ້ເປັນເນື້ອດຽວຈາກນັ້ນປະສົມນ້ຳເຜິ້ງລົງໄປໜ້ອຍໜຶ່ງຄົນໃຫ້ເຂົ້າກັນແລ້ວໃຫ້ເອົາມາພອກແລະຂັດເບົາໆບ່ອນກ້ອງວົງແຂນປະໄວ້ປະມານ 5-10 ນາທີແລ້ວລ້າງອອກເຮັດເປັນປະຈຳ ຈະຊ່ວຍກຳຈັດຜິວໜັງບໍລິເວນຂີ້ແຮ້ທີ່ດຳໃຫ້ຂາວງາມຂຶ້ນ.

  1. ໝາກຫຸ່ງ

u9087

ເອົາໝາກຫຸ່ງເຫຼືອງທີ່ຍັງບໍ່ສຸກມາປອກເປຶອກແລ້ວຝານອອກເປັນປ່ຽງ ຈາກນັ້ນເອົາໝາກຫຸ່ງມາຖູຂີ້ແຮ້ ປະມານ 5-10 ນາທີແລ້ວລ້າງອອກເຮັດເປັນປະຈຳທຸກມື້ ເອັນໄຊຂອງໝາກຫຸ່ງຈະຊ່ວຍເຮັດໃຫ້ຂີ້ແຮ້ຂາວຂຶ້ນໄດ້.

  1. ມັນຝຣັ່ງ

r5144

ເອົາມັນຝຣັ່ງມາປອກເປືອກອອກແລ້ວຊອຍເປັນຕອນນ້ອຍໆ ຈາກນັ້ນເອົາໄປຟັກ ຫຼື ປັ່ນໃຫ້ລະອຽດ ແລ້ວເອົາມາພອກບໍລິເວນຂີ້ແຮ້ປະໄວ້ປະມານ 5-10 ນາທີ ແລ້ວລ້າງອອກວິີທີນີ້ຈະເຮັດອາທິດລະເທຶ່ອ ເອັນໄຊຈາກທຳມະຊາດທີ່ຢູ່ນຳມັນຝຣັ່ງຈະຊ່ວຍແກ້ຂີ້ແຮ້ດຳໃຫ້ກັບມາຂາວງາມຂຶ້ນໄດ້.

  1. ໝາກແຕງ

r5149

ເອົາໝາກແຕງມາຊອຍເປັນຕ່ອນ ແລ້ວໄປປັ່ນໃຫ້ມຸ່ນ (ຄັ້ນເອົາແຕ່ນ້ຳ) ເມື່ອໄດ້ນ້ຳໝາກແຕງແລ້ວໃຫ້ປະສົມກັບແປ້ງຂີ້ໝີ້ນ ແລະ ນ້ຳໝາກນາວຈັກໜ້ອຍ ຄົນໃຫ້ເຂົ້າກັນຈາກນັ້ນໃຫ້ເອົາມາທາຂີ້ແຮ້ປະໄວ້ປະມານ 15-20 ນາທີ ແລ້ວລ້າງອອກຖ້າເຮັດເປັນປະຈຳທຸກມື້ຂີ້ແຮ້ຈະຄ່ອຍໆຂາວຂຶ້ນຢ່າງເຫັນຜົນ.

  1. ໝາກເອັບເປິ້ນຂຽວ

r5148

 

ເອົາແອັບເປີິນຂຽວມາຊອຍເປັນຕ່ອນນ້ອຍໆ ຈາກນັ້ນເອົາໄປປັ່ນໃຫ້ມຸ່ນ (ຄັ້ນເອົາແຕ່ນ້ຳ) ເມື່ອໄດ້ນ້ຳແອັບເປີ້ນແລ້ວໃຫ້ບີບໝາກນາວລົງໄປປະສົມຈັກໜ້ອຍ ຄົນໃຫ້ເຂົ້າກັນເອົາແຜ່ນສຳລີມາຊຸບແລ້ວທາໃສ່ກ້ອງແຂນປະໄວ້ປະມານ 15-20 ນາທີແລ້ວລ້າງອອກວິທີນີ້ຈະສາມາດຊ່ວຍຮັກສາໃຫ້ຂີ້ແຮ້ຂາວຂຶ້ນບໍ່ແພ້ວິທີອື່ນເລີຍ.

  1. ເກືອສະປາ

r5146

ເອົາເກືອສະປາມາຂັດບໍລິເວນຮັກແຮ້ເບົາໆໃນເວລາອາບນ້ຳລະວັງຢ່າຂັດແຮງເພາະອາດຈະເຮັດໃຫ້ຮັກແຮ້ມີຮອຍບາດ ຫຼື ຮອຍລອກໄດ້ ເຊິ່ງໃຫ້ເຮັດເປັນປະຈຳອາທິດລະ 1-2 ຄັ້ງຮັກແຮ້ຈະຄ່ອຍໆຂາວຂຶ້ນ ແລະ ຜິວໜັງໄກ່ກໍຈະກ້ຽງຂຶ້ນອີກ.

  1. ນ້ຳມັນໝາກພ້າວສະກັດເຢັນ

u9084

ການໃຊ້ນ້ຳມັນໝາກພ້າວສະກັດເຢັນເປັນຕົວຊ່ວຍຖືວ່າເປັນອີກໜຶ່ງວິທີທີ່ຊ່ວຍແກ້ບັນຫາຂີ້ແຮ້ດຳໄດ້ຢ່າງໄດ້ຜົນໂດຍໃຫ້ເອົາສຳລີຊຸບນ້ຳມັນໝາກພ້າວສະກັດເຢັນແລ້ວມາທາບໍລິເວນຂີ້ແຮ້ປະໄວ້ປະມານ 10-15 ນາທີແລ້ວລ້າງອອກໃຫ້ສະອາດເຮັດເປັນປະຈຳ ນ້ຳມັນໝາກພ້າວທີ່ມີວິຕາມີນອີ ຈະຊ່ວຍບຳລຸງເຮັດໃຫ້ຮັກແຮ້ຂາວຂຶ້ນໄດ້ ນອກຈາກນີ້ຍັງຊ່ວຍໃຫ້ກີ່ນຕົວຫຼຸດລົງອີກດ້ວຍ.

ໄດ້ເວລາປະຕິບັດການທວນຄືນຄວາມງາມໝັ້ນໃຈດ້ວຍການບຳລຸງໃຕ້ວົງແຂນໃຫ້ຂາວງາມອີກເທື່ອໜຶ່ງກັນແລ້ວ ສາວໆເຖິງວ່າວິທີທີ່ເຮົາເອົາມາຕ້ອນສາວໆໃນມື້ນີ້ອາດຈະບໍ່ເຫັນຜົນໄວວາທັນໃຈແຕ່ຮັບຮອງວ່າເຫັນຜົນຢ່າງແນ່ນອນ ທີ່ສຳຄັນຄືປອດໄພ ແລະ ປະຢັດເງິນນຳອີກ.

ແບ່ງປັນ