Breaking News

ດວງປະຈໍາວັນ ອັງຄານ, ວັນທີ 19 ມິຖຸນາ 2018

ແບ່ງປັນ

• ວັນອາທິດ.
ການເງິນ: ເມື່ອຍໃນການຫາເງິນໂດຍບໍ່ມີໃຜຄ່ອຍຊ່ວຍເຫຼືອ
ວຽກງານ: ມື້ນີ້ບໍ່ຄ່ອຍມີສໍາມາທິເຮັດວຽກປານໃດ ລະວັງເຮັດວຽກຜິດພາດ
ຄວາມຮັກ: ຄົນໂສດ ຈະໄດ້ພົບເນື້ອຄູ່ ຫຼື ຄົນຮູ້ໃຈໃນງານສັງຄົມ ສ່ວນຄົນມີຄູ່ ຄວາມສໍາພັນບໍ່ຄ່ອຍດີປານໃດ ເພາະອີກຝ່າຍໃຊ້ແຕ່ອາລົມມາຕັດສິນບັນຫາ
• ວັນຈັນ.

ການເງິນ: ແມ່ນວ່າຈະມີເງິນເຂົ້າມາ ແຕ່ກໍບໍ່ໄດ້ມາແບບງ່າຍໆ ເພາະຄົນອ້ອມຂ້າງຂັດຂວາງ

ວຽກງານ: ຄົນອ້ອມຂ້າງຢື່ນໂອກາດດີໆໃຫ້ ຂໍພຽງແຕ່ທ່ານກ້າສ່ຽງ ແລະ ກ້າປ່ຽນແປງຕົນເອງ

ຄວາມຮັກ: ຄົນໂສດ ທົນເຫງົາອີກຕໍ່ໄປຍັງບໍ່ມີວີ່ແວວຂອງຄົນຮັກເລີຍ ສ່ວນຄົນມີຄູ່ ມີແວວຈະຊວນກັນເດີນທາງໄກທ່ອງທ່ຽວນໍາກັນ
• ວັນອັງຄານ.

ການເງິນ: ມີແຕ່ລາຍຈ່າຍ ແລະ ຍັງບໍ່ມີລາຍໄດ້ເຂົ້າມາອີກ
ວຽກງານ: ວຽກຫຼາຍກວ່າປົກກະຕິ ເພາະຄົນອ້ອມຂ້າງຊອກວຽກມາໃຫ້ເຮັດ
ຄວາມຮັກ: ຄົນໂສດ ລະວັງໄປຫຼົງຮັກຄົນມີເຈົ້າຂອງ ຫຼື ໄປຫຼົງຮັກຄົນທີ່ບໍ່ຄູ່ຄວນ ສ່ວນຄົນມີຄູ່ ມີເກນຜິດຖຽງກັນເພາະອີກຝ່າຍຜິດສັນຍາທີ່ໃຫ້ໄວ້ກັບອີກຝ່າຍ ແລະ ບໍ່ມີເວລາໃຫ້
• ວັນພຸດ.
ການເງິນ: ຂ້ອນຂ້າງດີ ຈະມີລາຍໄດ້ເຂົ້າມາຫຼາຍທາງ
ວຽກງານ: ວຽກກ້າວໜ້າໄປໄດ້ດີ ເພາະໄດ້ຮັບຄວາມຊ່ວຍເຫຼືອຈາກຫົວໜ້າ ແລະ ໝູ່ຮ່ວມວຽກ
ຄວາມຮັກ: ຄົນໂສດ ມີແວວຖືກຕົວະໃຫ້ຊໍ້າໃຈ ເພາະອີກຝ່າຍມີເຈົ້າຂອງຢູ່ແລ້ວ ສ່ວນຄົນມີຄູ່ ຮູ້ສຶກໄດ້ວ່າແຟນປ່ຽນໄປ ແຕ່ທ່ານຍັງຕວົະຕົນເອງວ່າທຸກຢ່າງຍັງເໝືອນເດີມ ເພາະຫວັງວ່າຈະປ່ຽນເຂົາໄດ້
• ວັນພະຫັດ.
ການເງິນ: ແມ່ນວ່າຈະມີລາຍໄດ້ເຂົ້າມາຫຼາຍ ແຕ່ກໍເໝືອນວ່າບໍ່ພໍໃຊ້ຈັກເທື່ອ
ວຽກງານ: ຢູ່ໃນໄລຍະຂອງການເລີ່ມຕົ້ນເຮັດສິ່ງໃໝ່ໆ ທ່ານຈຶ່ງຕ້ອງເມື່ອຍກວ່າເກົ່າ
ຄວາມຮັກ: ຄົນໂສດ ມີໂອກາດສານຄວາມສໍາພັນກັບຄົນອາຍຸນ້ອຍກວ່າ ສ່ວນຄົນມີຄູ່ ບໍ່ຄ່ອຍມີບັນຫາຫຼາຍ ເພາະທ່ານແລະແຟນເຂົ້າໃຈກັນຫຼາຍຂຶ້ນ
ວັນສຸກ.
ການເງິນ: ໂດດເດັ່ນຫຼາຍ ແຕ່ລະວັງຖືກຄົນເອົາປຽບດ້ານການເງິນ
ວຽກງານ: ຈະມີການປັບປ່ຽນໄປໃນທາງທີ່ດີຂຶ້ນ ຮູ້ສຶກວ່າຫົວໜ້າໄວ້ໃຈທ່ານຫຼາຍກວ່າເກົ່າ
ຄວາມຮັກ: ຄົນໂສດ ຈະພົບຄົນຮູ້ໃຈທີ່ສາມາດເປັນໝູ່, ເປັນຄູ່ຄິດໄດ້ດີ ສ່ວນຄົນມີຄູ່ ມີໂອກາດໄດ້ເລີກກັນສູງ ແຕ່ຜິດຖຽງກັນທຸກເທື່ອ
• ວັນເສົາ.
ການເງິນ: ມີລາຍຈ່າຍເພື່ອບໍລິວານ ແລະ ລູກຫຼານສູງ ທາງທີດີຄວນບໍລິຫານເງິນໃຫ້ເປັນຈຶ່ງຈະບໍ່ເດືອດຮ້ອນພາຍຫຼັງ
ວຽກງານ: ລະວັງພົບໝູ່ຮ່ວມວຽກທີ່ໄວ້ໃຈບໍ່ໄດ້ ຢູ່ກັບທ່ານເປັນແບບໜຶ່ງ ຫຼັບຫຼັງທ່ານເປັນອີກແບບໜຶ່ງ
ຄວາມຮັກ: ຄົນໂສດ ຄວາມຮັກບໍ່ໂດດເດັ່ນ ມັກໃຜເຂົາກໍບໍ່ມີທ່າທີຕອບມາ ໄດ້ແຕ່ຮັກເຂົາຝ່າຍດຽວ ສ່ວນຄົນມີຄູ່ ຄົນອ້ອມຂ້າງບໍ່ສະໜັບສະໜູນ ເຮັດໃຫ້ຄົບກັນແບບອຶດອັດ

ແບ່ງປັນ