Breaking News

ຈັດເຕັມ! ຕຸກກີ້ ຊິງລ້ອຍຊິງລ້ານ ນຸ່ງຊຸດໄໝລາວ (ຊຸດໄໝລາວໃຜໃສ່ກໍ່ງາມ)

ແບ່ງປັນ

ຈັກໜັກ ຈັດເຕັມ! ຕຸກກີ້ ສຸດາລັດ ບຸດພຣົມ ຫຼື (ຕຸກກີ້ ຊິງລ້ອຍຊິງລ້ານ) ຕະຫຼົກຊື່ດັງຈາກປະເທດເພື່ອນບ້ານ ມີໂອກາດໄດ້ມາຢ້ຽມຍາມປະເທດລາວເຮົາເລື້ອຍໆ, ຫຼ້າສຸດຊ່ວງທ້າຍອາທິດທີ່ຜ່ານມາ ນາງກໍ່ມີໂອກາດໄດ້ມາເປີດໂຕຜະລິດຕະພັນເຄື່ອງສຳອາງຍີ່ຫໍ້ໜຶ່ງ ທີ່ຫ້່າງດັງໃນລາວ ແລະ ນາງກໍ່ຍັງນຸ່ງຊຸດໄໝລາວທີ່ມີຄວາມງົດງາມ ມາໃນໂທນສີຟ້າ ເກົ້າຜົມບ່ຽງແພ ໃສ່ເຄື່ອງປະດັບເອ້ຍ້ອງໃນແບບສະບັບຂອງແມ່ຍິງລາວ ເຊິ່ງຊຸດທີ່ເອື້ອຍຕຸກກີ້ເພິ່ນໄດ້ນຸ່ງນັ້ນ ແມ່ນໄດ້ມາຈາກ ເມືອງມໍລະດົກໂລກ ແຂວງ ຫຼວງພະບາງ ເຮົານັ້ນເອງ.

ບໍ່ເຊື່ອລອງເບິ່ງກັນເອງເລີຍເດີ້…ຊຸດໄໝລາວໃຜໃສ່ກໍ່ງາມແທ້ໆ!!! #ແຊຣໄປໃຫ້ໂລກເຫັນຊຸດໄໝລາວ

(ຢ່າງໃດກໍ່ຂໍຕ້ອນຮັບເຂົ້າສູ່ປະເທດລາວເດີ້ ເອື້ອຍ ຕຸກກີ້)

ທີ່ມາຮູບພາບ: IG/tukky66

ແບ່ງປັນ