ມີມີ່ ພູນຊັບ ພົນໂຍທາ Miss International Laos 2017 ໄດ້ຮັບກຽດເປັນໜຶ່ງໃນຄະນະກຳມະການຕັດສິນການປະກວດ Mister National Universe 2018 ເຊິ່ງຈັດຂຶ້ນທີ່ ຫົວຫິນ ປະເທດໄທ ໃນວັນທີ 18 ມິຖຸນາ 2018 ທີ່ຜ່ານມາ.
ເຊິ່ງຫຼ້າສຸດ ມີມີ່ ພູນຊັບ ກໍ່ໄດ້ອອກມາໂພສຮູບພາບ ແລະ ແຄັບຊັ່ນຜ່ານເຟສບຸກ ແລະ ອິນສະຕາແກຼມສ່ວນຕົວວ່າ : “ມີມີ່ໄດ້ຮັບກຽດເປັນຄະນະກຳມະການຕັດສິນໃນການປະກວດ Mister National Universe 2018 ໃນເວທີ່ລະດັບໂລກທີຫົວຫິນ ປະເທດໄທ?18/6/2018″ ເຮັດໃຫ້ມີແຟນໆເຂົ້າໄປສະແດງຄວາມ ຍິນດີ ກັບການໄປເປັນກຳມະການຂອງ ມີມີ່ ໃນເທື່ອນີ້ກັນຢ່າງຫຼວງຫຼາຍ.
ຮູບພາບ: Phounsap Phonnyotha