Breaking News

ມາສ່ອງ! ສາວໆຄົນບັນເທີງສີຜິວໂກອິນເຕີ ແຍງຍາມໃດກໍ່ບໍ່ເບື່ອ (ຜິວສີແທນມັນກໍ່ຈະງາມເລີດປະມານນີ້ເລີຍ)

ແບ່ງປັນ

ຂາວໆ ຈືດໆ ຖອຍໄປຢູ່ຫຼັງເວທີກ່ອນສະເນາະ ຜິວສີແທນເຂົາຈະຍ່າງ… ສະບາຍດີແຟນໆ ມາໆມາ ມື້ນີ້ຈະພາທຸກໆຄົນມາສ່ອງ ສາວໆໃນວົງການບັນເທີງບ້ານເຮົາທີ່ມີຜິວສີແທນ ຫຼື ເວົ້າແບບລາວໆເຮົາກໍ່ເອີ້ນວ່າ ສີນໍ້າເຜິ້ງ ທີ່ເບິ່ງຍາມໃດກໍ່ບໍ່ເບື່ອ ງາມຈັບອົກຈັບໃຈອີ່ຫລີເດີ້, ລອງມາເບິ່ງກັນໄວໆວ່າມີໃຜແດ່ ຮັບຮອງແຕ່ລະຄົນງາມໆ (ຜິວສີແທນມັນກໍ່ຈະງາມເລີດປະມານນີ້ເລີຍ)

ຕ໋ອດ ວິລຸນາ ເພັດມະນີ (ນັກສະແດງ, ນັກຮ້ອງ, ນາງແບບ)

ມັກແຮງ ແຍງບໍ່ເບື່ອ ເອື້ອຍ ຕ໋ອດ ລີນ້າ ເອີ້ນໄດ້ວ່າເປັນ ເຈົ້າແມ່ຜິວສີແທນ ນອກຈາກຄວາມສາມາດໃນທຸກໆດ້ານໃນວົງການບັນເທີງແລ້ວ ສີຜິວເຈ້ລາວກໍ່ເດັ່ນ ສີຜິວໂກອິນເຕີແທ້ໆ (ຂວັນໃຈ ຊະນີIndy ເລີຍຄົນນີ້)

ແດງ ລັດຕະນາ (ນາງແບບ)

ສາວລາວໃຕ້ ນ້ອງ ແດງ ເຮົາກໍ່ບໍ່ດ້ອຍໜ້າ ເສີດສາຍໃນແຄັດວ໋ອກບ້ານເຮົາ ທຸກລັນເວຕ້ອງມີໜ້ານາງ, ນອກຈາກຄວາມສາມາດໃນການເດີນແບບແລ້ວ ສີຜິວນາງ ກໍ່ເລີດ ມັກແຮງ ແຍງບໍ່ເບື່ອເຊັ່ນກັນ

ປໍ້ ກັນລະຍານີ ໂພທິມາດ (ນາງແບບ)

ກຳລັງເປັນກະແສມາເລີຍ ສຳລັບສາວປະເພດສອງນ້ອງໃໝ່ໃນວົງການນາງແບບເຮົາ ທີ່ກຳລັງມາແຮງສຸດໆ ມາໃນລຸກໂມເດວ ຜິວສີນໍ້າເຜິ້ງ, ມີເອກກະລັກສະເພາະໂຕ ງາມໆ ເລີດໆ ໜຶ່ງໃນນັ້ນກໍ່ຄົນນີ້ເລີຍ.

ຟ້າໃສ ຈິນນາລີ ນໍລະສິງ (Miss Grand Laos 2017)

ແນ່ນອນເລີຍກັບ ນ້ອງ ຟ້າໃສ ນອກຈາກຄວາມໜ້າຮັກຄວາມສາມາດເກີນໄວແລ້ວ ນ້ອງຍັງມີລຸກອິນເຕີ ບວກກັບສີຜິວແທນ ເບິ່ງໄປແລ້ວ…ໂອ້ຍ!!! ບໍ່ຢາກລະສາຍຕາໄປຈາກນາງເລີຍ ກິນຂາດອີ່ຫລີຄົນນີ້.

ເປັນແນວໃດແດ່…ງາມຈັບອົກຈັບໃຈຄັກໆ ແຍງຍາມໃດກໍ່ບໍ່ເບື່ອແທ້ໆ, ແຕ່ກໍ່ບໍ່ເປັນຫຍັງເດີ້ແຟນໆເຖິງຈະມີສີຜິວແນວໃດກໍ່ງາມໝົດ ຂໍແຕ່ສາວໆທັງຫຼາຍຮູ້ຈັກຮັກສາ ແລະ ມີສະໄຕຣເປັນຂອງຕົວເອງ ເທົ່ານີ້ແຟນໆກໍ່ຈະມີສະເໜ່ ເບິ່ງບໍ່ເບື່ອຄືກັບຄົນບັນເທີງເຫຼົ່ານີ້ເຊັ່ນດຽວກັນ.

ຂໍຂອບໃຈຮູບພາບຈາກ: FB/Fasai Chinnaly Norasing ,​​Tot Lina,  Daeng LattanaPor Takarn

ແບ່ງປັນ