Breaking News

ບໍ່ທຳມະດາ! ໜູນາ ສາວລາວຕິດທ໋ອບ DJ ໃນລະດັບ Asia 

ແບ່ງປັນ

ບໍ່ທຳມະດາກັນເລີຍເນາະ ສຳລັບ ສຸພາລັກ ວົງສອນສະໝຸດ (ໜູນາ) DJ ສາວສາຍ EDM, ຫຼ້າສຸດມີຊື່ຕິດໃນ Top 50 Djs in Asia ເຊິ່ງນັບໄດ້ວ່າເປັນຂ່າວດີຂອງວົງການດີເຈ ແລະ ວົງການບັນເທີງບ້ານເຮົາທີ່ມີຊື່ດີເຈສາວລາວຕິດທ໋ອບໃນເທື່ອນີ້.

ນອກຈາກ DJ ໜູນາ ຈະມີຊື່ໃນ Top 50 ໃນເທື່ອນີ້ແລ້ວ, ນາງຍັງຝາກຂໍກຳລັງໃຈຈາກແຟນໆ ໂດຍການເຂົ້າໄປຮ່ວມໂຫວດໃຫ້ນາງໄດ້ເປັນສຸດຍອດ DJ ທີ່ຕິດ Top10 (ສາມາດເຂົ້າໄປຮ່ວມໂຫວດກັນໄດ້ຕາມລິ້ງນີ້ເລີຍ http://asiaedm.com/vote/ ) ຢ່າງໃດກໍ່ຢ່າລືມເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້ແຟນໆ.

ຮູບພາບຈາກ: Vongsonesamouth Soukphalack

ແບ່ງປັນ