Breaking News

Hottt ເວີ້…ທະລຸ 100 ອົງສາ ມຸກ Miss Supranational Laos ໂຊເຊັກຊີ່ທະເລເດືອດ!

ແບ່ງປັນ

Hottt ເວີ້…ທະລຸ 100 ອົງສາ, ດຽວກ່ອນຢ່າຟ້າວເຂົ້າໃຈຜິດວ່າແມ່ນອາກາດຮ້ອນເດີ້ແຟນໆ ທີ່ວ່າ ຮ້ອນແຮງ ນີ້ ຊະນີIndy ໝາຍເຖິງ ສາວ ມຸກ ກິດສະດາ ວົງໄຊສະຫວາດ Miss Supranational Laos 2017 ທີ່ຫຼ້າສຸດບິນລັດຟ້າໄປພັກຮ້ອນທີ່ທະເລ ພູເກັດ ປະເທດເພື່ອນບ້ານກັບຫວານຈົງຫວານໃຈຂອງນາງ (ຮື…ຢາກມີໂມເມັ້ນແບບນີ້ຂະໝາດ 555) ບິນອອກທຣິບໄປສະຫວີດກັບຫວານໃຈຍັງບໍ່ພໍ ແຖມຍັງເຮັດທະເລແຖບນັ້ນເດືອດ ແບບວ່າຟົດບົບໆປານນໍ້າຕົ້ມພຸ້ນລະແຟນໆ ເລື່ອງຂອງເລື່ອງກໍ່ຄືວ່າ ນາງຈັດ Bikini ໂຊຫຸ່ນສະແລນເດີ້ ອວດຜິວທີ່ຂາວນຽນ ເບິ່ງແລ້ວເພີນຕາດີ ບໍ່ເຊື່ອມາເບິ່ງມີຮູບນາງມາຝາກ…

ເຫັນຫຸ່ນ ມຸກ ພໍແຕ່ຢາກຊວນນາງໄປກິນຊີ້ນດາດສາມຊັ້ນ 555 (ຫຸ່ນດີເວີ້)

ປີນີ້ເປັນປີຂອງ ມຸກ ອໍລົງອໍລ້າຈັບນາງຂະໜາດ

ວູ້ໆໆໆ…ຊ່າງມາເຊັກຊີ່ ເຮັດເອົາທະເລເດືອດກັນເລີຍ ເຫັນແລ້ວຮູ້ສຶກອິດສາໃນຄວາມເປະເວີ້ຂອງນາງສຸດໆ, ແບບນີ້ ຊະນີIndy ຈັດໃຫ້ ມຸກ ກິດສະດາ ຂຶ້ນແທ່ນເປັນສາວເຊັກຊີ່ໄປອີກຄົນໜຶ່ງກໍ່ແລ້ວກັນເດີ້!!!

ຮູບພາບຈາກ: fb/Mouk Vongsaisawad

ແບ່ງປັນ